![ການແຂ່ງຂັນເປຕັງຂອງສະມາຊິກຊາວໜຸ່ມ ວິທະຍາໄລ ລາວ-ທ໊ອບ](images/youth-petong-2016/lao-top-youth-petong-2016-0.jpg)
ການແຂ່ງຂັນເປຕັງຂອງສະມາຊິກຊາວໜຸ່ມ ວິທະຍາໄລ ລາວ-ທ໊ອບ
ໜ່ວຍງານຊາວນຸ່ມຮາກຖານ ວິທະຍາໄລ ລາວ-ທ໊ອບ ໄດ້ຈັດກິດຈະກຳແຂ່ງຂັນເປຕັງ ຊິງຂັນອຳນວຍການ ໂດຍໄດ້ນຳເອົາບັນດາສະມາຊິກຊາວໜຸ່ມຂອງແຕ່ລະຫ້ອງມາແຂ່ງຂັນກັນເພື່ອຄວາມສາມັກຄີຂອງບັນດາສະມາຊິກຊາວໜຸ່ມພາຍໃນ ວິທະຍາໄລ ລາວ-ທ໊ອບ
ໃນວັນທີ 21 ພຶດສະພາ 2016 ທີ່ເດີ່ນ ເພັດເປຕັງ ໄດ້ມີການຈັດກິດຈະກຳແຂ່ງຂັນ ເປຕັງ ຊິງຂັນໝູນວຽນ ອຳນວຍການ ວິທະຍາໄລ ລາວ-ທ໊ອບ ເຊິ່ງໄດ້ຈັດຂຶ້ນເປັນຄັ້ງທຳອິດ. ການຈັດກິດຈະກຳໃນຄັ້ງນີ້ ຈຸດປະສົງແມ່ນເພື່ອຮັດແໜ້ນຄວາມສາມາຄີກົມກຽວກັນລະວ່າງນ້ອງນັກສຶກສາ ແລະ ຄູອາຈານທີ່ເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ພາຍໃນຂົງເຂດ ວິທະຍາໄລ ລາວ-ທ໊ອບ. ການແຂ່ງຂັນໃນຄັ້ງນີ້ມີນ້ອງນັກສຶກສາເຂົ້າຮ່ວມທັງໝົດ 30 ຄົນ ເຊິ່ງເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ທັງໝົດ. ທ່ານ ວິໄລສັກ ຂັນຕິວົງ ຮອງເລຂາສະມາຊິກຊາວໜຸ່ມຮາກຖານ ຝ່າຍກິດຈະກຳ ໄດ້ກ່າວວ່າ “ການແຂ່ງຂັນເປຕັງໃນຄັ້ງນີ້ ແມ່ນເພື່ອຮັດແໜ້ນຄວາມສາມັກຄີກັນພາຍໃນ ລະວ່າງນັກສຶກສາດ້ວຍກັນ ແລະ ຄູອາຈານ. ພ້ອມນັ້ນຍັງເປັນການໃຊ້ເວລາວ່າງໃຫ້ເປັນປະໂຫຍດ ແລະ ຍັງສົ່ງເສີມ 5 ຫຼັກມູນການສຶກສາ ໂດຍສະເພາະແມ່ນ ພາລະສຶກສາ ເຊິ່ງເປັນສິ່ງທີ່ເຮັດໃຫ້ນັກສຶກສາມີສຸຂະພາບແຂງແຮງ”
![ການແຂ່ງຂັນເປຕັງຂອງສະມາຊິກຊາວໜຸ່ມ ວິທະຍາໄລ ລາວ-ທ໊ອບ](images/youth-petong-2016/lao-top-youth-petong-2016-1.jpg)
![ການແຂ່ງຂັນເປຕັງຂອງສະມາຊິກຊາວໜຸ່ມ ວິທະຍາໄລ ລາວ-ທ໊ອບ](https://i0.wp.com/laotop.net/wp-content/uploads/2016/05/lao-top-youth-petong-2016-2.jpg?w=640&ssl=1)
![ການແຂ່ງຂັນເປຕັງຂອງສະມາຊິກຊາວໜຸ່ມ ວິທະຍາໄລ ລາວ-ທ໊ອບ](images/youth-petong-2016/lao-top-youth-petong-2016-3.jpg)