ເພື່ອເປັນການສະໜັບສະໜູນໃຫ້ຜູ້ທີ່ມີບົດບາດໃນສັງຄົມລາວ ໂດຍສະເພາະຜູ້ທີ່ສ້າງຊື່ສຽງໃຫ້ປະເທດຊາດ. ວິທະຍາໄລ ລາວ-ທ໊ອບຈຶ່ງໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາ 2 ທ່ານຄື ນາງ ວານີພອນ ພູມີໄຊ ນາງສາວນະຄອນຫຼວງ ປີ 2017 ແລະ ນາງ ລົດແກ້ວ ອິນທະກຸມມານ ຮອງອັນດັບສອງ ກິລາແລ່ນລານ ໃນງານຊີເກມ ທີ່ກົວລາລຳເປີ ປີ 2017. ນາງ ວານີພອນ ພູມີໄຊ ແມ່ນກຳລັງສຶກສາໃນສາຂາພາສາອັງກິດ ຊັ້ນປີທີໜຶ່ງ ພາກເຊົ້າ ນາງ ລົດແກ້ວ ອິນທະກຸມມານ ແມ່ນກຳລັງສຶກສາໃນສາຈາພາສາອັງກິດ ຊັ້ນປີທີສາມ ພາກຄໍ່າ ວິທະຍາໄລ ລາວ-ທ໊ອບ ຂໍໃຫ້ທັງສອງນ້ອງຈົ່ງຕັ້ງໃຈສຶກສາຮໍ່າຮຽນ ພ້ອມນັ້ນກໍເປັນແບບຢ່າງທີ່ດີໃຫ້ແກ່ໝູ່ໃນຫ້ອງຮຽນ ກໍຄືໃນສັງຄົມ.    

read more

ປະທານວິທະຍາໄລ ລາວ-ທ໊ອບ ທ່ານ ກວັນຢຸງວຸກ ໄດ້ມອບທຶນການສຶກສາໃຫ້ແກ່ນັກກິລາເຕັ້ນເຊຍລີດເດີ້ ເພື່ອເປັນການຕອບແທນບຸນຄຸນໃຫ້ແກ່ນັກສຶກສາ ທີ່ມີສ່ວນຮ່ວມໃນການສ້າງຊື່ສຽງໃຫ້ແກ່ວິທະຍາໄລ ລາວ-ທ໊ອບ, ທ່ານ ກວັນຢຸງວຸກ ຈຶ່ງໄດ້ມອບທຶນການສຶກສາໃຫ້ແກ່ນັກກິລາເຕັ້ນເຊຍລີດເດີ້ ທີ່ສາມາດຍາດໄດ້ ຮອງຊະນະເລີດອັນດັບ 3 ໃນການແຂ່ງຂັນ Pepsi Cheerleading Contest 2016 ທີ່ຫາກໍຜ່ານໄປສົດໆຮ້ອນໆ. ເຊິ່ງມີນ້ອງນັກສຶກສາທັງໝົດ 18 ຄົນ. ມີທັງມາຈາກພາກວິຊາ ພາສາອັງກິດ, ໄອທີ, ແລະ ຄອມພິວເຕີທຸລະກິດ. ວິທະຍາໄລ ລາວ-ທ໊ອບ ຂໍຂອບໃຈນ້ອງໆນັກສຶກສາທີ່ປະກອບສ່ວນສ້າງຊື່ສຽງໃຫ້ແກ່ວິທະຍາໄລ ລາວ-ທ໊ອບ ໃນການແຂ່ງຂັນເຕັ້ນເຊຍລີດເດີ້ ທັງຊຸດທຳອິດປີ 2014, 2015, ແລະ ລ່າສຸດ 2016. ນອກຈາກໄດ້ຮັບລາງວັນ ແລະ ທຶນການສຶກສາແລ້ວ…

read more