ໃນວັນທີ 10 ທັນວາ 2022 ຂະບວນທັດສະນະສຶກສາຂອງ ວິທະຍາໄລ ລາວ-ທ໊ອບ ນຳໂດຍ ທ່ານ ປ.ທ ພັນທະວິໄລ ນວນຮຸ່ນ ຜູ້ອຳນວຍການ ພ້ອມດ້ວຍຄະນະອາຈານ ແລະ ນັກສຶກສາປີ 3 ຈາກສາຂາ ໄອທີ, ຄອມພິວເຕີທຸລະກິດ, ບໍລິຫານທຸລະກິດ, ການເງິນການບັນຊີ ແລະ ພາສາອັງກິດ ຈຳນວນລວມທັງໝົດ 153 ຄົນ

ການໄປທັດສະນະສຶກສາໃນຄັ້ງນີ້ຈຸດປະສົງແມ່ນເພື່ອໄປມອບອຸປະກອນການສຶກສາໃຫ້ກັບນ້ອງໆນັກຮຽນ ໂຮງຮຽນ ປະຖົມ ບ້ານວຽງສະໄໝຈຳນວນ 100 ຄົນ ແລະ ຍັງໄດ້ມອບເຄື່ອງມືຮັບໃຊ້ໃນຫ້ອງການແກ່ ຄູອາຈານໄດ້ນຳໃຊ້ເຂົ້າໃນວຽກງານອີກດ້ວຍຈຳນວນໜຶ່ງ

ເມື່ອສຳເລັດການມອບແລ້ວ ນັກສຶກສາ ວິທະຍາໄລ ລາວ-ທ໊ອບ ສາຂາພາສາອັງກິດກໍໄດ້ຮວມໂຕກັນ ຂຶ້ນຫ້ອງສອນພາສາອັງກິດໃຫ້ແກ່ນັກຮຽນປະຖົມຕັ້ງແຕ່ຊັ້ນ ປ.1 ຈົນເຖິງ ປ.5 ໂດຍໃນຫ້ອງຮຽນກໍເຕັມ ໄປດ້ວຍບັນຍາກາດອັນມ່ວນຊື່ນທີ່ແຕ່ລະຄົນໄດ້ພົບເຈິນ້ອງໆ ແລະ ໄດ້ແບ່ງປັນປະສົບການດີໆຮ່ວມກັນ ເຊິ່ງໄດ້ຮັບການນຳພາໂດຍ ອາຈານ ພັນທະວິໄລ ນວນຮຸ່ນ, ອາຈານ ຈັນທະໄຊ ຈະຕຸພອນໄຊ, ອຈ ໄຊສຸລິສັກ ແດນຈຳປາ

ສ່ວນນັກສຶກສາອີກກຸ່ມເຊິ່ງນຳພາໂດຍ ອຈ ອາກ ພົມວິໄຊ, ອຈ ຄຳຫວຽງ ຈັນທະກຸນ, ອຈ ອ່ຽນ ເຄລເລີ ໄດ້ນຳພານັກສຶກສາສ້າງຂະບວນການອອກແຮງງານອານາໄມໂຮງຮຽນດັ່ງກ່າວ ພ້ອມດ້ວຍທາສີໂຮງຮຽນຄືນໃໝ່ໃຫ້ສະອາດກວ່າເກົ່າ

ການໄປໃນຄັ້ງນີ້ ນັກສຶກສາໄດ້ເຮັດກິດຈະກຳຫຼາກຫຼາຍຢ່າງ ລວມທັງການສຳພາດນັກທ່ອງທ່ຽວຕ່າງປະ ເທດ ແລະ ສຳພາດຫົວໜ່ວຍທຸລະກິດຕ່າງໆເພື່ອເບິ່ງວ່າສະພາບເສດຖະກິດເປັນຄືແນວໃດ ເປັນການເກັບຂໍ້ມູນເພື່ອທີ່ຈະມາເຮັດບົດລາຍງານການທັດສະນະສຶກສາ

ສຳລັບບັນຍາກາດຂອງຕອນແລງແມ່ນໄດ້ຈັດງານລ້ຽງຂຶ້ນ ເຊ່ິງນຳພາການຈັດສັນອາຈານ ແລະ ເວທີໂດຍ ອຈ ສົມປະສົງ ວົງຖາວອນ, ອຈ ວິໄລສັກ ຂັນຕິວົງ ແລະ ອຈ ເບລ ພູມີວົງ ພ້ອມດ້ວຍນັກສຶກສາ ໄອທີ ແລະ ພາສາອັງກິດຈຳນວນໜຶ່ງ ທີ່ເປັນທີມງານເບື້ອງຫຼັງ

ວິທະຍາໄລ ລາວ-ທ໊ອບ ປະກອບໄປດ້ວຍ 5 ສາຂາຮຽນຄື ສາຂາ ບໍລິຫານທຸລະກິດ, ສາຂາ ການເງິນ-ການບັນຊີ, ສາຂາ ໄອທີ, ສາຂາ ຄອມພິວເຕີທຸລະກິດ, ແລະ ສາຂາ ພາສາອັງກິດ. ປີ 3 ຂອງທຸກໆປີແມ່ນຈະຕ້ອງໄດ້ເດີນທາງຮ່ວມກິດຈະກຳເພື່ອສັງຄົມແບບນີ້ເພື່ອໃຫ້ນັກສຶກສາໄດ້ເຫັນຄຸນຄ່າຂອງການເປັນຜູ້ໃຫ້ ແລະ ນອກນັ້ນແມ່ນຍັງໄດ້ສ້າງຄວາມຮັດແໜ້ນສາມັກຄີກັນໃນວິທະຍາໄລອີກດ້ວຍ