ກົດລະບຽບເພື່ອຄວາມປອດໄພຈາກພະຍາດໂຄວິດຂອງ ວິທະຍາໄລ ລາວ-ທ໊ອບ: ໃສ່ຜ້າອັດປາກ-ດັງ ຕະຫຼອດເວລາ ໝັ່ນລ້າງມືເປັນປະຈຳ. ຄູແລະນັກຮຽນທຸກຄົນທີ່ມາສອນແລະຮຽນຢູ່ໃນຫ້ອງຮຽນຕ້ອງໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດຢ່າງໜ້ອຍ 1 ເຂັມ. ຖືບັດຂຽວມານຳຫລືຮູບຖ່າຍເພື່ອເປັນຫລັກຖານ ສືບຕໍ່ປະຕິບັດຕາມກົດລະບຽບອື່ນໆຂອງວິທະຍາໄລ ຫ້າມນຳເອົາອາຫານເຂົ້າມາໃນຫ້ອງຮຽນ. ຫຼີກ​ລ້ຽງ​ການ​ເວົ້າ​ສຽງດັງ ເພາະເປັນການລົບ​ກວນ​ຫ້ອງ​ຮຽນ​ອື່ນ. ເປີດປະຕູໄວ້ໃນເວລາພັກຜ່ອນເພື່ອລະບາຍອາກາດ. ຮັກສາ​ຫ້ອງ​ຮຽນ ​ແລະ ສະຖານ​ທີ່​ອື່ນໆຂອງວິທະຍາໄລ​ໃຫ້​ສະອາດຢູ່ສະເໝີ. ຫ້າມ​ອອກ​ນອກ​ໂຮງ​ຮຽນ​ໃນ​ເວ​ລາ​ພັກ​ຜ່ອນ (ບໍ່​ອະ​ນຸ​ຍາດ​ໃຫ້​ນຳເອົາອາຫານຢູ່ນອກເຂົ້າມາໃນຂອບເຂດໂຮງຮຽນ) ຖ້າຮູ້ສຶກບໍ່ສະບາຍ, ໃຫ້ຢູ່ເຮືອນ ແລະ ຕິດຕາມອາການຂອງຕົນເອງ Lao-Top COVID safety regulations: Wear a face mask at all times. Regularly sanitize your hands. All teachers and students…

read more

ໂລກເຮົາມີການປ່ຽນແປງຢ່າງໄວວາ ຕ້ອງປະສົບກັບບັນຫາຕ່າງໆທີ່ຖັບຖົມເຂົ້າມາໃນຊີວິດ ເລີຍເຮັດໃຫ້ເຮົາຫຼຸດໂຟກັສຈາກສິ່ງທີ່ເຮົາສົນໃຈ

read more

  ໃນວັນທີ 12 ທັນວາ 2020 ທາງວິທະຍາໄລລາວ-ທ໊ອບ ໄດ້ມີການຈັດຂວນໄປທັດສະນະສຶກສືກສາທີ່ ເມືອງ ວັງວຽງ ຈຳນວນນັກສຶກສາ 200 ກວ່າຄົນ ໃນຕອນເຊົ້າຂອງວັນທີ 12 ທັນວາ 2020 ທາງຄະນະຄູອາຈານ ແລະ ພະນັກງານ ຂອງວິທະຍາໄລ ລາວທ໊ອບ ໄດ້ນຳພານັກສຶກສາປີ 3 ທັງໝົດ 200 ຄົນ ໄປທັດສະນະສືກສາທີ່ ເມືອງ ວັງວຽງ ເພື່ອມອບອຸປະກອນການສຶກສາແກ່ໂຮງຮຽນທີ່ຂາດເຂີນ ນອກຈາກມອບອຸປະກອນໃຫ້ແກ້ໂຮງຮຽນທີ່ຂາດເຂີນແລ້ວຍັງມີກິດຈະກຳອີຫຼາຍຢ່າງໃຫ້ນັກສຶກສາເຊັ່ນ: ສອນພາສາອັງກິດໃຫ້ແກ່ນ້ອງນ້ອຍຮັກຮຽນ ຫຼິນນໍ້າຢູ່ທີ inter park ເຮັດອາຫານແລງ ກິນເຂົ້າສາມັກຄີ ແລະ ໃນຕອນເຊົ້າ 9:00 ຂອງມືຕໍ່ມາ ໄດ້ມີກິດຈະອີກຢ່າງໜື່ງທີ່ຂາດບໍ່ໄດ້ນັ້ນກໍ່ຄື…

read more

ກອງປະຊຸມເຜີຍແຜ່ກົດລະບຽບສະຫະພັນແມ່ຍິງຮາກຖານ ທີ່ ວິທະຍາໄລ ລາວ-ທ໊ອບ, ວັນທີ 16 ກຸມພາ 2018 ໃນຕອນເຊົ້າ ວັນທີ 16 ກຸມພາ 2018, ທີ່ຫ້ອງ Lecture ຂອງວິທະຍາໄລ ລາວ-ທ໊ອບ, ສະພະພັນແມ່ຍິງ ຮາກຖານຂອງ ວິທະຍາໄລ ລາວ-ທ໊ອບ ໄດ້ໄຂກອງປະຊຸມເຜີຍແຜ່ກົດລະບຽບ ແລະ ກົດໝາຍຂອງສະຫະພັນແມ່ຍິງ. ກອງປະຊຸມເຜີຍແຜ່ຄັ້ງນີ້ຖືເປັນຄັ້ງ ທຳອິດຂອງວິທະຍາໄລ ເຊິ່ງມີຄວາມໝາຍຄວາມສຳຄັນຍິ່ງຂອງວຽກງານສະຫະພັນແມ່ຍິງໃນການຍົກສູງພາລະບົດບາດ ຂອງແມ່ຍິງ ໃນວິທະຍາໄລ ລາວ-ທ໊ອບ ກໍຄືແມ່ຍິງໃນທົ່ວປະເທດລາວ. ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ແມ່ນ ທ່ານ ນາງ ສີດາ ມັດຕິກາ ຮອງອຳນວຍການຝ່າຍບໍລິຫານ ແລະ ຍັງເປັນເລຂາບໍລິຫານງານ ສະຫະພັນແມ່ຍິງຮາກຖານຂອງວິທະຍາໄລ ລາວ-ທ໊ອບ ພ້ອມດ້ວຍຄະນະບໍລິຫານງານສະຫະພັນຍິງ…

read more

ເປີດຮັບນັກສຶກສາ ສາຂາພາສາອັງກິດ ຊຸດໃໝ່ ວິທະຍາໄລ ລາວ-ທ໊ອບ ເປີດຮັບນັກສຶກສາ ສາຂາພາສາອັງກິດ ຊຸດໃໝ່ ຫ້ອງປີກຽມ Foundation ເລີ່ມຮຽນວັນທີ 2/1/2018 ສາຂາພາສາອັງກິດ ຫ້ອງປີກຽມ ວິຊາຮຽນ ຊ່ວງຮຽນ Writing Grammar Speaking Screen Vocabulary 2 2 2 1 2 ສຳລັບຫ້ອງທີ່ໃຫຍ່ຂຶ້ນແມ່ນຈະໄດ້ພົບກັບອາຈານຕ່າງປະເທດທີ່ຫຼາຍຂຶ້ນ ແລະ ຍັງໄດ້ຮຽນຄອມພິວເຕີພ້ອມ  

read more

ວິທະຍາໄລ ລາວ-ທ໊ອບ ຈັດພິທີສະຫຼຸບສົກຮຽນ 2016-2017 ໃນວັນທີ 21 ຕຸລາ 2017 ທີ່ຜ່ານມາ ວິທະຍາໄລ ລາວ-ທ໊ອບ ໄດ້ຈັດພິທີສະຫຼຸບສົກສຶກສາ 2016-2017 ທີ່ຫ້ອງ Top Hall ວິທະຍາໄລ ລາວ-ທ໊ອບ(ອາຄານໃໝ່). ເປັນກຽດເຂົ້າຮ່ວມໂດຍທ່ານ ກວັນຢຸງວຸກ ປະທານວິທະຍາໄລ ລາວ-ທ໊ອບ, ທ່ານ ລຳໄພ ຂຸນດາວົງ ອຳນວຍການວິທະຍາໄລ ລາວ-ທ໊ອບ, ທ່ານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການຝ່າຍວິຊາການ ຕະຫຼອດເຖິງນັກສຶກສາທີ່ສຳເລັດການສຶກສາໃນສົກຮຽນ 2016-2017 ພ້ອມດ້ວຍພໍ່ແມ່ຜູ້ປົກຄອງກໍເປັນກຽດເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການຝ່າຍວິຊາການ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ການເຄື່ອນໄຫວທີ່ໃນສົກຮຽນທີ່ຜ່ານມາ. ນອກຈາກນັ້ນ, ກໍໄດ້ມີພິທີມອບໃບຍ້ອງຍໍແກ່ຄູອາຈານທີ່ດີເດັ່ນໃນສົກຮຽນຮຽນ…

read more

ພິທີຜ່ານບົດຈົບຊັ້ນ ສົກສຶກສາ 2016-2017 ໃນວັນທີ 18/08/2017 ທີ່ ວິທະຍາໄລ ລາວ-ທ໊ອບ ໄດ້ມີພິທີຜ່ານບົດຈົບຊັ້ນຂອງນັກສຶກສາ ສາຂາ ພາສາອັງກິດ ລະດັບຊັ້ນສູງ. ເຊິ່ງເປັນມື້ທີ່ພິສູດໃຫ້ເຫັນເຖິງຄວາມພຽນພະຍາຍາມຂອງນັກສຶກສາ ໃນການສຶກສາຕະຫຼອດໄລຍະເວລາ 3 ປີທີ່ຜ່ານມາ. ມີນັກສຶກສາທັງໝົດ 64 ຄົນ ໃນການຜ່ານບົດຄັ້ງນີ້. ທັງໝົດໄດ້ຖືກແບ່ງອອກເປັນ 3 ຫ້ອງໃນການຜ່ານບົດຈົບຊັ້ນເຊິ່ງລວມມີຫ້ອງ Lecture, Lecture 1 ແລະ Top Hall. ຜົນສຳເລັດໃນຄັ້ງນີ້ ມັນເປັນພຽງບາດກ້າວທຳອິດຂອງນັກສຶກສາ ກ່ອນອອກປະເຊີນສູ່ສັງຄົມໂຕຈິງ. ຂໍໃຫ້ນັກສຶກສາທຸກຄົນຈົ່ງນຳໃຊ້ຄວາມຮູ້ ຄວາມສາມາດທີ່ຕົນເອງໄດ້ຮໍ່າຮຽນມາໃນການປະກອບອາຊີບວຽກເຮັດງານທຳ ໃຫ້ສຳເລັດຜົນຕໍໄປ ຫວັງຢ່່າງຍິ່ງວ່າບົດຮຽນທີ່ນັກສຶກສາໄດ້ຮັບໃນ ວິທະຍາໄລ ລາວ-ທ໊ອບ ນີ້ ຈະເປັນໂຕຊ່ວຍໃຫ້ບັນລຸເຖິງຜົນສຳເລັດ

read more

ສະບາຍດີປີໃໝ່ ພ.ສ 2560 ຜ່ານໄປແລ້ວກັບກັບງານກຸດສົງການ ປີໃໝ່ລາວ ເຊິ່ງໃນປີນີ້ ວິທະຍາໄລ ລາວ-ທ໊ອບ ກໍໄດ້ຈັດງານລ້ຽງສະຫຼອງຄືດັ່ງກັບທຸກໆປີ ແຕ່ມີສິ່ງທີ່ພິເສດກໍຄື ເປັນງານໂຮມຊຸມນຸມອາດິດນັກສຶກສາ ທີ່ຮຽນຈົບໄປແລ້ວ  ເຊິ່ງມີນັກສຶກສາມາຮ່ວມງານຢ່າໜາຕາດັ່ງເຊັ່ນທຸກໆປີ. ເຊິ່ງໃນງານກໍເຕັມໄປດ້ວຍບັນຍາກາດມ່ວນຊື່ ແລະ ອົບອຸ່ນເປັນກັນເອງ ມີທັງຄະນະອຳນວຍການ, ຄະນະບໍລິຫານ ຕະຫຼອດເຖິງອາຈານແຕ່ລະສາຂາວິຊາກໍເຂົ້າຮ່ວມ. ມີທັງພິທີບາຍສີສູ່ຂວັນ. ທ່ານ ອາຈານ ລຳໄພ ຂຸນດາວົງ ອຳນວຍການ ວິທະຍາໄລ ລາວ-ທ໊ອບ ກໍໄດ້ໃຫ້ກຽດຂຶ້ນອວຍພອນໄຊໃຫ້ແກ່ຄູອາຈານ ຕະຫຼອດເຖິງນັກສຶກສາທຸກໆສາຂາ ໃຫ້ມີຄວາມສຸກກາຍ ສະບາຍໃຈ ພົ້ນໄພອັນຕະລາຍທັງປວງ ແລະ ຫຼິ້ນປີໃໝ່ກັນຢ່າງປອດໄພ ຖືກກັບຮີດຄອງປະເພນີອັນດີງາມ. ພາບບັນຍາກາດບາງສ່ວນໃນງານລ້ຽງ ເບິ່ງຕື່ມໄດ້ທີ່ເພຈ Facebook.com/laotop

read more

Welcoming Sogang University ໃນວັນທີ 13 ກຸມພາ 2017, ວິທະຍາໄລ ລາວ-ທ໊ອບ ໄດ້ຕ້ອນຮັບການມາຢ້ຽມຢາມແລກປ່ຽນວັດທະນະທຳຄັ້ງທີ່ສອງຈາກນັກສຶກສາ ມະຫາວິທະຍາໄລ ໂຊກັງ ປະເທດເກົາຫຼີ. ການມາຢ້ຽມຢາມຈາກຄະນະຄູອາຈານ ແລະ ນັກສຶກສາ ມະຫາວິທະຍາໄລ ໂຊກັງ ໃນຄັ້ງນີ້ແມ່ນເພື່ອການມາແລກປ່ຽນວັດທະນະທຳກັນລະຫວ່າງນັກສຶກສາລາວ ແລະ ເກົາຫຼີ. ນອກນັ້ນ, ຍັງເປັນການມາທັດສະນະສຶກສາຂອງມະຫາວິທະຍາໄລດັ່ງກ່າວດ້ວຍ. ຄູ່ອາຈານແລະນັກສຶກສາທີ່ມາໃນຄັ້ງນີ້ແມ່ນມີປະມາ 30 ກວ່າຄົນ. ທາງວິທະຍາໄລ ລາວ-ທ໊ອບເຮົາກໍໄດ້ຕ້ອນຮັບການມາຢ້ຽມຢາມຄັ້ງນີ້ດ້ວຍດີ ໂດຍການກະກຽມບົດຟ້ອນທີ່ມີຊື່ວ່າ ສາວລາວມ່ວນຊື່ ໃຫ້ແກ່ນັກສຶກສາເກົາຫຼີໄດ້ຊົມ. ນອກນັ້ນ ຍັງມີການແລກປ່ຽນຂອງທີ່ລະນຶກກັນລະວ່າງນັກສຶກສາທັງສອງປະເທດ. ໃນທ້າຍງານ ທາງທີມຟ້ອມຂອງວິທະຍາໄລ ລາວ-ທ໊ອບ ໄດ້ສອນວິທີເຕັ້ນບາສະລົບໃຫ້ແກ່ນັກສຶກສາເກົາຫຼີ ເຊິ່ງໄດ້ຮັບຄວາມສົນໃຈຈາກທຸກຄົນໆ

read more