ໃນວັນທີ 27 ມີນາ 2021 ທີ່ສະໜາມກິລາບານເຕະ Ferrari ໄດ້ມີການແຂ່ງຂັນບານເຕະຮອບຊິງຊະນະເລີດຂອງລາຍການ Lao-Top Football Tournament 2021.

ການແຂ່ງຂັນກິລາບານເຕະປະຈຳປີ ຂອງວິທະຍາໄລ ລາວ-ທ໊ອບ ໃນລາຍການ Lao-Top Football Tournament ໄດ້ເປີດສາກຂຶ້ນຕັ້ງແຕ່ວັນທີ 20 ກຸມພາ 2021 ຈົນມາເຖິງວັນທີ 27 ມີນາ 2021 ທີ່ເປັນມື້ຊິງຊະນະເລີດ ໂດຍມີການຊິງທີ 3 ແລະ ທີ 1

ຜົນການແຂ່ງຂັນສຳລັບຄູ່ຊິງທີ 3 ແມ່ນ Black Diamond FC ຊະນະ B-You FC ໄປຢ່າງວຸດວິດ 0-1 ແລະ ຜົນການແຂ່ງຂັນສຳລັບຄູ່ຊິງຊະນະເລີດແມ່ນ Bullet United ເອົາຊະນະ Dragon Fire United ໄປຢ່າງໜ້າຫວາດສຽວ 3-2.

ທີມ Bullet United ແມ່ນໄດ້ຮັບທຶນການສຶກສາຈຳນວນ 1.500.000 ກີບ ພ້ອມຂັນລາງວັນ, ທີມ Dragon Fire United ໄດ້ຮັບທຶນການສຶກສາຈຳນວນ 1.000.000 ກີບ ພ້ອມຂັນລາງວັນ, ທີມ Black Diamond FC ໄດ້ຮັບທຶນການສຶກສາຈຳນວນ 800.000 ກີບ ພ້ອມຂັນລາງວັນ ແລະ ທີມ B-You FC ໄດ້ຮັບທຶນການສຶກສາ 500.000 ກີບ

ສຳລັບລາງວັນອື່ນໄດ້ແກ່ ທຶນການສຶກສາຈຳນວນ 100.000 ສຳລັບນັກເຕະທີ່ຍິງປະຕູສູງສຸດ ຕົກເປັນຂອງ ທ້າວ ຄຳພຸດ ໝາຍເລກ 7 ຈາກທີມ Dragon Fire United ແລະ ທຶນການສຶກສາຈຳນວນ 400.000 ກີບ ສຳລັບກອງເຊຍດີເດັ່ນຕົກເປັນຂອງທີມ Dragon Fire United.

Leave a Reply

Your email address will not be published. Required fields are marked *