ການແຂ່ງຂັນໂຕ້ວາທີແບບລວມໝູ່ Team Debate ປະຈຳປີ 2021 ຂອງສາຂາ ການເງິນ-ການບັນຊີ ແລະ ບໍລິຫານທຸລະກິດ ໃນຫົວຂໍ້ “ຍຸກ ໂຄວິດ-19” ໃນວັນສຸກ ທີ 19 ມີນາ 2021 ເວລາ 9:00ໂມງເຊົ້າ ທີ່ຫ້ອງ Top Hall ຂອງ ວິທະຍາໄລ ລາວ-ທ໊ອບ ໄດ້ມີການຈັດຕັ້ງການໂຕ້ວາທີ ປະຈຳປີ 2021 ຂຶ້ນ ໃນຫົວຂໍ້ “ຍຸກ ໂຄວິດ-19” ເຊິ່ງຈັດໂດຍ ສາຂາ ການເງິນ-ການບັນຊີ ແລະ ສາຂາບໍລິຫານທຸລະກິດ. ຈຸດປະສົງຂອງການໂຕ້ວາທີໃນຄັ້ງນີ້ແມ່ນ ເພື່ອໃຫ້ນັກສຶກສາໄດ້ມີຄວາມສາມາດໃນການສະແດງອອກ ດ້ານວາທະສິນ, ຄວາມສາມັກຄີພາຍໃນ ແລະ…

read more

ວັນທີ 13/11/2020  ທີ່ ວິທະຍາໄລ ລາວທ໊ອບ ມີການແຂ່ງຂັນ Speaking Contest ປະຈໍາປີ 2020 ການແຂ່ງຂັນຈັດຂຶ້ນເພື່ອເປີດໂອກາດໃຫ້ແກ່ນັກສຶກສາ ໄດ້ສະແດງຄວາມຮູ້ຄວາມສາມາດດ້ານພາສາອັງກິດ

read more

ວິທະຍາໄລ ລາວ-ທ໊ອບ ກຽມພ້ອມເປີດຮຽນຄືນໃໝ່ ວັນທີ 15 ມິຖຸນາ 2020 ໂດຍມີການກວດກາເຂັ້ມງວດນັກສຶກສາ ແລະ ຄູອາຈານໝົດທຸກຄົນ.

read more

ສະບາຍດີປີໃໝ່ ພ.ສ 2560 ຜ່ານໄປແລ້ວກັບກັບງານກຸດສົງການ ປີໃໝ່ລາວ ເຊິ່ງໃນປີນີ້ ວິທະຍາໄລ ລາວ-ທ໊ອບ ກໍໄດ້ຈັດງານລ້ຽງສະຫຼອງຄືດັ່ງກັບທຸກໆປີ ແຕ່ມີສິ່ງທີ່ພິເສດກໍຄື ເປັນງານໂຮມຊຸມນຸມອາດິດນັກສຶກສາ ທີ່ຮຽນຈົບໄປແລ້ວ  ເຊິ່ງມີນັກສຶກສາມາຮ່ວມງານຢ່າໜາຕາດັ່ງເຊັ່ນທຸກໆປີ. ເຊິ່ງໃນງານກໍເຕັມໄປດ້ວຍບັນຍາກາດມ່ວນຊື່ ແລະ ອົບອຸ່ນເປັນກັນເອງ ມີທັງຄະນະອຳນວຍການ, ຄະນະບໍລິຫານ ຕະຫຼອດເຖິງອາຈານແຕ່ລະສາຂາວິຊາກໍເຂົ້າຮ່ວມ. ມີທັງພິທີບາຍສີສູ່ຂວັນ. ທ່ານ ອາຈານ ລຳໄພ ຂຸນດາວົງ ອຳນວຍການ ວິທະຍາໄລ ລາວ-ທ໊ອບ ກໍໄດ້ໃຫ້ກຽດຂຶ້ນອວຍພອນໄຊໃຫ້ແກ່ຄູອາຈານ ຕະຫຼອດເຖິງນັກສຶກສາທຸກໆສາຂາ ໃຫ້ມີຄວາມສຸກກາຍ ສະບາຍໃຈ ພົ້ນໄພອັນຕະລາຍທັງປວງ ແລະ ຫຼິ້ນປີໃໝ່ກັນຢ່າງປອດໄພ ຖືກກັບຮີດຄອງປະເພນີອັນດີງາມ. ພາບບັນຍາກາດບາງສ່ວນໃນງານລ້ຽງ ເບິ່ງຕື່ມໄດ້ທີ່ເພຈ Facebook.com/laotop

read more

ໜ່ວຍງານປະກັນຄຸນນະພາບ ວິທະຍາໄລ ລາວ-ທ໊ອບ ປະຫວັດ ແລະ ຄວາມເປັນມາ ໜ່ວຍງານປະກັນຄຸນນະພາບ ວິທະຍາໄລ ລາວ-ທ໊ອບ ເປັນໜ່ວຍງານທີ່ກວດສອບ ແລະ ພັດທະນາກົນໄກການປະກັນຄຸນນະພາບຂອງວິທະຍາໄລ ລາວ-ທ໊ອບ

read more

ໃນວັນສຸກ ທີ 10 ກຸມພາ 2017 ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີການເປີດນຳໃຊ້ອາຄານຫ້ອງການຫຼັງໃໝ່ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ຮສປອ ສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງ ແລະ ໂຕແທນຈາກພາກສ່ວນຕ່າງໆ, ອາຈານ ແລະ ນັກສຶກສາຈາກ ວິທະຍາໄລ ລາວ-ທ໊ອບ. ວິທະຍາໄລ ລາວ-ທ໊ອບ ໄດ້ດຳເນີນການຮຽນການສອນມາແຕ່ປີ 2017 ເປັນຕົ້ນມາ. ໃນເບື້ອງຕົ້ນ ວິທະຍາໄລ ໄດ້ເປີດການຮຽນການສອນຫຼັກສູດເຝິກອົບຮົມພາສາອັງກິດໄລຍະສັ້ນເລີ່ມຕົ້ນຈາກນັກຮຽນພຽງ 100 ກວ່າຄົນ. ຕໍ່ມາຈຶ່ງໄດ້ຮັບອານຸມັດຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ດຳເນີນຫຼັກສູດຊັ້ນສູງພາສາອັງກິດ.ເຊິ່ງເປັນບາດກ້າວທຳອິດຂອງວິທະຍາໄລ ລາວ-ທ໊ອບ ໃນປີ 2009 ທາງຄະນະບໍລິຫານ ຈຶ່ງໄດ້ຕັດສິນໃຈສ້າງອາຄານຫຼັງໃໝ່ ທີ່ ບ້ານໂພນປ່າເປົ້າ,…

read more

ຮັບສະມັກນັກກິລາ ຣັກບີ້ ປະຈຳທີມໂຮງຮຽນ ວິທະຍາໄລ ລາວ-ທ໊ອບ ເປີດຮັບສະມັກນັກກິລາ ຣັກບີ້ ເພື່ອເຂົ້າສະມາຄົມ Rugby club ຂອງວິທະຍາໄລ ລາວ-ທ໊ອບ ເພື່ອເປັນການກຽມຄວາມພ້ອມກ່ອນການແຂ່ງຂັນ Coca Cola Tag Rugby 2017 ການແຂ່ງຂັນ 2 ຄັ້ງທີ່ຜ່ານມາ ທິມຈາກວິທະຍາໄລ ລາວ-ທ໊ອບ ສາມາດຄວ້າໄດ້ແຊ້ມທັງສອງຄັ້ງ ເຊິ່ງສະແດງໃຫ້ເຫັນວ່າເຮົາພ້ອມແລ້ວກັນການແຂ່ງຂັນຄັ້ງຍິ່ງໃຫຍ່ ເຊິ່ງໃຫ້ການສະໜັບສະໜູນໂດຍ ສະຫະພັນ ຣັກບີ້ ແຫ່ງຊາດລາວ ສາມາດສະມັກໄດ້ໃນແບບຟອມລຸ່ມນີ້ ກຳລັງໂຫລດ…

read more