ເພື່ອເປັນການສະໜັບສະໜູນໃຫ້ຜູ້ທີ່ມີບົດບາດໃນສັງຄົມລາວ ໂດຍສະເພາະຜູ້ທີ່ສ້າງຊື່ສຽງໃຫ້ປະເທດຊາດ. ວິທະຍາໄລ ລາວ-ທ໊ອບຈຶ່ງໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາ 2 ທ່ານຄື ນາງ ວານີພອນ ພູມີໄຊ ນາງສາວນະຄອນຫຼວງ ປີ 2017 ແລະ ນາງ ລົດແກ້ວ ອິນທະກຸມມານ ຮອງອັນດັບສອງ ກິລາແລ່ນລານ ໃນງານຊີເກມ ທີ່ກົວລາລຳເປີ ປີ 2017.

ນາງ ວານີພອນ ພູມີໄຊ ແມ່ນກຳລັງສຶກສາໃນສາຂາພາສາອັງກິດ ຊັ້ນປີທີໜຶ່ງ ພາກເຊົ້າ

ນາງ ລົດແກ້ວ ອິນທະກຸມມານ ແມ່ນກຳລັງສຶກສາໃນສາຈາພາສາອັງກິດ ຊັ້ນປີທີສາມ ພາກຄໍ່າ ວິທະຍາໄລ ລາວ-ທ໊ອບ

ຂໍໃຫ້ທັງສອງນ້ອງຈົ່ງຕັ້ງໃຈສຶກສາຮໍ່າຮຽນ ພ້ອມນັ້ນກໍເປັນແບບຢ່າງທີ່ດີໃຫ້ແກ່ໝູ່ໃນຫ້ອງຮຽນ ກໍຄືໃນສັງຄົມ.

 ນາງ ວານີພອນ ນາງສາວນະຄອນຫຼວງ 2017

 ນາງ ລົດແກ້ວ ຮອງອັນດັບສອງ ກິລາແລ່ນລານ ຊີເກມ ທີ່ກົວລາລຳເປີ 2017

Leave a Reply

Your email address will not be published. Required fields are marked *