Basic Computer

ທ່ານຈະໄດ້ຮຽນຮູ້ການນຳໃຊ້ Microsoft Office ຂັ້ນພື້ນຖານເຊັ່ນ Word, Excel, PowerPoint

ເຮົາຈະເນັ້ນພາກປະຕິບັດເພື່ອໃຫ້ທ່ານໄດ້ນຳໃຊ້ຄອມພິວເຕີຢ່າງຄ່ອງແຄ້ວ

Microsoft Office Course

  •  ຮຽນຮູ້ການນຳໃຊ້ໂປຣແກຣມຫ້ອງການຕ່າງໆໃນໄລຍະສັ້ນ
  •  ເໝາະກັບພະນັກງານທີ່ຕ້ອງການບຳລຸງຄວາມຮູ້ເພີ່ມຕື່ມໃນການໃຊ້ງານໂປຣແກຣມຫ້ອງການ
  •  ຮຽນຮູ້ການຈັດໜ້າເອກະສານ, ການພິມ, ການຄິດໄລ່ບັນຊີ, ຄິດໄລ່ລາຍຮັບລາຍຈ່າຍ ແລະ ສ້າງບົດນຳສະເໜີ
  •  ໂປຣແກຣມທີ່ຮຽນ: Word, Excel, PowerPoint, ຮັບ-ສົ່ງອີເມວ.

 

Microsoft Office Word

  •  ຮຽນຮູ້ວິທີການໃຊ້ຄອມພິວເຕີຕັ້ງແຕ່ເລີ່ມຕົ້ນ
  •  ເໝາະກັບຜູ້ທີ່ບໍ່ມີພື້ນຖານມາກ່ອນ ຫຼື ຜູ້ທີ່ຕ້ອງການຮຽນເຈາະເລິກກ່ຽວກັບການໃຊ້ງານໂປຣແກຣມ Word
  •  ຮຽນຮູ້ການຈັດໜ້າເອກະສານ, ການພິມ, ການສ້າງບົດລາຍງານ, ການສ້າງບັດເຊີນ, ການພິມໃບຄຳຮ້ອງ ຫຼື ເອກະສານຕ່າງໆທີ່ຕ້ອງໄດ້ໃຊ້ໃນຫ້ອງການ

 

Microsoft Office Excel

  •  ຮຽນຮູ້ການສ້າງຕາຕະລາງລາຍຮັບລາຍຈ່າຍ ສ້າງບັນຊີຕ່າງໆ
  •  ເໝາະກັບຜູ້ທີ່ເຮັດວຽກກ່ຽວກັບບັນຊີ, ສາງ, ຫຼື ວຽກຫ້ອງການອື່ນໆທີ່ຈະຕ້ອງມີການຄິດໄລ່ຄຳນວນ
  •  ນັກສຶກສາສາຍບັນຊີ ຫຼື ການເງິນແມ່ນຈະຕ້ອງໄດ້ໃຊ້ໂປຣແກຣມ Excel ຢູ່ຕະຫຼອດເວລາ
  •  ສູດທີ່ໃຊ້ຮຽນແມ່ນມີສູດຄຳນວນທົ່ວໄປ, ສູດຄຳນວນຫາອັດຕາດອກເບ້ຍ, ສູດຄຳນວນເງິນເດືອນ, ສູດຄິດໄລ່ຄ່າເຊື່ອມລາຄາ ແລະ ອື່ນໆທີ່ຈະຕ້ອງໃຊ້ໃນຊີວິດຈິງ

 

Microsoft Office PowerPoint

  •  ຮຽນຮູ້ການສ້າງບົດນຳສະເໜີຕ່າງໆ ບໍ່ວ່າຈະເປັນບົດນຳສະເໜີສິນຄ້າ, ໂຄງການ ຫຼື ບົດນຳເໜີບົດຈົບຊັ້ນຂອງນັກສຶກສາ
  •  ເໝາະກັບພະນັກງານ ຫຼື ນັກສຶກສາທີ່ສົນໃຈ
  •  ຮຽນຮູ້ວິທີສ້າງບົດນຳເໜີໃຫ້ໜ້າສົນໃຈ ແລະ ດຶງດູດຜູ້ຊົມ