ເພື່ອ​ເປັນ​ການ​ເສີມ​ທັກ​ສະ​ຄວາມ​ຮູ້​ໃຫ້​ກັບ​ນັກ​ສຶກສາ​ໃນ​ການ​ອອກ​ແບບ​ຖານ​ຂໍ້​ມູນ ​ແລະ ​ການ​ສ້າງ​ເວັບ​ໄຊ໌ ນອກນັ້ນຍັງ​ເພື່ອ​ເປັນ​ການ​ສ້າງ​ກິດຈະກຳ​ໃໝ່ໆ​ໃນ​​ໂຮງຮຽນ​ເພື່ອ​ໃຫ້​ນັກ​ສຶກສາ​ໃຊ້​ເວລາ​ວ່າງ​ໃນ​ການ​ຊອກ​ຮູ້​ຮ່ຳ​ຮຽນ ທາງ​ພາກ​ວິຊາ​ຄອມ​ພິວ​ເຕີ​ຈຶ່ງ​ໄດ້​ເປີ​ດຊຸດ​ເຝິກ​ອົບຮົມ​ຂຶ້ນມາ​ເພື່ອ​ໃຫ້​ນັກ​ສຶກສາ ຕະຫຼອດ​ເຖິງ​ຄູ​ອາຈານ​ໄດ້​ມີ​ສ່ວນ​ຮ່ວມ​ກັບ​ ​ແລະ ​ໄດ້​ຄວາມ​ຮູ້​ໃນ​ງານ​ເຝິກອົບ​ຮົມ​ດັ່ງກ່າວ.

​ຊຸດ​ເຝິກອົບຮົມ​ໄດ້​ເປີດ​ເປັນ​ສອງ​ຊຸດ​ຄື:

·         ຊຸ​ດທີໜຶ່ງ​ແມ່ນ​ວັນ​ທີ 22/11/2013 ​ເປັນ​ຊຸດ​ເຝິກອົບຮົມ​ກ່ຽວ​ກັບ​ການ​ອອກ​ແບບ​ຖານ​ຂໍ້​ມູນ ​ເຊິ່ງ​ໄດ້​ຈັດ​ຂຶ້ນທີ່​ຫ້ອງ​ Computer 3 ​ເວລາ 19:30-20:30 ​ເນັ້ນ​ສຳລັບ​ນັກ​ສຶກສາ​ສາຍ​ຄອມ​ພິວ​ເຕີ ປີ​ທີ 2 ​​ເຊິ່ງມີ​ຜູ້​ເຂົ້າຮ່ວມ​ທັງໝົດ 15 ຄົນ​ເປັນ​ຍິງ 4 ຄົນ, ນອກ​ນັ້ນ ຍັງ​ມີ​ນັກ​ສຶກສາ​ສາຍ​ພາສາ​ອັງກິດ​ທີ່​ສົນ​ໃຈ​ເຂົ້າຮ່ວມ​ອີກ 3 ຄົນ ​ເປັນ​ຍິງ 0 ຄົນ.

·         ຊຸດ​ທີ​ສອງ​ແມ່ນ​ວັນ​ທີ 23/11/2013 ​ເປັນ​ຊຸດ​ເຝິກອົບຮົມ​ກ່ຽວ​ກັບ​ການສ້າງ​ເວັບ​ໄຊ໌ຢ່າງ​ງ່າຍດາຍ​ດ້ວຍ Joomla CMS ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ຫ້ອງ Lecture ​​​ເວລາ 9:00-12:00 ​​ເປັນ​ຊຸດ​ເຝິກອົບຮົມ​ທີ່​ຈັດ​ຂຶ້ນທົ່ວ​ໄປ ສຳລັບ​ນັກ​ສຶກສາລາ​ວທ໊ອບທຸກໆຂະ​ແໜງທີ່​ສົນ​ໃຈ ​ໃນ​ຊຸດ​ດັ່ງກ່າວ​ມີ​ຜູ້​ເຂົ້າຮ່ວມ​ທັງໝົດ 27 ຄົນ ​ເປັນ​ຍິງ 4 ຄົນ ​ທັງໝົດນັ້ນລວມທັງ​ນັກ​ສຶກສາ​ສາຍ​ຄອມ​ພິວ​ເຕີ ​ແລະ ພາສາ​ອັງກິດ.

 

Leave a Reply

Your email address will not be published. Required fields are marked *