ໂພສນີ້ຈະມາຖອດບົດຮຽນຊີວິດ 5 ສິ່ງ ທີ່ໄດ້ຮຽນຮູ້ຈາກການມາຮຽນຕໍ່ທີ່ນະຄອນຫຼວງວຽງຈັນ ຈາກມຸມມອງຂອງເດັກນ້ອຍຕ່າງແຂວງ ຫວັງວ່າຈະເປັນປະໂຫຍດແກ່ນັກສຶກສາ ຫຼື ຜູ້ທີ່ກຳລັງຈະມາສຶກສາໃນຕົວເມືອງອັນສີວິໄລແຫ່ງນີ້.

1.ຢາກໄປແຕ່ບໍ່ຢາກຈາກ

ສ່ວນຫຼາຍຕ້ອງເຄີຍມີຄວາມຄິດທີ່ວ່າ “ຕອນຮຽນມໍປາຍຢາກຈົບໄວໆ ແຕ່ບາດຈົບມາແລ້ວບໍ່ຢາກຈາກ” ເພາະເວລາທີ່ຕ້ອງໄດ້ຈາກສະຖານທີ່ ທີ່ເຮົາເຄີຍຢູ່ ມາຢູ່ສະຖານທີ່ ທີ່ບໍ່ຄຸ້ນເຄີຍ ມັນເປັນສິ່ງທີ່ຍາກຫຼາຍ. ສິ່ງທຳອິດທີ່ຕ້ອງຜ່ານໃຫ້ໄດ້ຄື “ອາການຄິດຮອດບ້ານ” ແລະ ເຊື່ອວ່າຫຼາຍໆຄົນກໍເຄີຍຕ້ອງນໍ້າຕາໄຫຼ ຍ້ອນຄິດຮອດພໍ່ແມ່ ເຂົ້າໃຈວ່າມັນເປັນຄວາມຮູ້ສຶກທີ່ສຸດແສນຈະທໍລະມານ ແຕ່ຖ້າຫາກວັນໜຶ່ງ ເຮົາສາມາດຜ່ານຈຸດນີ້ໄດ້ ເຮົາກໍຈະເຂັ້ມແຂງພໍທີ່ຈະເດີນໜ້າຕໍ່ໄປຄົນດຽວ.

2.Google Map ສຸດຍອດແຫ່ງການຫຼົງທາງ

ການທີ່ເຮົາມາຢູ່ໃນສະພາບແວດລ້ອມທີ່ແຕກຕ່າງ ເຮົາຕ້ອງໄດ້ປັບຕົວ ບໍ່ວ່າຈະເປັນ ດ້ານສະຖານທີ່ ເພາະເຮົາບໍ່ຄຸ້ນເຄີຍ ຢາກໄປໃສກະບໍ່ຮູ້ທາງ ຕ້ອງນຳໃຊ້ແຕ່ Google Maps ເຊິ່ງຄືທີ່ຫຼາຍຄົນກໍຄົງຮູ້ວ່າ ມັນບອກທາງຜິດ ແລະ ພາເຮົາຫຼົງທາງໄດ້ຕະຫຼອດເວລາ ຫຼາຍຄົນຄົງຈະເຄີຍຜ່ານປະສົບການນີ້ມາແລ້ວ. ນອກຈາກນີ້ ເວລາຢາກໄດ້ຄຳປຶກສາ ກໍບໍ່ມີໃຜຢູ່ອ້ອມຂ້າງທີ່ຈະໃຫ້ຄຳແນະນຳໄດ້ ຕ້ອງທົນກົ້ມໜ້າກົ້ມຕາ ຍອມຮັບບັນຫາຕ່າງໆທີ່ໂຖມເຂົ້າມາ ມີພຽງຕົນເອງເທົ່ານັ້ນທີ່ຄອຍຊ່ວຍເຫຼືອຕົນເອງ.

3.ຕ້ອງເກັບຄວາມຮູ້ສຶກ

ຄິດວ່າຄົນຕ່າງແຂວງບາງຄົນ ຕ້ອງພົບກໍຄື ການຖືກດູໝິ່ນ ບໍ່ວ່າຈະເປັນການລໍ້ລຽນສຳນຽງການປາກເວົ້າຈາກຄົນໃນເມືອງ ພຽງເພາະສຳນຽງເວົ້າບໍ່ຄືກັນ ແລະ ກາຍເປັນເລື່ອງຕະຫຼົກ ເຊິ່ງມັນເປັນເລື່ອງທີ່ບໍ່ສົມຄວນ ເພາະເປັນສິ່ງທີ່ເຮັດໃຫ້ຄົນຕ່າງແຂວງ ສູນເສຍຄວາມໝັ້ນໃຈ, ອາຍ ແລະ ເສຍຄວາມຮູ້ສຶກ ແຕ່ກໍບໍ່ສາມາດເຮັດຫຍັງໄດ້. ເຖິງແນວໃດກໍ່ຕາມເຮົາຢ່າໄປໃສ່ໃຈກັບສິ່ງທີ່ບໍ່ເປັນປະໂຫຍດແກ່ເຮົາ ຄວນຫັນໄປຟັງຄົນທີ່ໃຫ້ກຳລັງໃຈ ຫຼື ສາມາດເຮັດໃຫ້ເຮົາພັດທະນາຂຶ້ນ ບໍ່ວ່າຈະເປັນການຕິຊົມ ຫຼື ການຍ້ອງຍໍສັນລະເສີນ.

4.ຄົນເຮົາມີຄ່າກວ່າທີ່ຄິດ

ການມາຮຽນຕໍ່ ເຮັດໃຫ້ເຮົາໄດ້ອອກມາເປີດໂລກກວ້າງທີ່ດີ ແລະ ຮຽນຮູ້ສິ່ງໃໝ່ໆ ເຂັ້ມແຂງຂຶ້ນ ເປັນຜູ້ໃຫຍ່ຂຶ້ນ ເພາະຕ້ອງໄດ້ເພິ່ງພາຕົວເອງເກືອບທຸກເລື່ອງ. ການເປັນຄວາມຫວັງຂອງພໍ່ແມ່ທີ່ສົ່ງເສີມໃຫ້ເຮົາໄດ້ຮຽນ ບາງຄັ້ງອາດຈະກົດດັນ ຫຼື ທໍ້ແທ້ ແຕ່ຢ່າລືມວ່າ ຄົນທີ່ຮຽນວ່າເມື່ອຍແລ້ວ ຄົນທີ່ສົ່ງເຮົາຮຽນເມື່ອຍກວ່າອີກ ສຳຫຼັບນັກສຶກສາບາງຄົນທີ່ຖານະການເງິນບໍ່ດີປານໃດ ຕ້ອງໄດ້ຊອກເງິນໄປນຳ ເພື່ອສົ່ງຕົວເອງຮຽນ ປາກກົດຕີນຖີບ ກໍ່ຍິ່ງພົບກັບບັນຫາ ແລະ ຄວາມວຸ້ນວາຍຫຼາຍຢ່າງ ກາຍເປັນຄົນທີ່ມີຄ່າຫຼາຍ ເຊັ່ນ ຄ່າຮຽນ ຄ່າເຊົ່າ ຄ່າກິນຄ່າຢູ່ ແລະ ຄ່າໃຊ້ຈ່າຍອື່ນໆ ເມື່ອຍຈາກການຮຽນຍັງບໍ່ພໍ ຍັງຕ້ອງເມື່ອຍຫາເງິນອີກ. ມັນກໍ່ເປັນສິ່ງທີ່ລຳບາກຫຼາຍສຳຫຼັບນັກສຶກສາ ແຕ່ມັນເປັນສິ່ງທີ່ຝຶກຝົນ ເຮັດໃຫ້ພັດທະນາຂຶ້ນແນ່ນອນ ຖ້າຫາກສາມາດຜ່ານໄປໄດ້.

5.ຄົນອື່ນເຮັດໄດ້ ເຮົາກໍເຮັດໄດ້

ຫຼາຍໆສິ່ງທີ່ເກີດຂຶ້ນຈົນບໍ່ສາມາດອະທິບາຍໄດ້ໝົດ ບາງຄົນມາໃຊ້ຊີວິດໃນເມືອງ ອາດຈະຫຼົງກັບໄຟ, ແສງ, ສີ, ສຽງຂອງເມືອງໃຫຍ່ ຈົນເຮັດໃຫ້ກາຍເປັນຄົນຕິດຫຼິ້ນ ຕິດກິນ ແລະ ບໍ່ສົນໃຈຕໍ່ການຮຽນ ຄິດວ່າຫຼາຍໆຄົນທີ່ກຳລັງອ່ານ ຈະເຂົ້າໃຈເລື່ອງນີ້ດີ. ການທີ່ເປັນຄົນເຂດນອກ ເຂົ້າມາໃຊ້ຊີວິດໃນເມືອງ ສິ່ງທີ່ເຮົາບໍ່ຄວນຄິດກໍ່ຄື ເຮົາບໍ່ມີຄວາມສາມາດພຽງພໍ ຫຼື ຄິດວ່າຕົນເອງດ້ອຍກວ່ານັກຮຽນໃນເມືອງ ເພາະວ່າຖ້າທັດສະນະຄະຕິເຮົາເປັນແນວນັ້ນ ຈະເຮັດໃຫ້ເຮົາກາຍເປັນຄົນທີ່ບໍ່ກ້າສະແດງອອກ ບໍ່ກ້າປະຕິບັດ ຄົນເຮົາມີສິດຮຽນຮູ້ເທົ່າ ກັນເຖິງເຮົາຈະບໍ່ຄ່ອຍໄດ້ຮັບໂອກາດຫຼາຍເທົ່າກັບຄົນອື່ນ ແຕ່ເມື່ອເຮົາມີໂອກາດເຮົາຕ້ອງຄວ້າມັນໄວ້ ຄິດໄວ້ສະເໝີວ່າ “ຄົນອື່ນເຮັດໄດ້ ເຮົາກໍ່ມີສິດເຮັດໄດ້ເຊັ່ນກັນ” .

ນັ້ນຄື 5 ສິ່ງທີ່ເດັກເຂດນອກຕ້ອງໄດ້ປະເຊີນ ເມື່ອຍ່າງກ້າວເຂົ້າມາໃນເມືອງຫຼວງອັນສີວິໄລ ທຸກໆເຫດການລ້ວນແຕ່ມາຈາກປະສົບການ ກັ່ນຕອງອອກມາ ເປັນບົດຮຽນຊີວິດ ເຊິ່ງຫຼາຍໆຄົນອາດເບິ່ງມັນເປັນເລື່ອງທຳມະດາ ແຕ່ບາງຄົນກໍອາດຈະເບິ່ງເປັນເລື່ອງໃຫຍ່ສຳລັບເຂົາ.

ຄູອາຈານກໍມີບົດບາດສຳຄັນ ໃນການຊ່ວຍໃຫ້ກຳລັງໃຈ ແລະ ພັກດັນນັກສຶກສາ ໃນຍາມທີ່ເຂົາໝົດກຳລັງໃຈ. ຄູອາຈານຕ້ອງພະຍາຍາມຢ່າງສຸດຄວາມສາມາດ ໃນການສ້າງຄົນໃຫ້ກາຍເປັນຄົນທີ່ມີຄຸນນະພາບ ບໍ່ພຽງແຕ່ດ້ານຄວາມຮູ້ວິຊາການ ແຕ່ຕ້ອງລວມເຖິງດ້ານແນວຄິດວິໄສທັດຂອງນັກສຶກສານຳ.

“ແຕ່ລະຄົນເຄີຍພົບກັບບັນຫາໃດແດ່ ສາມາດແບ່ງປັນປະສົບການນຳກັນໄດ້ ຍິນດີທີ່ຈະແລກປ່ຽນກັບທຸກໆຄົນ”

ຫວັງຢ່າງຍິງວ່າບົດຄວາມນີ້ ຈະສ້າງກຳລັງໃຈໃຫ້ກັບນັກສຶກສາທຸກໆຄົນ

Credit
People vector created by pch.vector – www.freepik.com

ຂຽນໂດຍ: ຕຸກຕາ ສີບຸນເຮືອງ (ນັກສຶກສາປີ 2 ສາຂາ ຄອມພິວເຕີທຸລະກິດ)

Leave a Reply

Your email address will not be published. Required fields are marked *