ວິທະຍາໄລ ລາວ-ທ໊ອບ ເປີດບັ້ນອົບຮົມຄູໄລຍະສັ້ນ

ໃນວັນທີ 19 ທັນວາ 2016 ວິທະຍາໄລ ລາວ-ທ໊ອບ ໄດ້ເປີດບັ້ນເຝິກອົບຮົມຄູ ໄລຍະສັ້ນ ເຊິ່ງເລີ່ມຕັ້ງແຕ່ວັນທີ 19 ທັນວາ 2016 ໄປຈົນເຖິງ 6 ມັງກອນ 2017 ເຊິ່ງບັ້ນເຝິກອົບຮົມນີ້ໄດ້ຈັດຂຶ້ນເພື່ອເຝິກອົບຮົມໃຫ້ແກ່ບັນດາຄູປະຈຳ ແລະ ຄູຮັບເຊີນ ທັງໝົດ 12 ທ່ານ.

ເປັນກຽດເຂົ້າຮ່ວມເປີດບັ້ນເຝິກອົບຮົມໃນຄັ້ງນີ້ໂດຍທ່ານ ຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ ທ່ານ ຄຳແສງ ທະລັງສີ, ທ່ານ ຮອງອຳນວຍການ ວິທະຍາໄລ ລາວ-ທ໊ອບ ທ່ານ ພັນທະວິໄລ ນວນຫຸ່ນ, ພ້ອມດ້ວຍຄູອາຈານຈາກຄະນະສຶກສາສາດ ຜູ້ທີ່ຈະມາເປັນຄູເຝິກສອນໃນຄັ້ງນີ້ ແລະ ຄູອາຈານ ພະນັກງານຈາກວິທະຍາໄລ ລາວ-ທ໊ອບ.

ການເຝິກອົບຮົມຄັ້ງນີ້ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການສິດສອນ ໄດ້ຮຽນຮູ້ເຖິງຈິດຕະວິທະຍາ ແລະ ວິຊາຄູ ເພື່ອຮັບປະກັນເຖິງຄວາມສາມາດໃນການສິດສອນຂອງຄູແຕ່ຄົນ ໃຫ້ມີປະສິດຕິພາບໃນການສິດສອນສູງຂຶ້ນ ພ້ອມກັນນັ້ນກໍຍັງຍົກລະດັບວິທະຍາໄລ ລາວ-ທ໊ອບ ຂອງພວກເຮົາໃຫ້ກົງກັບມາດຕະຖານຂອງກະຊວງສຶກສາທິການແລະກິລາ ໄດ້ວາງອອກ ໃນການທີ່ຈະຮັບຮອງເອົາວິທະຍາໄລ ລາວ-ທ໊ອບ ໃຫ້ມີຫຼັກສູດປະລິນຍາຕີ

 

ຄູສ້າງຄົນ
ຄົນສ້າງຊາດ

Leave a Reply

Your email address will not be published. Required fields are marked *