Lao-Top Weekend Computer Training

ວິທະຍາໄລ ລາວ-ທ໊ອບ ເປີດຮັບນັກຮຽນຄອມພິວເຕີໄລຍະສັ້ນ ຊຸດໃໝ່

ລົງຖະບຽນ: ຕັ້ງແຕ່ວັນນີ້ເປັນຕົ້ນໄປ

ເລີ່ມຮຽນ: ວັນເສົາ ທີ 07/05/2016

ມື້ຮຽນ: ເສົາ ແລະ ອາທິດ

ເວລາຮຽນ: 09:00-12:00ໂມງ ເຊົ້າ

ຫຼັກສູດໄລຍະສັ້ນທີ່ເປີດຮັບມີດັ່ງນີ້:

  • Microsoft Office (45ຊົ່ວໂມງ)
  • Microsoft Office Word (45 ຊົ່ວໂມງ)
  • Microsoft Office Excel (45 ຊົ່ວໂມງ)
  • Microsoft Office Power (45 ຊົ່ວໂມງ)
  • ຫຼັກສູດຕິດຕັ້ງ+ແກ້ໄຂບັນຫາຄອມພິວເຕີ+ເຄືອຂ່າຍ (45 ຊົ່ວໂມງ)
  • ຫຼັກສູດອອກແບບ Photoshop+Illustrator (45 ຊົ່ວໂມງ)
  • ຫຼັກສູດອອກແບບເວັບໄຊ HTML + CSS + Joomla/Wordpress (45 ຊົ່ວໂມງ)

ຮຽນຫຼັກສູດໃດດີ

ເພື່ອໃຫ້ສະດວກໃນການເລືອກຫຼັກສູດການຮຽນ ວິທະຍາໄລ ລາວ-ທ໊ອບຂໍສະເໜີດັ່ງນີ້:

  • Microsoft Office (45ຊົ່ວໂມງ): ເໝາະກັບຜູ້ທີ່ມີພື້ນຖານແດ່ແລ້ວ ຢາກຮຽນເພື່ອຍົກລະດັບຕົນເອງແບບເລັ່ງ ລັດ ແນະນຳຜູ້ຮຽນຄວນຮູ້ຈັກນຳໃຊ້ຄອມພິວເຕີໃນລະດັບເລີ່ມຕົ້ນ
  • Microsoft Office Word (45 ຊົ່ວໂມງ): ເໝາະສົມກັບພະນັກງານ/ນັກສຶກສາທີ່ຕ້ອງໄດ້ພິມບົດລາຍງານຕະຫຼອດ ແຕ່ບໍ່ຮູ້ ວ່າຈະໃຊ້ງານຈັ່ງໃດ ຫຼື ບໍ່ຮູ້ວິທີຈັດໜ້າ, ຈັດສາລະບານ, ຈັດຫົວຂໍ້ຕ່າງໆ, ເຮັດເອກສານອ້າງອີງ ສຳລັບນັກສຶກສາແມ່ນຄວນຮຽນເພື່ອນຳໃຊ້ເຂົ້າໃນການຂຽນບົດລາຍງານ ບົດຈົບຊັ້ນ
  • Microsoft Office Excel (45 ຊົ່ວໂມງ): ເໝາະສົມກັບພະນັກງານ/ນັກສຶກສາທີ່ເຮັດວຽກ ຫຼື ຮຽນດ້ານບັນຊີ ຕ້ອງຢູ່ກັບບັນຊີ ລາຍຮັບ-ລາຍຈ່າຍ, ສະຖິຕິ, ເກັບກຳຂໍ້ມູນແລ້ວສະຫຼຸບສັງລວມເປັນແຜນວາດເສັ້ນສະແດງ, ລະບົບເກັບກຳຂໍ້ມູນສິນຄ້າ
  • Microsoft Office Power (45 ຊົ່ວໂມງ): ເໝາະສົມກັບຜູ້ທີ່ຕ້ອງການເຮັດບົດນຳສະເໜີໃຫ້ໜ້າສົນໃຈເພີ່ມຂຶ້ນ ເພີ່ມລູກຫຼິ້ນຕ່າງໆ ປ່ຽນການນຳສະເໜີບົດບໍ່ໃຫ້ໜ້າເບື່ອອີກຕໍ່ໄປ
  • ຫຼັກສູດຕິດຕັ້ງ+ແກ້ໄຂບັນຫາຄອມພິວເຕີ+ເຄືອຂ່າຍ (45 ຊົ່ວໂມງ): ເໝາະກັບບຸກຄົນທົ່ວໄປ, ພະນັກງານ, ນັກສຶກສາ ທີ່ຕ້ອງການຮຽນຮູ້ກ່ຽວກັບອຸປະກອນ ການສ້ອມແປງຄອມພິວເຕີເບື້ອງຕົ້ນ, ການເບິ່ງອາການ ແລະ ແກ້ໄຂບັນຫາ ພ້ອມນັ້ນຍັງມີລະບົບເຄືອຂ່າຍ ຕິດຕັ້ງລະບົບ Wifi
  • ຫຼັກສູດອອກແບບ Photoshop+Illustrator (45 ຊົ່ວໂມງ): ເໝາະກັບຜູ້ທີ່ສົນໃຈດ້ານການອອກແບບສື່ສິ່ງພິມ ເຮັດ Artwork ຫຼື ຜູ້ທີ່ຢາກຍົກລະດັບການໃຊ້ງານ ໂປຣແກຣມຕັດຕໍ່ຮູບພາບ ແລະ ອອກແບບສິ່ງພິມ
  • ຫຼັກສູດອອກແບບເວັບໄຊ HTML + CSS + Joomla/Wordpress (45 ຊົ່ວໂມງ): ເໝາະກັບບຸກຄົນທົ່ວໄປທີ່ສົນໃຈເລື່ອງການສ້າງເວັບໄຊ ແລະ ນັກສຶກສາທີ່ຢາກເພີ່ມຄວາມຮູ້ດ້ານນີ້ ເຊິ່ງຈະໄດ້ຮຽນຕັ້ງແຕ່ພື້ນຖານໄປຈົນຮອດການນຳເວັບໄຊຂຶ້ນສູ່ງ Hosting ແລະ ການໃຊ້ງານ CMS ຕ່າງໆ

ຂັ້ນຕອນໃນການສະມັກຮຽນ

  • ຊື້ແບບຟອມສະມັກຮຽນ
  • ລົງຖະບຽນຮຽນ
  • ຮັບເອົາເອກະສານປະກອບການຮຽນ(ບາງຢ່າງເປັນ File ເອກະສານ)

ສິ່ງທີ່ຈະຕ້ອງນຳມາ

  • ຮູບຕິດບັດ ຂະໜາດ 3×4 ຈຳນວນ 2 ໃບ

ສິ່ງທີ່ຜູ້ຮຽນຈະໄດ້ຮັບ

  • ໃບຢັ້ງຢືນການຮຽນຈາກວິທະຍາໄລ ລາວ-ທ໊ອບ ວ່າຜູ້ກ່ຽວໄດ້ຜ່ານການເຝິກອົບຮົມມາແລ້ວ

 

ຂໍ້ມູນເພີ່ມຕື່ມ ໂທ: 021 353900 ຫຼື 021 353901

ວິທະຍາໄລ ລາວ-ທ໊ອບ

ບ້ານໂພນປ່າເປົ້າ

ເມືອງສີສັດຕະນາກ

ນະຄອນຫຼວງວຽງຈັນ

 

Lao-Top Weekend Computer Training

Leave a Reply

Your email address will not be published. Required fields are marked *