B-You FC ແຊ້ມປະຈຳ Lao-Top Football Tournament 2020 ຂອງວິທະຍາໄລ ລາວ-ທ໊ອບ ຄວ້າທຶນການສຶກສາ 1.500.000 ກີບ.

ວັນທີ 14 ມີນາ 2020  ທີ່ເດີ່ນເຕະບານ Ferrari FC ເວລາ ວິທະຍາໄລ ໄດ້ຈັດການແຂ່ງຂັນເຕະບານນັດຊິງຊະນະເລີດ ແລະ ຊິງທີ 3 ເຊິ່ງໄດ້ເລີ່ມຈັດການແຂ່ງຂັນ Lao-Top Football Tournament 2020 ຕັ້ງແຕ່ 11 ມັງກອນ 2020 ມີທັງໝົດ 8 ທີມ.

ສຳລັບໃນນັດຊິງນີ້ມີ 4 ທີມເຂົ້າຮອບປະກອບດ້ວຍ ຄູ່ຊິງທີ 3 ແມ່ນ Morning Predators FC ພົບກັບ Harajuku FC ແລະ ຄູ່​ຊິງ​ທີ 1 ແມ່ນ Bullet United ພົບ​ກັບ B-You FC.

ຄູ່​ຊິງ​ທີ 3 ເລີ່ມ​ເຕະ​ຕອນ​ເວ​ລາ 16:00 ໂມງ ໂດຍ​ຜ່ານ Morning Predators FC ເປັນ​ຝ່າຍ​ຂຶ້ນ​ນຳ​ກ່ອນ​ໜຶ່ງ​ປະ​ຕູ ຈົນ​ມາ​ຮອດ​ເຄິ່ງ​ເວ​ລາ​ທີສອງ Harajuku FC ຈຶ່ງ​ຕີ​ສະ​ເໝີ​ຂຶ້ນ​ມາ​ໄດ້​ເປັນ 1-1 ຈົນ​ມາ​ຮອດ​ນາ​ທີ​ສຸດ​ທ້າຍ​ຂອງ​ການ​ທົດ​ເວ​ລາ​ບາດ​ເຈັບ ທາງ Morning Predators ໄດ້​ລູກ​ຟາວ​ຕັ້ງ​ເຕະຍິງ​ເຂົ້າ​ເປັນ 2-1 ແລະ ຈົບ​ເກມ​ການ​ແຂ່ງ​ຂັນ Morning Predators FC ເປັນ​ຜູ້​ຊະ​ນະ​ໄດ້​ອັນ​ດັບ​ 3 ສ່ວນ Harajuku FC ໄດ້​ອັນ​ດັບ 4.

ຄູ່​ຊິງ​ຊະ​ນະ​ເລີດ ເປັນ​ການ​ພົບ​ກັນ​ລະ​ຫວ່າງ Bullet United ພົ​ບ​ກັບ B-You FC ໂດຍ​ຝ່າຍ B-You ຍິງ​ຂຶ້ນ​ໄປ​ກ່ອນ​ໃນ​ນາ​ທີ​ທີ່ 5 ແລ​ະ ກ່ອນ​ຈົບການ​ແຂ່ງ​ຂັນ​ເຄິ່ງ​ເວ​ລາ​ທີໜຶ່ງ ທີມ B-You ກໍ​ຈັດ​ໄປ​ອີກໜຶ່ງ​ປະ​ຕູ ຈົບ​ເຄິ່ງ​ທຳ​ອິດ​ຈົບ​ທີ່ 0-2. ຈົນ​ມາ​ຮອດ​ເຄິ່ງ​ເວ​ລາ​ທີ​ສອງ ນາ​ທີ​ທີ່ 48 ທັງ​ຝັ່ງ B-You ກ​ໍ​ຍິງ​ໄປ​ອີກ​ເປັນ 0-3 ຈົນ​ຈົບ​ເວ​ລາ​ການ​ແຂ່ງ​ຂັນ Bullet United ເສຍ​ໃຫ້​ກັບ B-You 0-3 ປະ​ຕູ

  • ທີມ​ຊະ​ນະ​ເລີດ B-You FC
  • ຮອງ​ອັນ​ດັບ​ໜຶ່ງ Bullet United
  • ຮອງ​ອັນ​ດັບ​ສອງ Morning Predators FC
  • ຮອງ​ອັບ​ດັບສາມ Harajuku FC
  • ກອງ​ເຊຍດ​ີ​ເດັ່ນ AF Galaxy
  • ຜູ້​ຍິງ​ປະ​ຕູ​ສູງ​ສຸດສອງ​ຄົນ ສົມ​ເພັດ ຈາກ Harajuku FC ແລະ ພົມ​ມະ​ສອນ​ ຈາກ Bullet United

 

 

Leave a Reply

Your email address will not be published. Required fields are marked *