ປະຫວັດຄວາມເປັນມາ ວິທະຍາໄລລາວ-ທ໊ອບ ແມ່ນວິທະຍາໄລແຫ່ງໜຶ່ງທີ່ກໍ່ຕັ້ງຂຶ້ນເມື່ອວັນທີ 15/08/2007. ເພື່ອເຮັດໃຫ້ການສຶກສາຢູ່ລາວໄດ້ຂະຫຍາຍຕົວ ແລະ ທັນສະໄໝຍິ່ງຂຶ້ນໃນອານາຄົດ ໂຮງຮຽນພວກເຮົາຈຶ່ງໄດ້ໃຊ້ລະບົບການສຶກສາທີ່ທັນສະໄໝ ເຊິ່ງເປັນທີ່ຍອມຮັບໃນປະເທດເກົາຫຼີເຂົ້າມາສິດສອນ, ອາຈານໝົດທຸກຄົນບໍ່ວ່າຈະເປັນຄົນລາວ ຫຼື ຄົນຕ່າງປະເທດກໍ່ລ້ວນແຕ່ມີປະສົບການໃນການສອນມາເປັນເວລາ ນານເນື່ອງຈາກວ່າການສຶກສາແມ່ນເປັນພື້ນຖານທີ່ສຳຄັນອັນໜຶ່ງໃນວຽກງານການພັດທະນາຊັບພະຍາກອນມະນຸດໃນ ສ.ປ.ປ.ລາວ ໃຫ້ການເປັນນັກວິຊາການທີ່ມີຄວາມ ຮູ້ ຄວາມສາມາດ ແລະ ວິຊາຊີບ, ມີຈາລິຍະທຳ ແລະ ຄຸນະທຳ ມີຄວາມກະຕັນຍູ ຂະຫຍັນໝັ່ນພຽນ ຊື່ສັດ ອົດທົນ ເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ ແລະ ເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຈຸດປະສົງ ສ້າງນັກສຶກສາໃຫ້ມີຄວາມຮູ້ພື້ນຖານດ້ານພາສາອັງກິດ, ພາສາຈີນ, ແລະ ຄອມພິວເຕີ້ ຈົນສາມາດໃຊ້ງານກັບຊີວິດຕົວຈິງ, ປະກອບອາຊີບ, ຕິດຕໍ່ພົວພັນກັບ ອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ….

read more

ການເຂົ້າ-ອອກວິທະຍາໄລ ເວລາມາໂຮງຮຽນ ບໍ່ວ່າຈະເປັນນັກສຶກສາພາກເຊົ້າ ແລະ ພາກບ່າຍ ແມ່ນນຳລົດຈັກຈອດດ້ານຫຼັງຂອງໂຮງຮຽນ. ສ່ວນພາກຄ່ຳແມ່ນໃຫ້ຈອດລົດໃຫຍ່ດ້ານຫຼັງ, ລົດຈັກຈອດດ້ານໜ້າກໍ່ໄດ້, ຖ້າຫາກດ້ານໜ້າເຕັມກໍ່ຈອດຢູ່ດ້ານຫຼັງ. ກ່ອນຈະຂຶ້ນຫ້ອງຕ້ອງທຳການແຈ້ງບາໂຄດຢູ່ເຄົາເຕີ້ທຸກໆຄັ້ງ. ຖ້າບໍ່ແຈ້ງກໍ່ຖືວ່າຂາດຮຽນ. ຖ້ານັກຮຽນຂາດກາຍ 1 ອາທິດຂຶ້ນໄປຕ້ອງຂຽນໃບລາພັກ, ບໍ່ດັ່ງນັ້ນຈະບໍ່ມີສິດເສັງ. ຂາດຮຽນໜຶ່ງເດືອນແມ່ນບໍ່ມີສິດສອບເສັງ. ຫ້າມນັກສຶກສາພາໝູ່ເພື່ອນທີ່ບໍ່ແມ່ນນັກສຶກສາຂອງວິທະຍາໄລ ລາວ-ທ໊ອບ ເຂົ້າມາໂຮງຮຽນ ຫຼື ເຂົ້າຫ້ອງຮຽນຫາກບໍ່ຈຳເປັນ. ການນຸ່ງຖື ນັກສຶກສາຕ້ອງນຸ່ງເສື້ອຂາວ, ໂສ້ງສີດຳ ຫຼື ສີຟ້າ, ສິ້ນສີດຳ ຫຼື ສີຟ້າ. ມັດກາລະວັດ, ຫ້ອຍບັດປະຈຳຕົວ ແລະ ຕິດກາຂອງໂຮງຮຽນ. ຫ້າມໃສ່ເກີບຄີບ ຫຼື ໂສ້ງ ຢີນມາໂຮງຮຽນ. ສຳລັບພະນັກງານ ສາມາດໃສ່ຊຸດຂອງອົງກອນທີ່ຕົນສັງກັດຢູ່ໄດ້, ແຕ່ຕ້ອງມັດກາລະວັດ, ຫ້ອຍບັດປະຈຳຕົວ ແລະ…

read more