ສື່ສັງຄົມອອນລາຍ ຫຼື Social Media ມັນເປັນຄ້າຍຄືກັບໄວຣັສຮ້າຍທີ່ກຳລັງຄ່ອຍໆກັດກິນຈິດໃຈຂອງໄວໜຸ່ມ ເຮັດໃຫ້ຄວາມເປັນຢູ່ ແລະ ຄວາມນັບຖືໂຕເອງຫຼຸດລົງທຽບເທົ່າເດັກປະຖົມ.

ສະຖານບັນ Education Policy Institute and The Prince’s Trust ຂອງປະເທດອັງກິດ ໄດ້ເຜີຍຜົນສຳຫຼວດອອກມາວ່າສຸຂະພາບຈິດຂອງຄົນໄວໜຸ່ມອາຍຸ 14 ປີ ມີການຫຼຸດລົງຫຼາຍ.

ຜົນເນື່ອງມາຈາກການບໍ່ຄ່ອຍອອກກຳລັງກາຍເປັນປັດໄຈຫຼັກ ແລະ ຍ້ອນຊ່ວງການລະບາດຂອງ ໂຄໂຣນາໄວຣັສ.

ອີງຕາມຜົນລາຍງານເຮົາໄດ້ເຫັນວ່າ:

  • ໄວໜຸ່ມອາຍຸ 14 ປີ ເພດຍິງ ມີຈຳນວນ 1 ໃນ 3 ຮູ້ສຶກບໍ່ມີຄວາມສຸກກັບພາບຫຼັກຂອງພວກເຂົາເອງ ເຊິ່ງໃນລະດັບປະຖົມແມ່ນມີ 1 ໃນ 7 ຄົນ.
  • ຈຳນວນໄວໜຸ່ມທີ່ມີບັນຫາເລື່ອງສຸຂະພາບຈິດເພີ່ມຂຶ້ນ 1 ໃນ 6 ຄົນ ຈາກ ໃນປີ 2017 ມີພຽງ 1 ໃນ 9
  • ກຸ່ມຂອງເດັກຊາຍ ໄວປະຖົມ ຢູ່ໃນກຸ່ມຕໍ່າສຸດ ພວກເຂົາມີພູມໃຈໃນໂຕເອງໜ້ອຍກວ່າໝູ່ເພື່ອນຂອງພວກເຂົາ ເມື່ອມີອາຍຸຮອດ 14 ປີ

ຊີວິດຄວາມເປັນຢູ່ຂອງທັງຍິງຊາຍ ຈະຫຼຸດລົງໃນຊ່ວງໄວໜຸ່ມ, ໂດຍເພດຍິງ.

ເຖິງແນວໃດກໍຕາມ, ຄວາມພູມໃຈໃນໂຕເອງຂອງເພດຍິງ ແລະ ຊີວິດການເປັນຢູ່ຂອງເຂົາ ຈະມີຄ່າຄົງທີ່ ເມື່ອພວກເຂົາກາຍກ້າວເຂົ້າສູ່ຊ່ວງປາຍຂອງໄວໜຸ່ມ. ໃນຂະນະທີ່ເພດຊາຍຍັງຄົງຫຼຸດລົງເລື້ອຍໆ.

ການເສບສື່ສັງຄົມອອນລາຍ ຫຼາຍຈົນເກີນໄປ ເປັນຜົນເຮັດໃຫ້ຊີວິດການເປັນທີ່ດີນັ້ນຫຼຸດລົງ ແລະ ຄວາມພູມໃຈໃນໂຕເອງກໍຕົກຕໍ່າລົງເຊັ່ນກັນ ໂດຍສະເພາະໃນຊ່ວງໄວໜຸ່ມ. 

ພວກເຂົາຈະປະເຊີນກັບອາການຊຶມເສົ້າ ແລະ ສິ້ນຫວັງ ໂດຍສະເພາະແມ່ນໃນເພດຍິງ.

ດຣ ແອັມມີ ອໍເບັນ ໄດ້ກ່າວວ່າ ກຸ່ມຄົນທີ່ເຂົາຮູ້ສຶກບໍ່ດີ ຈະອາໄສສື່ສັງຄົມອອນລາຍເປັນສິ່ງປອບໃຈ ຫຼື ເປັນທີ່ລະບາຍ.

ເຊິ່ງສື່ສັງຄົມອອນລາຍກໍເປັນເໝືອນກັບມີສອງຄົມ ເພາະມີທັງຜົນດີ ແລະ ຜົນເສຍ

ໃນຂະນະທີ່ປັດໄຈອື່ນໆທີ່ເຮັດໃຫ້ເຂົາມີຄວາມເປັນຢູ່ ແລະ ຄວາມພູມໃຈໃນໂຕເອງຫຼຸດລົງນັ້ນ ເປັນຜົນມາຈາກ ລາຍຮັບຂອງຄອບຄົວ, ການອອກລັງກາຍ ແລະ ສະພາວະຈິດໃຈທີ່ຕົກຕໍ່າ.

ແຕ່ໃນທາງກັບກັບ ກຸ່ມຄົນທີ່ມີການອອກກຳລັງກາຍປົກກະຕິ ກັບມີສະພາວະຈິດໃຈທີ່ດີຂຶ້ນ ທັງເພດຍິງ ແລະ ເພດຊາຍ.

ການປ່ຽນໄວຈາກເດັກ ເຂົ້າສູ່ໄວໜຸ່ມ ອາດຈະມີຄວາມຜັນຜວນຂອງອາລົມ ໂດຍສະເພາະໃນຊ່ວງການລະບາດແບບນີ້ ເຮົາຄວນຫັນມາໃສ່ໃຈສຸຂະພາບຈິດຂອງໄວໜຸ່ມໃຫ້ຫຼາຍຂຶ້ນ ທ່ານ Jonathan Townsend ຫົວໜ້າສະຖານບັນ The Prince’s Trust ກ່າວໄວ້.

ໃນລາວເອງກໍປະເຊີນສິ່ງນີ້ຄ້າຍໆກັນ ສັງຄົມອອນລາຍເຮັດໃຫ້ເຮົາປຽບທຽບໂຕເອງ ກັບສິ່ງເຮົາເຫັນ ເບິ່ງຄືວ່າຊີວິດຂອງເຮົາດ້ອຍຄ່າກວ່າເພື່ອນ.

ການມີວິຖີຊີວິດທີ່ດີ ແລະ ຮູ້ຈັກພູມໃຈໃນໂຕເອງ ຫຼື ນັບຖືໂຕເອງ ຈຶ່ງເປັນສິ່ງທີ່ເຮັດໃຫ້ເຮົາຫຼຸດພົ້ນອອກຈາກບັນຫານີ້ ວິທີງ່າຍໆກໍຄືເຂົ້າຮ່ວມກັບກິດຈະກຳໃດໜຶ່ງ ຫຼື ຫາເວລາອອກກຳລັງກາຍໃຫ້ຫຼາຍຂຶ້ນ ພັກຜ່ອນໃຫ້ພຽງພໍ.

ຂໍຂອບໃຈຂໍ້ມູນ

https://www.bbc.com/news/technology-55826238

https://www.bbc.com/news/health-49330254

Leave a Reply

Your email address will not be published. Required fields are marked *