ວັນທີ 5 ກຸມພາ 2021, ແອັບ Handee – Find Your Local Services ຈັດງານປະຊາສຳພັນທີ່ ວິທະຍາໄລ ລາວ-ທ໊ອບ
ແອັບ Handee ເປັນແອັບທີ່ໄວ້ສຳລັບຈັດຈ້າງ ແລະ ປະມູນວຽກ ເພື່ອສຳລັບຜູ້ທີ່ຕ້ອງການຫາວຽກເຮັດງານທຳ ຫຼື ອາຊີບເສີມ.
ເໝາະກັບຫຼາກຫຼາຍອາຊີບເຊັ່ນ ຊ່າງໄມ້, ພິທີກອນ, ນັກດົນຕີ, ຊ່າງພາບ, ໝໍພອນ, ຊ່າງແປງ, ຄູສອນ ແລະ ອື່ນໆ ອີກຫຼາກຫຼາຍ.
ໂດຍການເຂົ້າຮ່ວມຂອງທ່ານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການ ວິທະຍາໄລ ລາວ-ທ໊ອບ ພ້ອມກັບຄະນະຄູອາຈານ ແລະ ນັກສຶກສາຈາກທຸກສາຂາ.
ວິຊຸນ ນະວຽງຈັນ ຜູ້ອຳນວຍການ ແລະ ຜູ້ຮ່ວມກໍ່ຕັ້ງ Handee ໄດ້ຂຶ້ນນຳສະເໜີວິໄສທັດ ແລະ ການໃຊ້ງານແອັບດັ່ງກ່າວ. ເຊິ່ງແອັບນີ້ຈະເປັນການຊຸກຍູ້ໃຫ້ແຕ່ລະຄົນໄດ້ມີໂອກາດ ສ້າງລາຍຮັບຂອງຕົນເອງເພີ່ມຂຶ້ນ ໂດຍສະເພາະຜູ້ທີ່ມີວຽກປະຈຳ ແລ້ວຢາກຫາລາຍໄດ້ເສີມ.
ຜູ້ທີ່ສົນໃຈກໍສາມາດດາວໂຫຼດແອັບດັ່ງກ່່ວໄດ້ທີ່ App Store ແລະ Play Store
ຂໍຂອບໃຈທາງ Handee ທີ່ມານຳສະເໜີຂໍ້ມູນດີໆແບບນີ້ແກ່ນັກສຶກສາ








