
ສະຖານທີ່ກວ້າງຂວາງ
ວິທະຍາໄລ ລາວ-ທ໊ອບຕັ້ງຍູ່ໃນໂຕເມືອງທີ່ມີຄວາມສະຫງົບ ແລະສະພາບແວດລ້ອມອ້ອມຂ້າງທີ່ດີ ສາມາດຂັບລົດໄປ-ມາໄດ້ສະດວກ ນອກຈາກນັ້ນຍັງມີສະຖານທີ່ຈອດລົດກວ້າງຂວາງສຳລັບນັກສຶກສາ

ຮ້ານອາຫານທີ່ບໍລິການດີ
ພວກເຮົາມີຮ້ານອາຫານໄວ້ຄອຍບໍລິການນັກສຶກສາທຸກທ່ານ ບໍ່ວ່າຈະເປັນອາຫານ ຫຼື ເຄື່ອງດື່ມຕ່າງໆ ທີ່ມີລາຄາຖືກ ແລະ ບໍລິການດີ

ຫ້ອງບັນຍາຍສຳລັບນັກສຶກສາ
ວິທະຍາໄລ ໄດ້ສ້າງຫ້ອງບັນຍາຍ ແລະຫ້ອງເຝິກຊ້ອມສີລະປະດົນຕີ ແລະ ຍັງມີຫ້ອງສຳລັບເບິ່ງໜັງຟັງເພງ ຫ້ອງທີ່ນັກສິກສາສາມາດເຂົ້າໄປໄດ້

ຫ້ອງສະໝຸດ
ຫ້ອງສະໝຸດມີໄວ້ສຳລັບນັກສຶກສາທີ່ມັກຊອກຫາຄວາມຮູ້ ຊອກຫາຂໍ້ມູນຕ່າງໆ ດັ່ງເຊັ່ນນັກສຶກສາຂອງວິທະຍາໄລ ລາວ-ທ໊ອບ