ກອງປະຊຸມຄັ້ງປະຖົມມະເລີກ ຂອງຄະນະບໍລິຫານງານຊາວໜຸ່ມ ວິທະຍາໄລ ລາວ-ທ໊ອບ
ຄັ້ງວັນທີ 24/7/2015

​ໃນ​ຕອນ​ເຊົ້າຂອງວັນ​ທີ 24/7/2015 ​ທີ່​ຜ່ານ​ມາ ​ວິທະຍາ​ໄລ ລາວ-ທ໊ອບ ​ໄດ້​ເປີດ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ຊາວໜຸ່ມຮອບ​ປະຖົມມະ​ເລີກ ​ເພື່ອ​ເປັນ​ການ​ເຜີຍ​ແຜ່​​ເອກະສານ​ອານຸມັດ​ການຈັດຕັ້ງຄະນະ​ບໍລິຫານ​ງານ​ຊາວໜຸ່ມຂອງ​ວິທະຍາ​ໄລ ພ້ອມກັນ​ນີ້ ຍັງ​ເປັນ​ການ​ເຜີຍ​ແຜ່​ບັນດາ​ກົດ​ລະບຽບຕ່າງໆ​ໃຫ້​ແກ່​ຊະ​ມາຊິກ​ຊາວໜຸ່ມທັງ​ເກ່ົາ ​ແລະ ​ໃໝ່​ໄດ້​ຮັບ​ຊາບ​ທົ່ວ​ເຖິງ​ກັນ.

​ກອງ​ປະຊຸມ​ຄັ້ງນີ້ ​​ໄດ້​ມີ​ ທ່ານ ນາຍບ້ານ ບ້ານ​ໂພນ​ປ່າ​ເປົ້າ, ​ເລຂາບໍລິຫານ​ງານ​ຊາວໜຸ່ມ ບ້ານ​ໂພນ​ປ່າ​ເປົ້າ ​ແລະ ​ເລຂາ​ບໍລິຫານ​ງານຊາວໜຸ່ມ ຄະນະ​ນິຕິສາດ​-ລັດຖະສາດ ​​ເຂົ້າຮ່ວມ​ເພື່ອ​ເປັນ​ສັກຂີ​ພະຍານ​ໃນ​ກອງ​ປະຊຸມ

​ທ່ານ ກວັນ​ຢຸງວຸກ ອຳນວຍ​ການ ວິທະຍາ​ໄລ ລາວ-ທ໊ອບ ​ໄດ້​ຂຶ້ນປະກອບສ່ວນ​ຄຳ​ຄິດ​ເຫັນ​ ​ແລະ ​ແບ່ງປັນປະສົບການວຽກ​ງານ​ຊາວໜຸ່ມຈາກ​ປະ​ເທດ​ເກົາຫຼີ​ໃຕ້ ​ໃຫ້​ແກ່​ນັກ​ບັນດາ​ຊາວໜຸ່ມນັກ​ສຶກສາ. ທ່ານ​ໄດ້​ກ່າວ​ວ່າ ປະ​ເທດ​ລາວ ​ແລະ ປະ​ເທດ​ເກົາຫຼີ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ທີ່​ຄ້າຍຄື​ກັນ ຄື​ມີ​ການ​ປະກອບສ່ວນ​ເຂົ້າ​ໃນວຽກ​ງານ​ຂອງ​ຊາດ ​ເປັນ​ກຳລັງ​ແຮງ​ໃຫ້​ກັບປະ​ເທດ​ຊາດ ມີ​ການ​ເຄື່ອນ​ໄຫວ​ດ້ານ​ກິດຈະກຳ​ທີ່ສ້າງສັນ ​ເຫັນ​ໄດ້​ເຖິງ​ຈິດ​​ໃຈ​ທີ່​ຢາກ​ພັດທະນາ​ປະ​ເທດ​ຊາດ​ຂອງ​ຕົນ​ໃຫ້​ມີ​ຄວາມ​ສີວິ​ໄລຍິ່ງໆຂຶ້ນ

ສ່ວນ​ທາງ​ດ້ານ​ທ່ານ ​ເລຂາ​ບໍລິຫານ​ງານ​ຊາວໜຸ່ມ ບ້ານ​ໂພນປ່າ​ເປົ້າ​ກໍ​ໄດ້​ມີ​ຂຶ້ນມາ​​ໃຫ້​ຄຳ​ໂອວາດ​ ​ແລະ ຊີ້​ແນະ​ທິດ​ທາງ​ການ​ເປັນ​ຊາວໜຸ່ມປະຊາຊົນ​ປະຕິວັດ​ລາວ​ທີ​ດີຂອງ​ຊາດ

ສຸດ​ທ້າ​ຍ​ແມ່ນ​ ​ເລຂາ​ບໍລິຫານ​ງານ​ຊາວໜຸ່ມ ວິທະຍາ​ໄລ ລາວ-ທ໊ອບ ​ໄດ້​ຂຶ້ນຮັບ​ຄຳ​ໂອວາດ​ ​ແລະ ​ໃຫ້​ຄຳໝັ້ນສັນຍາ​ວ່າ ຈະ​ພະຍາຍາມ ຈັດຕັ້ງປະຕິບັດ​ໃຫ້​ໄດ້ ຂໍ້​ແຂ່ງຂັນ 4 ບຸກຂອງ​ຊາວໜຸ່ມ ​ແລະ ຈະ​ພະຍາຍາມ​ສ້າງ​ກິດຈະກຳ​ລະ​ຫວ່າງ​ຊາວໜຸ່ມວິທະຍາ​ໄລ ​ແລະ ຊາວໜຸ່ມ​ໃນຂົງ​ເຂດ​ອ້ອມ​ແອ້ມ ​ໃຫ້​ມີ​ຄວາມ​ຮັດ​ແໜ້ນສາມັກຄີ​ເຊິ່ງກັນ​ ​ແລະ ກັນ

ການ​ສ້າງ​ຕັ້ງ​ຊະ​ມາ​ຊິກ​ຊາວໜຸ່ມປະຊາຊົນ​ປະຕິວັດ​ລາວ ຂອງ​ວິທະຍາ​ໄລ ລາວ​-ທ໊ອບ​​ໃນ​ຄັ້ງ​ນີ້ ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ມາດຖານ​ຕ່າງໆທີ່​ກະຊວງ​ສຶກສາ​ໄດ້​ວາງ​ອອກ ​ແລະ ຍັງ​ໃຫ້​ເຫັນ​ເຖິງ​ການ​ຍົກ​ລະດັບ​ວຽກ​ງານ​ຊາວໜຸ່ມທີ່​ເຂັ້ມ​ແຂງ​ຂຶ້ນ ພ້ອມ​ທີ່​ຈະ​ປະຕິບັດ​ວຽກ​ງານ​ຕ່າງໆທີ່ຂັ້ນ​ເທິງ​ໄດ້​ວາງ​ອອກ

ສຳລັບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຊາວໜຸ່ມທີ່​ຜ່ານ​ມາ​ແມ່ນມີ​ດັ່ງ​ນີ້:

ປີ 2008:

    –    ຍາດ​ໄດ້​ອັນ​ດັບ 2 ຈາກ​ການ​ແຂ່ງຂັນ​ດົນ​ດີ ທີ່​ໂຮງຮຽນ​ສອນ​ດົນຕີ​ວຽງ​ຈັນ​ເປັນ​ເຈົ້າພາບ

ປີ 2012

    –    ​ໄດ້​ອັນ​ດັບ 4 ຈາກ​ການ​ແຂ່ງຂັນ​ເຕະບານ​ມະ​ວິທະຍ​ໄລ ​ແລະ ວິທະຍາ​ໄລ

    –    ​ໄດ້​ອັນ​ດັບ 1 ກອງ​ເຊຍ​ດີ​ເດັ່ນ​

    –    ​ໄດ້​ອັນ​ດັບ 3 ນາງ​ສາວ​ມິດຕະພາບ ວິທະຍາ​ໄລ

ປີ 2013:

    –    ​ໄດ້​ອັນ​ດັບ 2 ຈາກ​ການ​ແຂ່ງຂັນ​ຟ້ອນ​ລຳວົງ​ລາວ 5 ຈັງຫວະ

    –    ​ໄດ້​ຮັບ​ລາງວັນ​ທີ 1 ການ​ປະ​ກວດ​ນາງ​ສາວ​ລາວ

    –    ​ໄດ້​ຮັບ​ລາງວັນ​ທີ 1 ການ​ປະ​ກວດ​ນາງ​ສາວ​ມິ​ດຕະພາບ ວິທະ​ຍາ​ໄລ

ປີ 2014:

    –    ​ໄດ້​ອັນ​ດັບ 1 ການ​ແຂ່ງຂັນ​ເວົ້າພາສາ​ອັງກິດ ລະດັບ​ວິທະຍາ​ໄລ

    –    ​ໄດ້​ອັນ​ດັບ 2 ການ​ແຂ່ງຂັນ​ເຕັ້ນ​ເຊຍ​ລີດ​ເດີ

ປີ 2015:

    –    ​ໄດ້​ອັນ​ດັບ 1 ການ​ແຂ່ງຂັນ​ເວົ້າພາສາ​ອັງກິດ​ລະດັບ​ພາກ​ພື້ນ​ລຸ່ມ​ແມ່​ນ້ຳຂອງ ທີ່​ປະ​ເທດ​ໄທ​ເປັນ​ເຈົ້າພາບ​(​ເປັນ​ໂຕ​ແທນ​ຈາກ​ປະ​ເທດ​ລາວ)

 

ວິທະຍາ​ໄລ ລາວ-ທ໊ອບສ້າງຕັ້ງຂຶ້ນ​ແຕ່​ປີ 2007 ປະຈຸ​ບັນ​ມີ​ອາຈານ​ສອນ​ທັງໝົດ 30 ກວ່າ​ຄົນ, ມີ​ຈຳນວນ​ນັກຮຽນ​ທັງໝົດ 1,000 ກວ່າ​ຄົນ. ມີ​ຫ້ອງ​ຄອມພິວ​ເຕີ, ອິນ​ເຕີ​ເນັດ​ໄວ້​​ໃຫ້​ນັກ​ສຶກສາ​ໄດ້​ເຂົ້າ​ໃຊ້​ງານ ​ແລະ ປະກອບ​ເຂົ້າ​ໃນ​ການ​ຮຽນ​ການ​ສອນ. ວິທະຍ​າ​ໄລ ລາວ-ທ໊ອບ ມີຫຼັກສູດ​ປະ​ກາ​ສະ​ນີຍະ​ບັດຊັ້ນສູງ 4 ສາ​ຂາ​ວິ​ຊາ​ຄື: ພາສາ​ອັງກິດ, ​ໄອ​ທີ, ຄອມ​ພິວ​ເຕີ​ທຸລະ​ກິດ, ບໍລິຫານ​ທຸລະ​ກິດ ​ແລະ ການ​ເງິນ​ການ​ບັນຊີ. ນອກ​ນັ້ນ, ຍັງ​ມີຫຼັກສູດ​ໄລຍະ​ສັ້ນ ​ເຝິກອົບຮົມ ພາສາ​ອັງກິດ ​ແລະ ຄອມ​ພິວ​ເຕີ​. ວິທະຍາ​ໄລ ກຳລັງ​​ເປີດ​ຮັບ​ນັກ​ສຶກສາ​ໃໝ່ ​ແລະ ຈະ​ເປີດ​ຮຽນ​ໃນ​ວັນ​ທີ 7/9/2015 ທີ່​ຈະ​ມາ​ເຖິງ​ນີ້.

 

Leave a Reply

Your email address will not be published. Required fields are marked *