ແຈ້ງການ

ເຖິງ: ອາຈານ ແລະ ນັກສຶກສາໝົດທຸກຄົນ

ເລື່ອງ: ວ່າດ້ວຍການປັບປ່ຽນເວລາ ການຮຽນ-ການສອນ Online

ເພື່ອເປັນການປະຕິບັດມາດຕະການຮັກສາໄລຍະຫ່າງ ວິທະຍາໄລ ລາວ-ທ໊ອບ ຈະໄດ້ຈັດຕັ້ງການຮຽນການສອນອອນລາຍ ຜ່ານທາງລະບົບ Zoom Meeting ແລະ Google Meet. ສະນັ້ນ, ເພື່ອເປັນການກຳນົດລະບຽບການ ຈຶ່ງໄດ້ປັບປ່ຽນເວລາ ການຮຽນ-ການສອນ ໃຫ້ເໝາະສົມ ຕາມການຮຽນອອນລາຍຄື ບໍ່ເກີນ 40 ນາທີຕໍ່ 1 ຊົ່ວໂມງຮຽນຄືດັ່ງນີ້

ພາກເຊົ້າ

  1. 8:30 ຫາ 9:10
  2. 9:30 ຫາ 10:10

ບ່າຍ

  1. 13:30 ຫາ 14:10
  2. 14:30 ຫາ 15:10

ແລງ

  1. 17:30 ຫາ 18:10
  2. 18:30 ຫາ 19:10

ຫຼັກສູດເດັກນ້ອຍ

  1. 17:00 ຫາ 17:40
  2. 18:00 ຫາ 18:40

ຈຶ່ງແຈ້ງມາຍັງນັກຮຽນ ນັກສຶກສາ ອາຈານ ຜູ້ປົກຄອງໄດ້ຮັບຊາບທົ່ວເຖິງ ແລະ ປະຕິບັດຕາມດ້ວຍ

Leave a Reply

Your email address will not be published. Required fields are marked *