In a thrilling display of talent and teamwork, the Lao-Top Football Tournament 2024 came to an electrifying close, with the Ninja Warriors emerging as this year’s undisputed champions! The tournament, designed to foster camaraderie and excitement among Lao-Top College students, delivered on…

read more

ໃນວັນທີ 10 ທັນວາ 2022 ຂະບວນທັດສະນະສຶກສາຂອງ ວິທະຍາໄລ ລາວ-ທ໊ອບ ນຳໂດຍ ທ່ານ ປ.ທ ພັນທະວິໄລ ນວນຮຸ່ນ ຜູ້ອຳນວຍການ ພ້ອມດ້ວຍຄະນະອາຈານ ແລະ ນັກສຶກສາປີ 3 ຈາກສາຂາ ໄອທີ, ຄອມພິວເຕີທຸລະກິດ, ບໍລິຫານທຸລະກິດ, ການເງິນການບັນຊີ ແລະ ພາສາອັງກິດ ຈຳນວນລວມທັງໝົດ 153 ຄົນ ການໄປທັດສະນະສຶກສາໃນຄັ້ງນີ້ຈຸດປະສົງແມ່ນເພື່ອໄປມອບອຸປະກອນການສຶກສາໃຫ້ກັບນ້ອງໆນັກຮຽນ ໂຮງຮຽນ ປະຖົມ ບ້ານວຽງສະໄໝຈຳນວນ 100 ຄົນ ແລະ ຍັງໄດ້ມອບເຄື່ອງມືຮັບໃຊ້ໃນຫ້ອງການແກ່ ຄູອາຈານໄດ້ນຳໃຊ້ເຂົ້າໃນວຽກງານອີກດ້ວຍຈຳນວນໜຶ່ງ ເມື່ອສຳເລັດການມອບແລ້ວ ນັກສຶກສາ ວິທະຍາໄລ ລາວ-ທ໊ອບ ສາຂາພາສາອັງກິດກໍໄດ້ຮວມໂຕກັນ ຂຶ້ນຫ້ອງສອນພາສາອັງກິດໃຫ້ແກ່ນັກຮຽນປະຖົມຕັ້ງແຕ່ຊັ້ນ…

read more

ການຕະຫຼາດເພື່ອສັງຄົມແມ່ນຫຍັງ? ແລ້ວມີຄວາມສຳຄັນແນວໃດຕໍ່ສັງຄົມ? ເຮົາສາມາດນຳມາພັດທະນາການຕະຫຼາດຂອງທຸລະກິດເຮົາໄດ້ແນວໃດ?

read more

ໂພສນີ້ຈະມາຖອດບົດຮຽນຊີວິດ 5 ສິ່ງ ທີ່ໄດ້ຮຽນຮູ້ຈາກການມາຮຽນຕໍ່ທີ່ນະຄອນຫຼວງວຽງຈັນ ຈາກມຸມມອງຂອງເດັກນ້ອຍຕ່າງແຂວງ ຫວັງວ່າຈະເປັນປະໂຫຍດແກ່ນັກສຶກສາ ຫຼື ຜູ້ທີ່ກຳລັງຈະມາສຶກສາໃນຕົວເມືອງອັນສີວິໄລແຫ່ງນີ້.

read more

ການເປັນນັກສຶກສານັ້ນມີຫຼາຍສິ່ງຫຼາຍຢ່າງທີ່ຈະຕ້ອງເຮັດ. ທັງບົດຮຽນ, ວຽກ, ວຽກບ້ານ, ຄອບຄົວ, ຄວາມສຳພັນ ແລະ ອື່ນໆອີກຫຼາກຫຼາຍທີ່ເຮົາຕ້ອງຈັດວາງສົມດຸນກັນໃຫ້ໄດ້.

read more

ສະບາຍດີປີໃໝ່ ພ.ສ 2560 ຜ່ານໄປແລ້ວກັບກັບງານກຸດສົງການ ປີໃໝ່ລາວ ເຊິ່ງໃນປີນີ້ ວິທະຍາໄລ ລາວ-ທ໊ອບ ກໍໄດ້ຈັດງານລ້ຽງສະຫຼອງຄືດັ່ງກັບທຸກໆປີ ແຕ່ມີສິ່ງທີ່ພິເສດກໍຄື ເປັນງານໂຮມຊຸມນຸມອາດິດນັກສຶກສາ ທີ່ຮຽນຈົບໄປແລ້ວ  ເຊິ່ງມີນັກສຶກສາມາຮ່ວມງານຢ່າໜາຕາດັ່ງເຊັ່ນທຸກໆປີ. ເຊິ່ງໃນງານກໍເຕັມໄປດ້ວຍບັນຍາກາດມ່ວນຊື່ ແລະ ອົບອຸ່ນເປັນກັນເອງ ມີທັງຄະນະອຳນວຍການ, ຄະນະບໍລິຫານ ຕະຫຼອດເຖິງອາຈານແຕ່ລະສາຂາວິຊາກໍເຂົ້າຮ່ວມ. ມີທັງພິທີບາຍສີສູ່ຂວັນ. ທ່ານ ອາຈານ ລຳໄພ ຂຸນດາວົງ ອຳນວຍການ ວິທະຍາໄລ ລາວ-ທ໊ອບ ກໍໄດ້ໃຫ້ກຽດຂຶ້ນອວຍພອນໄຊໃຫ້ແກ່ຄູອາຈານ ຕະຫຼອດເຖິງນັກສຶກສາທຸກໆສາຂາ ໃຫ້ມີຄວາມສຸກກາຍ ສະບາຍໃຈ ພົ້ນໄພອັນຕະລາຍທັງປວງ ແລະ ຫຼິ້ນປີໃໝ່ກັນຢ່າງປອດໄພ ຖືກກັບຮີດຄອງປະເພນີອັນດີງາມ. ພາບບັນຍາກາດບາງສ່ວນໃນງານລ້ຽງ ເບິ່ງຕື່ມໄດ້ທີ່ເພຈ Facebook.com/laotop

read more

Welcoming Sogang University ໃນວັນທີ 13 ກຸມພາ 2017, ວິທະຍາໄລ ລາວ-ທ໊ອບ ໄດ້ຕ້ອນຮັບການມາຢ້ຽມຢາມແລກປ່ຽນວັດທະນະທຳຄັ້ງທີ່ສອງຈາກນັກສຶກສາ ມະຫາວິທະຍາໄລ ໂຊກັງ ປະເທດເກົາຫຼີ. ການມາຢ້ຽມຢາມຈາກຄະນະຄູອາຈານ ແລະ ນັກສຶກສາ ມະຫາວິທະຍາໄລ ໂຊກັງ ໃນຄັ້ງນີ້ແມ່ນເພື່ອການມາແລກປ່ຽນວັດທະນະທຳກັນລະຫວ່າງນັກສຶກສາລາວ ແລະ ເກົາຫຼີ. ນອກນັ້ນ, ຍັງເປັນການມາທັດສະນະສຶກສາຂອງມະຫາວິທະຍາໄລດັ່ງກ່າວດ້ວຍ. ຄູ່ອາຈານແລະນັກສຶກສາທີ່ມາໃນຄັ້ງນີ້ແມ່ນມີປະມາ 30 ກວ່າຄົນ. ທາງວິທະຍາໄລ ລາວ-ທ໊ອບເຮົາກໍໄດ້ຕ້ອນຮັບການມາຢ້ຽມຢາມຄັ້ງນີ້ດ້ວຍດີ ໂດຍການກະກຽມບົດຟ້ອນທີ່ມີຊື່ວ່າ ສາວລາວມ່ວນຊື່ ໃຫ້ແກ່ນັກສຶກສາເກົາຫຼີໄດ້ຊົມ. ນອກນັ້ນ ຍັງມີການແລກປ່ຽນຂອງທີ່ລະນຶກກັນລະວ່າງນັກສຶກສາທັງສອງປະເທດ. ໃນທ້າຍງານ ທາງທີມຟ້ອມຂອງວິທະຍາໄລ ລາວ-ທ໊ອບ ໄດ້ສອນວິທີເຕັ້ນບາສະລົບໃຫ້ແກ່ນັກສຶກສາເກົາຫຼີ ເຊິ່ງໄດ້ຮັບຄວາມສົນໃຈຈາກທຸກຄົນໆ

read more

ໃນວັນສຸກ ທີ 10 ກຸມພາ 2017 ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີການເປີດນຳໃຊ້ອາຄານຫ້ອງການຫຼັງໃໝ່ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ຮສປອ ສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງ ແລະ ໂຕແທນຈາກພາກສ່ວນຕ່າງໆ, ອາຈານ ແລະ ນັກສຶກສາຈາກ ວິທະຍາໄລ ລາວ-ທ໊ອບ. ວິທະຍາໄລ ລາວ-ທ໊ອບ ໄດ້ດຳເນີນການຮຽນການສອນມາແຕ່ປີ 2017 ເປັນຕົ້ນມາ. ໃນເບື້ອງຕົ້ນ ວິທະຍາໄລ ໄດ້ເປີດການຮຽນການສອນຫຼັກສູດເຝິກອົບຮົມພາສາອັງກິດໄລຍະສັ້ນເລີ່ມຕົ້ນຈາກນັກຮຽນພຽງ 100 ກວ່າຄົນ. ຕໍ່ມາຈຶ່ງໄດ້ຮັບອານຸມັດຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ດຳເນີນຫຼັກສູດຊັ້ນສູງພາສາອັງກິດ.ເຊິ່ງເປັນບາດກ້າວທຳອິດຂອງວິທະຍາໄລ ລາວ-ທ໊ອບ ໃນປີ 2009 ທາງຄະນະບໍລິຫານ ຈຶ່ງໄດ້ຕັດສິນໃຈສ້າງອາຄານຫຼັງໃໝ່ ທີ່ ບ້ານໂພນປ່າເປົ້າ,…

read more

ເປີດສອນແລ້ວຫຼັກສູດຝຶກອົບຮົມໄລຍະສັ້ນ ເສົາ-ອາທິດ  ເປີດສອນແລ້ວຫຼັກສູດຝຶກອົບຮົມໄລຍະສັ້ນ ເສົາ-ອາທິດ ເປີດເທີມວັນທີ 18/02/2016 ຫຼັກສູດພາສາອັງກິດສຳລັບເດັກນ້ອຍປະຖົມ-ມັດທະຍົມ (09:00-11:20) ຫຼັກສູູດພາສາຈີນໄລຍະສັ້ນ (09:00-10:30) ຫຼັກສູດພາສາຫວຽດນາມໄລຍະສັ້ນ (09:00-10:30) ຫຼັກສູດຝຶກອົບຮົມຄອມພິວເຕີ້ໄລຍະສັ້ນ (09:00-12:00) + ຫຼັງຈາກຮຽນຈົບແລ້ວແມ່ນຈະໄດ້ໃບຢັ້ງຢືນຈາກວິທະຍາໄລ ລາວ-ທ໊ອບ + ເລີ່ມຮັບສະມັກແຕ່ມື້ນີ້ເປັນຕົ້ນໄປ ຂໍ້ມູນເພີ່ມຕື່ມໂທ: 021 353900 ຫຼື 021 353901 ສຳລັບຄອມພິວເຕີ້ໄລຍະສັ້ນສາມາດເບິ່ງໄດ້ທີ່ ທີ່ນີ້ 

read more