![ວິທະຍາໄລ ລາວ-ທ໊ອບ ຈັດພິທີສະເຫຼີມສະຫຼອງຄອບຮອບ 10 ປີ ຢ່າງຮຽບງ່າຍ](images/Laotop/10-anniversary/10th-anniversary-laotop.jpeg)
10 ປີ ວິທະຍາໄລ ລາວ-ທ໊ອບ
ວິທະຍາໄລ ລາວ-ທ໊ອບ ຈັດພິທີສະເຫຼີມສະຫຼອງຄອບຮອບ 10 ປີ ຢ່າງຮຽບງ່າຍ
ວັນທີ 16 ກັນຍາ 2017 ທີ່ຫ້ອງພັກຄູ ວິທະຍາໄລ ລາວ-ທ໊ອບ, ທ່ານ ກວັນ ຍຸງ ວຸກ ປະທານວິທະຍາໄລ ໄດ້ໃຫ້ກຽດມອບໃບຍ້ອງຍໍແກ່ບັນດາຄູອາຈານທີ່ປະຕິບັດງານຢ່າງຕັ້ງໜ້າ ມາຕະຫຼອດ 10 ປີ ເຊິ່ງໄດ້ແກ່:
- ທ່ານ ພັນທະວິໄລ ນວນຮຸ່ນ
- ທ່ານ ນາງ ມັດຕິກາ ສີດາ
- ທ່ານ ພູວາ ບັນນາວົງ
ນອກຈາກນັ້ນ ທາງວິທະຍາໄລ ຍັງໄດ້ສັ່ງຜະລິດພວງກຸນແຈພິເສດ 1000 ອັນ ເພື່ອແຈກຢາຍໃຫ້ແກ່ຄູອາຈານ ແລະ ນັກສຶກສາໝົດທຸກຄົນເພື່ອເກັບໄວ້ເປັນທີລະນຶກ ໃຫ້ທຸກໆໄດ້ພາກພູມໃຈວ່າໄດ້ເປັນສ່ວນໜຶ່ງໃນການສ້າງວິທະຍາໄລໃຫ້ຍິ່ງໃຫຍ່ຂຶ້ນ. ທ່ານປະທານ ຍັງໄດ້ກ່າວຂອບໃຈອາຈານທຸກໆທ່ານ ທັງເກົ່າ ແລະ ໃໝ່ ທີ່ຮ່ວມມືກັນເດີນຜ່ານຜ່າອຸປະສັກຕ່າງໆທີ່ເກີດຂຶ້ນ
![ວິທະຍາໄລ ລາວ-ທ໊ອບ ຈັດພິທີສະເຫຼີມສະຫຼອງຄອບຮອບ 10 ປີ ຢ່າງຮຽບງ່າຍ](https://i0.wp.com/laotop.net/wp-content/uploads/2017/09/10th-anniversary-laotop-0.jpeg?resize=640%2C360&ssl=1)
![ວິທະຍາໄລ ລາວ-ທ໊ອບ ຈັດພິທີສະເຫຼີມສະຫຼອງຄອບຮອບ 10 ປີ ຢ່າງຮຽບງ່າຍ](https://i0.wp.com/laotop.net/wp-content/uploads/2017/09/10th-anniversary-laotop-01.jpeg?resize=640%2C360&ssl=1)
![ວິທະຍາໄລ ລາວ-ທ໊ອບ ຈັດພິທີສະເຫຼີມສະຫຼອງຄອບຮອບ 10 ປີ ຢ່າງຮຽບງ່າຍ](images/Laotop/10-anniversary/10th-anniversary-laotop-2.jpeg)