ໃນຕອນເຊົ້າຂອງວັນທີ 14 ມັງກອນ 2022 ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີການຈັດຕັ້ງການປະເມີນຄວາມພ້ອມຕາມ 10 ມາດຕະການ ແລະ 40 ຕົວຊີ້ວັດ ໂດຍແມ່ນຄະນະສະເພາະກິດນະຄອນຫຼວງວຽງຈັນລົງມາປະເມີນໃນຄັ້ງນີ້ ເຊິ່ງປະກອບມີ ຄະນະສະເພາະກິດຈາກກະຊວງສຶກສາທິການ ແລະ ກິລາ, ຄະນະສະເພາະກິດຈາກພະແນກສຶກສານະຄອນຫຼວງວຽງຈັນ, ຄະນະສະເພາະກິດຈາກສຶກສາທິການ ແລະ ກິລາ ເມືອງສີສັດຕະນາກ.

ຕ້ອນຮັບໂດຍທ່ານ ພັນທະວິໄລ ນວນຮຸ່ນ ອຳນວຍການວິທະຍາໄລ ລາວ-ທ໊ອບ ແລະ ທ່ານ ບຸນກອງ ຈອມມະນີວົງ ຫົວໜ້າຄະນະສະເພາະກິດ ວິທະຍາໄລ ລາວ-ທ໊ອບ ໄດ້ນຳພາບັນດາແຂກເຂົ້າຊົມຄວາມພ້ອມຂອງອາຄານ ວິທະຍາໄລ ລາວ-ທ໊ອບ

Leave a Reply

Your email address will not be published. Required fields are marked *