ພິທີຜ່ານບົດຈົບຊັ້ນ ສົກສຶກສາ 2016-2017 ໃນວັນທີ 18/08/2017 ທີ່ ວິທະຍາໄລ ລາວ-ທ໊ອບ ໄດ້ມີພິທີຜ່ານບົດຈົບຊັ້ນຂອງນັກສຶກສາ ສາຂາ ພາສາອັງກິດ ລະດັບຊັ້ນສູງ. ເຊິ່ງເປັນມື້ທີ່ພິສູດໃຫ້ເຫັນເຖິງຄວາມພຽນພະຍາຍາມຂອງນັກສຶກສາ ໃນການສຶກສາຕະຫຼອດໄລຍະເວລາ 3 ປີທີ່ຜ່ານມາ. ມີນັກສຶກສາທັງໝົດ 64 ຄົນ ໃນການຜ່ານບົດຄັ້ງນີ້. ທັງໝົດໄດ້ຖືກແບ່ງອອກເປັນ 3 ຫ້ອງໃນການຜ່ານບົດຈົບຊັ້ນເຊິ່ງລວມມີຫ້ອງ Lecture, Lecture 1 ແລະ Top Hall. ຜົນສຳເລັດໃນຄັ້ງນີ້ ມັນເປັນພຽງບາດກ້າວທຳອິດຂອງນັກສຶກສາ ກ່ອນອອກປະເຊີນສູ່ສັງຄົມໂຕຈິງ. ຂໍໃຫ້ນັກສຶກສາທຸກຄົນຈົ່ງນຳໃຊ້ຄວາມຮູ້ ຄວາມສາມາດທີ່ຕົນເອງໄດ້ຮໍ່າຮຽນມາໃນການປະກອບອາຊີບວຽກເຮັດງານທຳ ໃຫ້ສຳເລັດຜົນຕໍໄປ ຫວັງຢ່່າງຍິ່ງວ່າບົດຮຽນທີ່ນັກສຶກສາໄດ້ຮັບໃນ ວິທະຍາໄລ ລາວ-ທ໊ອບ ນີ້ ຈະເປັນໂຕຊ່ວຍໃຫ້ບັນລຸເຖິງຜົນສຳເລັດ

read more