ວິທະຍາໄລ ລາວ-ທ໊ອບ ໄດ້ຈັດການແຂ່ງຂັນເຕະບານ 9 ຄົນ ເຊິ່ງໄດ້ມີພິທີເປີດທີ່ເດີ່ນ Ferrari ໃນວັນທີ 1 ກຸມພາ 2020 ເວລາ 15:00​ໂມງ

ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກວັນຢຸງວຸກ ປະທານ ວິທະຍາໄລ ລາວ-ທ໊ອບ, ທ່ານ ລຳໄພ ຂຸນດາວົງ ອຳນວຍການ ຕະຫຼອດຮອດອາຈານ ແລະ
ນັກສຶກສາ ແລະ ນັກກິລາກໍເຂົ້າຮ່ວມໝົດທຸກຄົນ

ທ່ານ ລຳໄພ ຂຸນດາວົງ
ທ່ານ ລຳໄພກຳລັງຂຶ້ນກ່າວເປີດ

ຈຸດປະສົງເພື່ອເປັນການຜັນຂະຫຍາຍ 5 ຫຼັກມູນທີ່ກະຊວງສຶກສາທີການ ແລະ ກິລາໄດ້ວາງອອກ, ເພື່ອເປັນການຄັດເລືອກນັກກິລາເພື່ອເຂົ້າຮ່ວມການແຂ່ງຂັນຕ່າງໆ
ແລະ ເປັນການຕ້ອນຮັບວັນສ້າງຕັ້ງສະຫະພັນກຳມະບານລາວ ພ້ອມທັງເປັນການສ້າງຄວາມສາມັກຄີພາຍໃນວິທະຍາໄລອີກດ້ວຍ

ທີມທີ່ເຂົ້າຮ່ວມທັງໝົດມີ 8 ທີມຈາກພາກເຊົ້າ, ບ່າຍ ແລະ ຄໍ່າ

  • Morning Predators FC
  • AF Galaxy FC
  • B-You FC
  • Best Football FC
  • Bullet United
  • Black Devil FC
  • Young Boys FC
  • Harajuku FC
ອາຈານ ວິໄລສັກ ທ້າວ ພົມມະສອນ
ອາຈານ ວິໄລສັກ ແລະ ທ້າວ ພິມມະສອນ ກຳລັງກ່າວປະຕິຍານຕົນ

 

Leave a Reply

Your email address will not be published. Required fields are marked *