Google ເປີດໂຕແຫຼ່ງຮຽນຮູ້ Computer Science

Google ໄດ້ເປີດໂຕເວັບໄຊຮຽນຮູ້ ວິທະຍາສາດ ຄອມພິວເຕີ ເພື່ອສະໜັບສະໜູນໃຫ້ທຸກໆຄົນໄດ້ຮຽນຮູ້ ວິທະຍາສາດ ຄອມພິວເຕີ ຫຼື ເອີ້ນວ່າ CS

ຈຸດປະສົງຂອງການຮຽນຮູ້ແມ່ນເພື່ອເປີດຫົນທາງໄປສູ່ນະວັດຕະກຳໃໝ່ໆ, ຄວາມຄິດສ້າງສັນແບບໃໝ່ໆ, ແລະ ໂອກາດທີ່ຈະກ້າວໜ້າໃນວຽກງານ.

ໃນເວັບໄຊນັ້ນລວມມີເຄື່ອງມື ແລະ ຂໍ້ມູນຕ່າງໆ ທີ່ເໝາະກັບບຸກຄົນທົ່ວໄປ ຕັ້ງແຕ່ເດັກນ້ອຍ ໄປຈົນຮອດຜູ້ໃຫຍ່ ແລະ ສຳລັບທຸກສາຂາອາຊີບ ບໍ່ວ່າຈະເປັນຕຳຫຼວດແພດໝໍ ນັກຮຽນ ນັກສຶກສາ ແລະ ອາຈານ. ມີຂໍ້ມູນຄົບທຸກຢ່າງເຊິ່ງໄດ້ເປີດອອນລາຍໃຫ້ເຮົາໄດ້ເຂົ້າໄປສຶກສາ

ການຮຽນວິທະຍາສາດຄອມພິວເຕີ ຈະບໍ່ແມ່ນເລື່ອງໜ້າເບື່ອອີກຕໍ່ໄປ ເພາະວ່າເຂົາມີທັງຊຸມຊົນທີ່ໃຫ້ເຮົາສາມາດເຂົ້າໄປສອບຖາມ ແລກປ່ຽນຄຳຄິດຄຳເຫັນ ຫຼື ໄປອ່ານບົດຄວາມຕ່າງໆໄດ້ຫຼາກຫຼາຍ

ວິທະຍາສາດຄອມພິວເຕີ ແມ່ນເໝາະກັບທຸກຄົນ

ສາມາດເຂົ້າໄປອ່ານຂໍ້ມູນເພີ່ມໄດ້ທີ່  https://www.google.com/edu/cs

 

 

ວິທະຍາໄລ ລາວ-ທ໊ອບ ສະໜັບສະໜູນໃຫ້ທຸກຄົນໄດ້ເຂົ້າເຖິງ ວິທະຍາສາດ ຄອມພິວເຕີ

 

Leave a Reply

Your email address will not be published. Required fields are marked *