ໃນວັນທີ 29 ມີນາ 2019 ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີກິດຈະກຳເຜີຍແຜ່ຄວາມຮູ້ກ່ຽວກັບ ເຊື້ອເຮັສໄອວີ ແລະ ພະຍາດເອດ ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງພັກ ຄົບຮອບ 64 ປີ (22 ມີນາ 1955 ຫາ 22 ມີນາ 2019) ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 64 ປີ (14 ເມສາ 1955 ຫາ 14 ເມສາ 2019).

ງານນີ້ຈັດຂຶ້ນໂດຍ ຂະບວນການຊາວໜຸ່ມ ຮ່ວມກັບສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ໄດ້ມາຈັດກິດຈະກຳເຜີຍແຜ່ຄວາມຮູ້ກ່ຽວກັບເຊື້ອ ເຊື້ອເຮັສໄອວີ ແລະ ພະຍາດເອດ ທີ່ຫ້ອງ Top Hall ຂອງ ວິທະຍາໄລ ລາວ-ທ໊ອບ. ໂດຍມີຄະນະນຳຂອງວິທະຍາໄລ, ຄູອາຈານ ແລະ ນັກສຶກສາພາກເຊົ້າເຂົ້າຮ່ວມເປັນຈຳນວນຫຼາຍ

ທ່ານ ລຳໄພ ຂຸນດາວົງ ອຳນວຍການວິທະຍາໄລ ລາວ-ທ໊ອບ ໄດ້ເປັນປະທານຂອງກອງປະຊຸມໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງເພດສຶກສາສຳລັບໄວໜຸ່ມໃນຍຸກນີ້ ເພາະວ່າເລື່ອງເພດບໍແມ່ນເລື່ອງໄກໂຕອີກຕໍ່ໄປ ທຸກຄົນຄວນໄດ້ຮັບຮູ້ເຖິງໄພອັນຕະລາຍ ແລະ ກະກຽມຮັບມືກັບໂລກພະຍາດຕ່າງໆທີ່ມາໃນທຸກຮູບແບບ ບໍ່ວ່າຈະເປັນທາງອາກາດ, ອາຫານ, ເຄື່ອງດື່ມ ຫຼື ຕິດຕໍ່ກັນທາງການມີເພດສຳພັນ. ເພິ່ນຍັງບອກໃຫ້ຮູ້ອີກວ່າ ໄວໜຸ່ມຍຸກໃໝ່ຄວນໃສ່ໃຈປ້ອງກັນພະຍາດຕິດຕໍ່ທາງເພດສຳພັນ ແລະ ຍັງເປັນການປ້ອງກັນບໍ່ໃຫ້ຖືພາໃນໄວທີ່ບໍ່ສົມຄວນອີກດ້ວຍ.

ວິທະຍາໄລ ລາວ-ທ໊ອບ ພ້ອມທີ່ຈະສະໜັບສະໜູນໂຄງການດີໆແບບນີ້ ແລະ ຊ່ວຍສົ່ງເສີມຊຸກຍູ້ໄປຕະຫຼອດ ເພື່ອໃຫ້ມີໂຄງການທີ່ດີອອກມາສູ່ສັງຄົມ ແລະ ຍັງເປັນການ ຫຼຸດຜ່ອນບັນຫາ ພະຍາດ HIV ແລະ ເອດ ອີກດ້ວຍ.

 

 

Leave a Reply

Your email address will not be published. Required fields are marked *