ການຕະຫຼາດເພື່ອສັງຄົມແມ່ນຫຍັງ? ແລ້ວມີຄວາມສຳຄັນແນວໃດຕໍ່ສັງຄົມ? ເຮົາສາມາດນຳມາພັດທະນາການຕະຫຼາດຂອງທຸລະກິດເຮົາໄດ້ແນວໃດ?

1. ກິດຈະກຳສົ່ງເສີມການຂາຍ ເພື່ອສາທາລະນະປະໂຫຍດ (Cause Promotion)

ບໍລິສັດຂອງທ່ານໃຫ້ເງິນທຶນ ຫຼື ສະໜັບສະຫນູນສິ່ງຂອງ, ການບໍລິການ ແລະ ສັບພະຍາກອນຂອງບໍລິສັດເພື່ອເສີມໃຫ້ສັງຄົມຮັບຮູ້ຫລາຍຂຶ້ນ ໃຫ້ປະຊາຊົນເກີດຄວາມຫ່ວງໃຍຕໍ່ສັງຄົມຈື່ງເກີດການລະດົມທຶນ,ການຈັດຫາອາສາສະຫມັກເຮັດກິດຈະກຳເພື່ອສາທາລະນະປະໂຫຍດ. ສີ່ງເລົ່ານີ້, ບໍລິສັດອາດເປັນຕົ້ນຄິດແລະບໍລິຫານໂຄງການດ້ວຍຕົນເອງ.

ຕົວຢ່າງ:

1. The Body Shop ເດິ ບໍດີຊອບ ເລີ່ມດົນນາລົງຕໍ່ຕ້ານການນຳໃຊ້ສັດເຂົ້າໃນການທົດລອງເຄື່ອງສຳອາງຈົນສຳເລັດໃນສະຫະພາບເອີໂລ.

2. Dow Chemical Company, Lowe’s, Pepsi-Cola, Solo Cup Company, Scotts, Glad, Nestle ຮ່ວມສະນັບສະຫນູນກິດຈະກຳດົນນະລົງທຳຄວາມສະອາດ ທີ່ມີຊື່ວ່າ The Great american Cleanup ໃນໂຄງການ Keep America Beautiful 2011 ເປັນຕົ້ນ

3. ຕໍ່ໄປອາດຈະເປັນບໍລິສັດຂອງທ່ານດົນນາລົງ 6 ສ ວຽງຈັນສະອາດ

2. ການຕະຫລາດແບບອີງກິດຈະກຳ ເພື່ອສາທາລະນະປະໂຫຍດ (Cause-Related Marketing)

ເຊື່ອມໂຍງການບໍລິຈາກເງິນ,ສິ່ງຂອງ,ການບໍລິການໃຫ້ເຂົ້າກັບຍອດຂາຍສິນຄ້າຫຼືກິດຈະກຳຂອງຜູ້ບໍລິໂພກ.ສ່ວນໃຫຍ່ມັກຈັດພາຍໃນໄລຍະເວລາທີ່ກຳນົດເຊື່ອມກັບຍອດຂາຍຂອງສິນຄ້າໄດ້ສິນຄ້າຫນື່ງແລ້ວນຳໄປບໍລິຈາກເພື່ອການກຸສົນຕາມທີ່ລະບຸໄວ້. ກິດຈະກຳດັ່ງກ່າວ, ສ່ວນຫລາຍ ບໍລິສັດມັກຈະຮ່ວມກັບອົງກອນທີ່ບໍ່ສະແວງຜົນກຳໄລອອກແບບແລະເຮັດກິດຈະກຳຮ່ວມກັນ ເພື່ອເພີ່ມຍອດຂາຍສິນຄ້າ ແລະ ນຳລາຍໄດ້ດັ່ງກ່າວໄປບໍລິຈາກ

ຕົວຢ່າງ:

1. Kraft Foods ນຳລາຍໄດ້ຈາກລູກຄ້າທີ່ເອົາຄູປອງມາແລກສີນຄ້າ ຫລື ຮ່ວມກິດຈະກຳ Huddle to Fight Hunger(ຮ່ວມກັນຕ້ານໄພອຶດຫີວ) ທີ່ບໍລິສັດຈັດຜ່ານສື່ອອນລາຍ ລາຍໄດ້ທັງຫມົດໄປບໍລິຈາກໃຫ້ອົງກອນການກຸສົນ Feeding America ເພື່ອຈັດຫາອາຫານໃຫ້ຜູ້ຍາກຈົນ. ຄົນສ່ວນໃຫຍ່ເຫັນວ່າກິດຈະກຳລັກສະນະນີ້ ໃຫ້ປະໂຫຍດແກ່ທຸກຝ່າຍທີ່ກ່ຽວຂ້ອງ ເພາະທັງເປີດໂອກາດໃຫ້ຜູ້ບໍລິໂພກມີສ່ວນຮ່ວມບໍລິຈາກໃນກິດຈະກຳການກຸສົນທີ່ຕົນເອງເຮັດແລ້ວສະບາຍໃຈ.

3. ການຕະຫລາດເພື່ອສັງຄົມໂດຍອົງກອນທຸລະກິດ (Corporate Social Marketing)

ບໍລິສັດເລີ່ມພັດທະນາແລະຈັດກິດຈະກຳດົນນະລົງໃຫ້ເກີດການປ່ຽນແປງທາງພຶດຕິກຳເພື່ອວັດຖຸປະສົງ ເສີມສ້າງສຸຂະພາບພະລານາໄມທີ່ດີ ສົ່ງເສີມຄວາມປອດໄພ,ອານຸລັກສິ່ງແວດລ້ອມຫຼືພັດທະນາຊີວິດການເປັນຢູ່ຂອງຊຸມຊົນ ການຕະຫລາດເພື່ອສັງຄົມໂດຍອົງກອນທຸລະກິດມີລັກສະນະເດັ່ນບ່ອນທີແມ່ນໃຫ້ຄົນໃນສັງຄົມປ່ຽນແປງປະຕິກຳ ແລະຈະແຕກຕ່າງຈາກການສົ່ງເສີມກິດຈະກຳເພື່ອສາທາລະນະປະໂຫຍດ(ຊຶ່ງແມ່ນການເສີມສ້າງການຮັບຮູ້ສະໜັບສະໜູນການດົນນະລົງຫາທຶນແລະຈັດຫາອາສາສະໝັກເຮັດວຽກ ເພື່ອສາທາລະນະປະໂຫຍດ). ໂດຍບໍລິສັດອາດຈະເລີ່ມເຮັດກິດຈະກຳດ້ວຍຕົນເອງ.

ຕົວຢ່າງ:1. Allstate ຈັດໂຄງການດົນນະລົງໄວໜຸ່ມໃຫ້ຢຸດຂໍ້ຄວາມທາງໂທລະສັບຂະນະຂັບລົດ

2. Home Depot ຮ່ວມກັບບໍລິສັດນ້ຳປະປາດົນນາລົງໃຫ້ປະຊາຊົນໃຊ້ນ້ຳຢ່າງປະຢັດ

3. Pampers ຮ່ວມມືກັບມູນນິທິປ້ອງກັນການເສຍຊີວິດຂອງເດັກນ້ອຍເກີດໃຫມ່

ກິດຈະກຳເພື່ອສັງຄົມໃນຮູບແບບການມີສ່ວນຮ່ວມຂອງອົງກອນ

4. ການບໍລິຈາກເພື່ອການກຸສົນ ໂດຍອົງກອນທຸລະກິດ ( Corporate Philanthropy)

ບໍລິສັດສ້າງກິດຈະກຳເພື່ອການກຸສົນຫຼືກິດຈະກຳເພື່ອສາທາລະນະປະໂຫຍດ ສ່ວນໃຫຍ່ການບໍລິຈາກຈະເປັນໃນຮູບແບບເງິນ ຫຼືການບໍລິການທີ່ບໍ່ຄິດຄ່າໃຊ້ຈ່າຍ ເຊິ່ງການບໍລິຈາກແນວນີ້ມີມາເປັນເວລາ 10 ກວ່າປີແລ້ວ.

ຮູບແບບທີ່1: ຈະມີຫນ່ວຍງານຕ່່າງໆທັງພາກລັດແລະເອກຊົນເຂົ້າມາຂໍການຊ່ວຍເຫຼືອເປັນປະຈຳ. ຮູບແບບທີ2: ບໍລິສັດຈົດກິດຈະກຳດ້ວຍຕົນເອງໂດຍອາດຈະກຳນົດເອົາປິລະຄັ້ງຫລືມີເຫດສະເພາະກິດ.

ຕົວຢ່າງ:1. ວິທະຍາໄລ ລາວ-ທ໊ອບ ໄດ້ມອບເຄືີີີ່ອງຊ່ວຍເຫລືອນັກສຶກສາຕົກຄ້າງໃນຫໍພັກໃນຊ່ວງໂຄວິດ

2. ວິທະຍາໄລລາວ-ທ໊ອບ ໄດ້ສະຫນັບສະຫນູນເງິນຈຳນວນໜຶ່ງງໃຫ້ທັບນັກກິລາການສຶກສາພາກເອກະຊົນລຸຍກິລາມະຫາວິທະຍາໄລ

5. ກິດຈະກຳພະນັກງານຈິດອາສາ (Workforce Volunteering)

ເຊີນຊວນໃຫ້ພະນັກງານຮ່ວມເປັນອາສາສະໝັກຊ່ວຍເຮັດວຽກໃຫ້ໜ່ວຍງານພັດທະນາຊຸມຊົນໃນທ້ອງຖິ່ນຫລືເຮັດກິດຈະກຳເພື່ອສາທາລະນະປະໂຫຍດ.

ຕົວຢ່າງ:1. ພະນັງານຂອງບໍລິສັດໄຮເທັກເປັນອາສາສະຫມັກໃຫ້ຄວາມຮູ້ເລື່ອງທັກສະການໃຊ້ຄອມພີວເຕີ້ແກ່ນັກຮຽນຊັ້ນມັດທະຍົມ

2. AT&T ຮ່ວມມືກັບສະພາກາຊາດແຫ່ງສະຫະລັດອາເມລິກາ ຈັດຫາໂທລະສັບເຄື່ອນທີ່ເພື່ອໃຊ້ຕິດຕໍ່ປະສານງານບັນເທົາທຸກແກ່ຜູ້ປະສົບໄພ

6. ດຳເນີນທຸລະກິດທີ່ຮັບຜິດຊອບຕໍ່ສັງຄົມ (Socially Responsible Business Practices)

ບໍລິສັດຕັດສິນໃຈປ່ຽນວິທີປະກອບທຸລະກິດ ແລະການລົງທຶນທີ່ເປັນປະໂຫຍດຕໍ່ສັງຄົມ ເພື່ອຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນໃຫ້ດີຂຶ້ນ ແລະອະນຸລັກສິ່ງແວດລ້ອມ

ຕົວຢ່າງ:

1. DuPont ຕັດສີນໃຈຫລຸດການໃຊ້ພະລັງງານແລະຫລຸດການປ່ອຍອາຍຜິດເຮືອນແກ້ວ

2. Whole Foods Markets ຮ່ວມມືກັບກະຊວງສີ່ງແວດລ້ອມ ອາຫານ ແລະ ກິດຈະການທ້ອງຖີ່ນແຫ່ງສະຫະລາດຊະອານາຈັກ ຈັດໂຄງການສົ່ງເສີມການສັ່ງຊື້ປາຈາກຊາວປະມົງທີ່ເຮັດການປະມົງແບບຍື່ນຍົງ

ອ້າງອີງ
(David Hessekiel&Nacy R.Lee, 2013)
David Hessekiel&Nacy R.Lee. (2013). Marketing and Corporate Social Initiatives. In P. Kotler, Good Works! (pp. 35-39). Bangkok: Nation Books.

Leave a Reply

Your email address will not be published. Required fields are marked *