ຂຽນດ້ວຍມື ຈະເຮັດໃຫ້ເຈົ້າສະຫຼາດຂຶ້ນແທ້ບໍ່?

ອຸປະກອນມືຖືເຊັ່ນ ແລັບທ໊ອບ ແລະ ສະມາດໂຟນ ເປັນໂຕຊ່ວຍທີ່ດີ ເຮັດໃຫ້ ບິກ, ສໍ ແລະ ເຈ້ຍ ກາຍເປັນສິ່ງທີ່ບໍ່ຈຳເປັນ. ເຖິງແນວໃດກໍຕາມ, ຈາກຜົນການວິໄຈສະບັບໃໝ່ ໄດ້ບອກວ່າການຂຽນດ້ວຍມື ຊ່ວຍເຮັດໃຫ້ເຮົາມີສະມາທິກັບສິ່ງທີ່ຮຽນໄດ້ດີກວ່າ ເຊິ່ງ ແປ້ນພິມ ແລະ ໜ້າຈໍໂທລະສັບກັບບໍ່ໄດ້ຊ່ວຍຫຍັງເຮົາເລີຍ

credit: https://i0.wp.com/www.destinationsdreamsanddogs.com/wp-content/uploads/2015/09/typing.jpg?resize=600%2C400

Credit: http://www.destinationsdreamsanddogs.com/wp-content/uploads/2015/09/typing.jpg

ຈາກຜົນການສຶກສາທີ່ມະຫາວິທະຍາໄລ ພຣິນສຕັນ ແລະ ມະຫາວິທະຍາໄລແຫ່ງແຄລິຟໍເນຍ ໄດ້ສຶກສາວ່າການຂຽນດ້ວຍມືນັ້ນ ສາມາເພີ່ມຄວາມສາມາດສະມາທິ ໄດ້ດີກວ່າອຸປະກອນອີເລັກໂທຣນິກ. ຜົນການສຶກສາຍັງບອກວ່າ ຜູ້ທີ່ຂຽນດ້ວຍມື ມີຄວາມສາມາດດ້ານຄວາມຈຳ ແລະ ຄວາມເຂົ້າໃຈບົດຮຽນໄດ້ດີກວ່າ. ນອກຈາກນັ້ນ ຜູ້ສຶກສາຍັງໄດ້ສຶກສາກ່ຽວກັບວິທີການບັນທຶກອີກດ້ວຍ.

“The written notes capture my thinking better than typing,” ທ່ານ ເຄັນເນັດ ຄີຣາ ແຫ່ງມາຫະວິທະຍາໄລ ເນບຣາສກາ ໄດ້ກວ່າໄວ້ ເຊິ່ງໝາຍຄວາມວ່າ “ການຈົດກ່າຍນັ້ນບັນທຶກຄວາມຄິດຂອງຂ້ອຍໄດ້ດີກວ່າການພິມ”

Credit: https://i0.wp.com/www.cfh.com/Media/news/handwriting.jpg?resize=600%2C353&ssl=1

Credit: https://www.cfh.com/Media/news/handwriting.jpg

ຈາກອາດີດ ຈົນເຖິງປະຈຸບັນ ການຈົດກ່າຍເປັນສິ່ງທີ່ມະນຸດເຮົາໄດ້ໃຊ້ມາໂດຍຕະຫຼອດ ເຊິ່ງເປັນການບັນທຶກຄວາມຊົງຈຳ ຄວາມຄິດ ວິຖີຊີວິດ ແລະ ອີກຫຼາຍໆຢ່າງ. ຈົນໃນປະຈຸບັນນີ້ ໄດ້ມີອຸປະກອນອີເລັກໂທຣນິກອອກມາຫຼາຍຮູບແບບ ເຊິ່ງຊ່ວຍເຮົາຈື່ຈຳໄດ້ ບໍ່ວ່າຈະເປັນການບັນທຶກສຽງ ກາຍຖ່າຍຮູບ ແລະ ການພິມເອົາໄວ້ ເຊິ່ງມັນເຮັດໃຫ້ຄວາມຊົງຈຳນັ້ນໆ ຢູ່ນຳເຮົາໄປອີກດົນ ແລະ ສາມາດເອົາກັບມາເບິ່ງຄືນຍາມໃດ ເມື່ອໃດກໍໄດ້ທັງນັ້ນ.

ແຕ່ຈາກການສຶກສາ ແລະ ຄົ້ນຄວ້າວິໄຈໃນມໍໆນີ້ ຈາກມະຫາວິທະຍາໄລ ພຣິນສຕັນ, ໄດ້ເປີດເຜີຍວ່າ ການຈົດກ່າຍນັ້ນ ສາມາດເພີ່ມປະສິດຕິພາບຂອງນັກສຶກສາໄດ້ດີກວ່າການພິມບັນທຶກໃນອຸປະກອນອື່ນໆ. ວິທີການສຶກສາຂອງເຂົາແມ່ນໃຫ້ນັກສຶກສາທັງຫ້ອງແບ່ງເຄິ່ງກັນ ເຄິ່ງໜຶ່ງໃຊ້ອຸປະກອນອີເລັກໂທນິກໃນການຊ່ວຍບັນທຶກ ສ່ວນອີກຝ່າຍແມ່ນໃຊ້ເຈ້ຍແລະບິກ ໃນການຊ່ວຍບັນທຶກ. ໂດຍໃຫ້ທັງໝົດນັ້ນເບິ່ງການສອນບັນຍາຍປະມານ 30 ນາທີ ແລ້ວກໍເຮັດສອບເສັງ. ເຊິ່ງຜົນປາກົດວ່າ ຜູ້ທີ່ໃຊ້ວິທີການບັນທຶກດ້ວຍເຈ້ຍແລະບິກນັ້ນມີຄວາມສາມາດສູງກວ່າ.

ເຖິງແນວໃດກໍຕາມ ລາວກໍຍັງໄດ້ສຶກສາເຖິງວິທີການຈົດບັນທຶກຂອງນັກສຶກສາແຕ່ລະກຸ່ມ ແລະເຫັນໄດ້ວ່າ ວິທີໃນການຈົດບັນທຶກນັ້ນ ມີຜົນຕໍ່ຄວາມຊົງຈຳ ແລະ ການຮຽນຮູ້.

ການຈົນບັນທຶກນັ້ນໄດ້ເຮັດໃຫ້ເຮົາໄດ້ຄິດ ແລະ ສະຫຼຸບສັງລວມສິ່ງທີ່ຜູ້ບັນຍາຍກຳລັງບັນຍາຍ ຈຶ່ງເຮັດໃຫ້ເຮົາຕ້ອງສຸມສະມາທິໃສ່ ແລະ ຄິດວິເຄາະ ແລ້ວຈຶ່ງກັ່ນຕອງອອກມາເປັນໂຕໜັງສືຂຽນໃສ່ໃນເຈ້ຍ ເຊິ່ງມັນຍັງເຮັດໃຫ້ເຮົາຈື່ຈຳສິ່ງເຫຼົ່ານັ້ນໄດ້ດີກວ່າການພິມໃສ່ຄວາມພິວເຕີ ຈຶ່ງເປັນບົດສະຫຼຸບວ່າການຂຽນດ້ວຍມືນັ້ນ ເຮັດໃຫ້ເຮົາສະຫຼາດຂຶ້ນ.

ແຫຼ່ງທີ່ມາ  Credit Source: http://www.wsj.com/articles/can-handwriting-make-you-smarter-1459784659

Leave a Reply

Your email address will not be published. Required fields are marked *