ຜ່ານມາເປັນໄລຍະເວລາໜຶ່ງສອງປີແລ້ວ ກັບສາຂາວິຊາຄອມພິວເຕີທຸລະກິດ, ສາຂາວິຊານີ້ໄດ້ເລີ່ມເປີດສອນແຕ່ປີ 2012 ຈົນມາຮອດປະຈຸບັນ. ມີນັກສຶກສາທີ່ຈົບໄປແລ້ວໜຶ່ງຊຸດ ມີຈຳນວນ 11 ຄົນ. ໃນປີນີ້ ສົກສຶກສາ 2013-2014 ມີນັກສຶກສາທີ່ກຳລັງຈະຂຽນບົດສຶກສາໂຄງການອີກຈຳນວນ 16 ຄົນ. ຖືວ່າເປັນບາດກ້າວທີ່ສຳຄັນສຳລັບວິທະຍາໄລ ລາວ-ທ໊ອບ ທີ່ໄດ້ສຳເລັດການສ້າງບຸກຄະລາກອນອອກໄປຮັບໃຊ້ປະເທດຊາດ.   ເຊິ່ງໃນສົກສຶກສານີ້ ໄດ້ມີການປັບຫຼັກສູດ ແລະ ກຳນົດການໃນການຂຽນບົດສຶກສາໂຄງການຈົບຊັ້ນຂອງວິທະຍາໄລ ລາວ-ທ໊ອບ ໂດຍສະເພາະແມ່ນພາກວິຊາຄອມພິວເຕີທຸລະກິດ ເພື່ອໃຫ້ສອດຄ່ອງກັບຍຸກປະຈຸັບ ກໍຄືການຕອບສະໜອງໃຫ້ທັນກັບຕະຫຼາດແຮງງານ.   ສະນັ້ນ, ໃນການຂຽນບົດສຶກສາໂຄງການສຳລັບສົກສຶກສານີ້ແມ່ນຈະໄດ້ດຳເນີນການໄວກວ່າສົກຮຽນທີ່ຜ່ານມາເລັກນ້ອຍ ເພື່ອໃຫ້ທັນຕໍ່ເວລາ. ເຊິ່ງກຳນົດການຕ່າງໆໄດ້ຖືກກຳນົດອອກມາແລ້ວຕາມແຈ້ງການດັ່ງລຸ່ມນີ້:  

read more