ວິທະຍາໄລ ລາວ-ທ໊ອບ ຈັດພິທີສະຫຼຸບສົກຮຽນ 2016-2017 ໃນວັນທີ 21 ຕຸລາ 2017 ທີ່ຜ່ານມາ ວິທະຍາໄລ ລາວ-ທ໊ອບ ໄດ້ຈັດພິທີສະຫຼຸບສົກສຶກສາ 2016-2017 ທີ່ຫ້ອງ Top Hall ວິທະຍາໄລ ລາວ-ທ໊ອບ(ອາຄານໃໝ່). ເປັນກຽດເຂົ້າຮ່ວມໂດຍທ່ານ ກວັນຢຸງວຸກ ປະທານວິທະຍາໄລ ລາວ-ທ໊ອບ, ທ່ານ ລຳໄພ ຂຸນດາວົງ ອຳນວຍການວິທະຍາໄລ ລາວ-ທ໊ອບ, ທ່ານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການຝ່າຍວິຊາການ ຕະຫຼອດເຖິງນັກສຶກສາທີ່ສຳເລັດການສຶກສາໃນສົກຮຽນ 2016-2017 ພ້ອມດ້ວຍພໍ່ແມ່ຜູ້ປົກຄອງກໍເປັນກຽດເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການຝ່າຍວິຊາການ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ການເຄື່ອນໄຫວທີ່ໃນສົກຮຽນທີ່ຜ່ານມາ. ນອກຈາກນັ້ນ, ກໍໄດ້ມີພິທີມອບໃບຍ້ອງຍໍແກ່ຄູອາຈານທີ່ດີເດັ່ນໃນສົກຮຽນຮຽນ…

read more