ສະບາຍດີປີໃໝ່ ພ.ສ 2560 ຜ່ານໄປແລ້ວກັບກັບງານກຸດສົງການ ປີໃໝ່ລາວ ເຊິ່ງໃນປີນີ້ ວິທະຍາໄລ ລາວ-ທ໊ອບ ກໍໄດ້ຈັດງານລ້ຽງສະຫຼອງຄືດັ່ງກັບທຸກໆປີ ແຕ່ມີສິ່ງທີ່ພິເສດກໍຄື ເປັນງານໂຮມຊຸມນຸມອາດິດນັກສຶກສາ ທີ່ຮຽນຈົບໄປແລ້ວ  ເຊິ່ງມີນັກສຶກສາມາຮ່ວມງານຢ່າໜາຕາດັ່ງເຊັ່ນທຸກໆປີ. ເຊິ່ງໃນງານກໍເຕັມໄປດ້ວຍບັນຍາກາດມ່ວນຊື່ ແລະ ອົບອຸ່ນເປັນກັນເອງ ມີທັງຄະນະອຳນວຍການ, ຄະນະບໍລິຫານ ຕະຫຼອດເຖິງອາຈານແຕ່ລະສາຂາວິຊາກໍເຂົ້າຮ່ວມ. ມີທັງພິທີບາຍສີສູ່ຂວັນ. ທ່ານ ອາຈານ ລຳໄພ ຂຸນດາວົງ ອຳນວຍການ ວິທະຍາໄລ ລາວ-ທ໊ອບ ກໍໄດ້ໃຫ້ກຽດຂຶ້ນອວຍພອນໄຊໃຫ້ແກ່ຄູອາຈານ ຕະຫຼອດເຖິງນັກສຶກສາທຸກໆສາຂາ ໃຫ້ມີຄວາມສຸກກາຍ ສະບາຍໃຈ ພົ້ນໄພອັນຕະລາຍທັງປວງ ແລະ ຫຼິ້ນປີໃໝ່ກັນຢ່າງປອດໄພ ຖືກກັບຮີດຄອງປະເພນີອັນດີງາມ. ພາບບັນຍາກາດບາງສ່ວນໃນງານລ້ຽງ ເບິ່ງຕື່ມໄດ້ທີ່ເພຈ Facebook.com/laotop

read more