ລາວ-ທ໊ອບ ໄດ້ຂຶ້ນກ່າວສະຫຼຸບວຽກງານ, ຈຸດດີ-ຈຸດອ່ອນ ແລະ ເຜີຍແຜ່ແຜນການຕໍ່ໜ້າ. ນອກຈາກນັ້ນ ເພິ່ນຍັງໄດ້ເນັ້ນຕື່ມເລື່ອງການຮັກສະລະບຽບຂອງນັກສຶກສາ ໂດຍໃຫ້ອາຈານທຸກໆຄົນຊ່ວຍກັນເປັນເຈົ້າການໃນການສັງເກດ-ຕໍານິຕິຕຽນບັນດານັກສຶກສາທີ່ຜິດລະບຽບ. ຈາກນັ້ນ ອາຈານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການ ຝ່າຍວິຊາການ ຍັງໄດ້ຂຶ້ນໃຫ້ຄຳແນະນຳກ່ຽວກັບການວາງແຜນການສອນ ແກ່ຄູອາຈານໝົດທຸກຄົນ ເພື່ອປັບປຸງລະບົບການສິດສອນໃຫ້ດີຂຶ້ນ, ຮັບປະກັນທາງດ້ານຄຸນນະພາບ ແລະ ປະລິມານຂອງນັກສຶກສາ ແລ້ວຍັງເປັນການຕອບສະໜອງມາດຖານຂອງກະຊວງສຶກສາທີ່ຕ້ອງການປັບປຸງຫຼັກສູດການຮຽນການສອນຂອງບັນດາວິທະຍາໄລໃຫ້ດີຍິ່ງໆຂຶ້ນ

ສຸດທ້າຍ ທ່ານ ກວັນຍຸງວຸກ ປະທານວິທະຍາໄລ ລາວ-ທ໊ອບ ຍັງໄດ້ຂຶ້ນກ່າວໃຫ້ກຳລັງໃຈ ແລະ ຂອບໃຈຄູອາຈານໝົດທຸກຄົນທີ່ໃຫ້ຄວາມຮ່ວມມືກັບວິທະຍາໄລດ້ວຍດີຕະຫຼອດມາ ຂໍໃຫ້ອາຈານທຸກທ່ານຈົ່ງເປັນແບບຢ່າງທີ່ດີໃຫ້ແກ່ນັກສຶກສາ ແລະ ກໍຂໍໃຫ້ປະຕິບັດໜ້າທີ່ຢ່າງສຸດຄວາມສາມາດ ເພື່ອສ້າງບຸກຄະລາກອນທີ່ມີຄຸນນະພາບອອກຮັບໃຊ້ສັງຄົມ.

ວິທະຍາໄລ ລາວ-ທ໊ອບ ມີຫຼັກສູດການຮຽນການສອນດັ່ງນີ້

– ຫຼັກສູດຊັ້ນສູງ

  • ການເງິນ-ການບັນຊີ
  • ບໍລິຫານທຸລະກິດ
  • ໄອທີ
  • ຄອມພິວເຕີທຸລະກິດ
  • ພາສາອັງກິດ

-ຫຼັກສູດໄລຍະສັ້ນ

 

  • ຄອມພິວເຕີທົ່ວໄປ
  • ຄອມພິວເຕີກຣາບຟິກດີຊາຍ
  • ສ້ອມແປງຄອມພິວເຕີ
  • ພາສາຈີນ
  • ພາສາຫວຽດນາມ
  • ພາສາອັງກິດສຳລັບອົງກອນ
  • ພາສາອັງກິດສຳລັບເດັກນ້ອຍ

 

ໂທ 021 353900-1

ອີເມວ info@laotop.net

www.laotop.net

Leave a Reply

Your email address will not be published. Required fields are marked *