ພິທີມອບ-ຮັບປະກາສະນີຍະບັດໃຫ້ຜູ້ທີ່ສຳເລັດການສຶກສາໃນສົກສຶກສາ 2012-2013. ໃນນີ້ມີທັງພາກວິຊາພາສາອັງກິດ ຊັ້ນສູງ ແລະ ປະລິນຍາຕິ ລວມທັງພາກວິຊາຄອມພິວເຕີທຸລະກິດ ຊັ້ນສູງ. ພິທີຮັບແມ່ນໄດ້ຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດຫຼັກ6 ວັນທີ 18/10/2013 ເວລາ 14:00 ເຊິ່ງເປັນປະທານໂດຍ ທ່ານ ຄຳພອນ ໄຊຊົມພູ ຫົວໜ້າຫ້ອງການສະພາທີປຶກສາ ການສຶກສາພາກເອກະຊົນ ແລະ ທ່ານ ກວັນ ຢຸງ ວຸກ ອຳນວຍການວິທະຍາໄລ ລາວ-ທ໊ອບ ພ້ອມທັງໂຕແທນຈາກວິທະຍາໄລອ້ອມຂ້າງ ລວມທັງຄູອາຈານ ແລະ ພໍແມ່ຜູ້ປົກຄອງຂອງບັນດິດໃໝ່.

ບັນດາຜູ້ທີ່ຮັັບໃບປະກາສະນີຍະບັດປະກອບມີ ປະລິນຍາຕີ:ພາສາອັງກິດ 5 ຄົນ, ຊັ້ນສູງພາສາອັງກິດ: 23 ຄົນ ແລະ ຊັ້ນສູງຄອມພິວເຕີີທຸລະກິດ 11 ຄົນ.

ວິທະຍາໄລ ຂໍສະແດງຄວາມຍິນດີໃຫ້ກັບຜູ້ທີ່ສຳເລັດການສຶກສາໃນຄັ້ງນີ້ດ້ວຍ ຫວັງຢ່າງຍິ່ງວ່າບັນດານັກສຶກສາຈະນຳເອົາຄວາມຮູ້້ທີ່ໄດ້ຮ່ຳຮຽນມາ ໄປໃຊ້ໃຫ້ເກີດປະໂຫຍດສູງສຸດແກ່ສັງຄົມ ກໍຄືປະເທດຊາດ.

 

 

 

 

 

Leave a Reply

Your email address will not be published. Required fields are marked *