ໃນວັນທີ 12 ທັນວາ 2020 ທາງວິທະຍາໄລລາວ-ທ໊ອບ ໄດ້ມີການຈັດຂວນໄປທັດສະນະສຶກສືກສາທີ່ ເມືອງ ວັງວຽງ ຈຳນວນນັກສຶກສາ 200 ກວ່າຄົນ ໃນຕອນເຊົ້າຂອງວັນທີ 12 ທັນວາ 2020 ທາງຄະນະຄູອາຈານ ແລະ ພະນັກງານ ຂອງວິທະຍາໄລ ລາວທ໊ອບ ໄດ້ນຳພານັກສຶກສາປີ 3 ທັງໝົດ 200 ຄົນ ໄປທັດສະນະສືກສາທີ່ ເມືອງ ວັງວຽງ ເພື່ອມອບອຸປະກອນການສຶກສາແກ່ໂຮງຮຽນທີ່ຂາດເຂີນ ນອກຈາກມອບອຸປະກອນໃຫ້ແກ້ໂຮງຮຽນທີ່ຂາດເຂີນແລ້ວຍັງມີກິດຈະກຳອີຫຼາຍຢ່າງໃຫ້ນັກສຶກສາເຊັ່ນ: ສອນພາສາອັງກິດໃຫ້ແກ່ນ້ອງນ້ອຍຮັກຮຽນ ຫຼິນນໍ້າຢູ່ທີ inter park ເຮັດອາຫານແລງ ກິນເຂົ້າສາມັກຄີ ແລະ ໃນຕອນເຊົ້າ 9:00 ຂອງມືຕໍ່ມາ ໄດ້ມີກິດຈະອີກຢ່າງໜື່ງທີ່ຂາດບໍ່ໄດ້ນັ້ນກໍ່ຄື…

read more

ໃນວັນສຸກ ທີ 10 ກຸມພາ 2017 ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີການເປີດນຳໃຊ້ອາຄານຫ້ອງການຫຼັງໃໝ່ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ຮສປອ ສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງ ແລະ ໂຕແທນຈາກພາກສ່ວນຕ່າງໆ, ອາຈານ ແລະ ນັກສຶກສາຈາກ ວິທະຍາໄລ ລາວ-ທ໊ອບ. ວິທະຍາໄລ ລາວ-ທ໊ອບ ໄດ້ດຳເນີນການຮຽນການສອນມາແຕ່ປີ 2017 ເປັນຕົ້ນມາ. ໃນເບື້ອງຕົ້ນ ວິທະຍາໄລ ໄດ້ເປີດການຮຽນການສອນຫຼັກສູດເຝິກອົບຮົມພາສາອັງກິດໄລຍະສັ້ນເລີ່ມຕົ້ນຈາກນັກຮຽນພຽງ 100 ກວ່າຄົນ. ຕໍ່ມາຈຶ່ງໄດ້ຮັບອານຸມັດຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ດຳເນີນຫຼັກສູດຊັ້ນສູງພາສາອັງກິດ.ເຊິ່ງເປັນບາດກ້າວທຳອິດຂອງວິທະຍາໄລ ລາວ-ທ໊ອບ ໃນປີ 2009 ທາງຄະນະບໍລິຫານ ຈຶ່ງໄດ້ຕັດສິນໃຈສ້າງອາຄານຫຼັງໃໝ່ ທີ່ ບ້ານໂພນປ່າເປົ້າ,…

read more

Director meets freshman students ອຳນວຍການພົບປະກັບນັກສຶກສາໃໝ່ On Sep 15, 2016, Director of Lao-Top College Prof. Lamphay Khoundavong met freshman students from department of Finance-Accounting, IT, and Computer Business. The director started from these classes to spread regulations, events, and term calendar. He told…

read more

Bowling and Snooker 2015 ເພື່ອເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 21 ປີ. ວິທະຍາໄລ ລາວ-ທ໊ອບ ໄດ້ຈັດກິດຈະກຳລະວ່າງຄູອາຈານ ແລະ ນັກສຶກສາໃນຂົງເຂດຂຶ້ນໃນວັນທີ 3/10/2015 ເພື່ອເປັນການຄຳນັບຮັບຕ້ອນວັນຄູແຫ່ງຊາດທີຈະມາຮອດ. ໃນກິດຈະກຳແມ່ນປະກອບໄປດ້ວຍການແຂ່ງຂັນໂຍນໂບລິ້ງ ແລະ ການແຂ່ງຂັນສະນຸກເກີ້ ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊືນ ແລະ ອົບອຸ່ນລະວ່າງຄູອາຈານ, ພະນັກງານ ແລະ ນັກສຶກສາຈາກທັງສາຂາ ໄອທີ, ຄອມພິວເຕີທຸລະກິດ, ພາສາອັງກິດ, ບໍລິຫານທຸລະກິດ ແລະ ການເງິນ-ການບັນຊີ. ເມື່ອຈົບການແຂ່ງຂັນໂບລິ້ງຜົນການແຂ່ງຂັນດັ່ງນີ້ 1.           ທ້າວ ຄຳຮຸ່ງ ແລະ ທ້າວ ສຸລະໄຊ – ອັນດັບ 1 ທີມຊາຍ (ອັງກິດ…

read more

 ຜ່ານມາເປັນໄລຍະເວລາໜຶ່ງສອງປີແລ້ວ ກັບສາຂາວິຊາຄອມພິວເຕີທຸລະກິດ, ສາຂາວິຊານີ້ໄດ້ເລີ່ມເປີດສອນແຕ່ປີ 2012 ຈົນມາຮອດປະຈຸບັນ. ມີນັກສຶກສາທີ່ຈົບໄປແລ້ວໜຶ່ງຊຸດ ມີຈຳນວນ 11 ຄົນ. ໃນປີນີ້ ສົກສຶກສາ 2013-2014 ມີນັກສຶກສາທີ່ກຳລັງຈະຂຽນບົດສຶກສາໂຄງການອີກຈຳນວນ 16 ຄົນ. ຖືວ່າເປັນບາດກ້າວທີ່ສຳຄັນສຳລັບວິທະຍາໄລ ລາວ-ທ໊ອບ ທີ່ໄດ້ສຳເລັດການສ້າງບຸກຄະລາກອນອອກໄປຮັບໃຊ້ປະເທດຊາດ.   ເຊິ່ງໃນສົກສຶກສານີ້ ໄດ້ມີການປັບຫຼັກສູດ ແລະ ກຳນົດການໃນການຂຽນບົດສຶກສາໂຄງການຈົບຊັ້ນຂອງວິທະຍາໄລ ລາວ-ທ໊ອບ ໂດຍສະເພາະແມ່ນພາກວິຊາຄອມພິວເຕີທຸລະກິດ ເພື່ອໃຫ້ສອດຄ່ອງກັບຍຸກປະຈຸັບ ກໍຄືການຕອບສະໜອງໃຫ້ທັນກັບຕະຫຼາດແຮງງານ.   ສະນັ້ນ, ໃນການຂຽນບົດສຶກສາໂຄງການສຳລັບສົກສຶກສານີ້ແມ່ນຈະໄດ້ດຳເນີນການໄວກວ່າສົກຮຽນທີ່ຜ່ານມາເລັກນ້ອຍ ເພື່ອໃຫ້ທັນຕໍ່ເວລາ. ເຊິ່ງກຳນົດການຕ່າງໆໄດ້ຖືກກຳນົດອອກມາແລ້ວຕາມແຈ້ງການດັ່ງລຸ່ມນີ້:  

read more

ເດັກໃນວັນນີ້ ຄືອະນາຄົດຂອງຊາດ, ພວກເຮົາຈົ່ງພາກັນສ້າງເດັກນ້ອຍໃຫ້ເຂັ້ມແຂງ ຫຼັກສູດພາສາອັງກິດສຳລັບເດັກສາມາດສອນໃຫ້ລູກຂອງທ່ານເວົ້າພາສາອັງກິດໄດ້ຢ່າງແນ່ນອນ… ຫຼັກສູດພາສາອັງກິດສຳຫຼັບເດັກ ໂມງຮຽນ: ຊົ່ວໂມທີໜຶ່ງ 17:00 ຫາ 17:50 ຊົ່ວໂມງທີສອງ 18:00 ຫາ 18:50 Level: Primary School = Year I J1 J2 J3 Speaking Time Speaking Time Speaking Time General English 1 General English 2 General English 3 Vocabulary 1 Vocabulary 2…

read more