ເຮົາມາເບິ່ງກັນວ່າ 10 ນິໄສຂອງນັກສຶກສາທີ່ປະສົບຜົນສຳເລັດ ມີຄືແນວໃດ ແລະ ເຂົາເຮັດຫຍັງແດ່ໃນແຕ່ລະວັນ.

10 ນິໄສຂອງນັກສຶກສາທີ່ປະສົບຜົນສຳເລັດ
ພາບນັກສຶກສາ ວິທະຍາໄລ ລາວ-ທ໊ອບ ໃນພິທີສະຫຼຸບການສຶກສາສົກຮຽນ 2018

ນັກສຶກສາທີ່ປະສົບຜົນສຳເລັດແມ່ນເຂົາເຮັດແນວໃດ ແລະ ເຂົາມີນິໄສແນວໃດ ຈຶ່ງເຮັດໃຫ້ເຂົາປະສົບຜົນສຳເລັດ ແລ້ວນັກສຶກສາ ວິທະຍາໄລ ລາວ-ທ໊ອບ ຂອງພວກເຮົາເດມີນິໄສເຫຼົ່ານີ້ແລ້ວບໍ່ 10 ນິໄສຂອງນັກສຶກສາທີ່ປະສົບຜົນສຳເລັດ .

1. ເປັນລະບຽບ

ຈັດສັນລະບຽບຊີວິດໃຫ້ເປັນໄປຕາມທີ່ຕົນເອງໄດ້ວາງໄວ້ ຮູ້ວ່າຕ້ອງເຮັດອັນໃດກ່ອນ ອັນໃດຫຼັງ ອັນໃດສຳຄັນ ອັນໃດບໍ່ສຳຄັນ ແລະ ມີວິໄນກັບຕົນເອງ ເພາະເປັນເປັນເລື່ອງທຳອິດຂອງຄົນທີ່ປະສົບຜົນສຳເລັດຈະເຮັດ.

2. ເຮັດເທື່ອລະສິ່ງ

ຮຽນຮູ້ເທື່ອລະເລື່ອງ ເຮັດເທື່ອລະຢ່າງ ເນັ້ນທີ່ຄຸນະພາບ ບໍ່ເນັ້ນທີ່ປະລິມານ. ການທີ່ເຮົາເຮັດເທື່ອລະເລື່ອງນັ້ນແມ່ນຈະເຮັດໃຫ້ເຮົາສາມາດ Focus ຫຼື ສຸມໃສ່ໃນສິ່ງໃດສິ່ງໜຶ່ງທີ່ເຮົາເຮັດໄດ້ ແລະ ຈະບໍ່ມີຫຍັງມາລະລົບກວນເຮົາໄດ້ອີກ ເພາະເຮົາສຸມສະມາທິໃສ່ແຕ່ສິ່ງດຽວເທົ່ານັ້ນ

3. ແບ່ງວຽກເປັນສັດສ່ວນ

ຮູ້ຈັກແບ່ງວຽກອອກເປັນສັດສ່ວນ ເຮັດສິ່ງທີ່ສາມາດຄວບຄຸມໄດ້ ຫຼື ສິ່ງໃດທີ່ເຮັດໄດ້ກ່ອນ ເພາະເປົ້າໝາຍຫຼັກຂອງເຮົາຄືຜົນການຮຽນ ແລະ ເຮົາຄວນແບ່ງເປົ້າໝາຍຍ່ອຍໆລົງໄປເຊັ່ນ ສົ່ງວຽກບ້ານໃຫ້ທັນກຳນົດ, ສ້າງລາຍງານໃຫ້ແລ້ວພາຍໃນອາທິດນີ້ ເປັນຕົ້ນ

4. ພັກຜ່ອນໃຫ້ພຽງພໍ

ການພັກຜ່ອນເປັນການເຕີມພະລັງທີ່ດີທີ່ສຸດ ຢ່າຮຽນຈົນຂ້າມມື້ຂ້າມວັນ ມັນຈະເຮັດໃຫ້ເຮົາອ່ອນລ້າ ແລະ ທີ່ສຳຄັນຕ້ອງອອກກຳລັງກາຍສະໝໍ່າສະເໝີ ກິນອາຫານທີ່ດີມີປະໂຫຍດ ບໍ່ແມ່ນອັດແຕ່ກາເຟນໍ້າອັດລົມ ເຊິ່ງມັນຈະເຮັດໃຫ້ເຮົານອນບໍ່ຫຼັບ ແຖມຍັງເຮັດໃຫ້ຮ່າງກາຍຂອງເຮົາຊຸດໂຊມລົງນຳອີກດ້ວຍ.

5. ຈັດຕາຕະລາງ

ຮຽນຫຼາຍເກີນໄປກໍເຮັດໃຫ້ອ່ອນລ້າ ຮຽນຮູ້ຈັດສັນເວລາ ໃຫ້ເວລາຕົນເອງ ຄອບຄົວ ໝູ່ເພື່ອນ ແບ່ງເວລາອອກໄປເຮັດສິ່ງທີ່ມັນເກີດປະໂຫຍດ. ເວລາຮຽນກໍຄວນແບ່ງເວລາເປັນ Time blocking ຈະໄດ້ຮູ້ວ່າຕ້ອງເຮັດຫຍັງຊ່ວງໃດ ຕົວຢ່າງວ່າ: ຮຽນ 90 ນາທີຕໍ່ມື້, ອອກກຳລັງກາຍ 30 ນາທີຕໍ່ມື້ ປະມານນີ້ເປັນຕົ້ນ.

6. ຈົດບັນທຶກ

ຢ່າໄວ້ໃຈສະໝອງຂອງເຮົາ ພະຍາຍາມຈົດບັນທຶກໄວ້ ເພື່ອທີ່ຈະເບິ່ງຄືນ ແລະ ຫຼີກຫຼ່ຽງການຖ່າຍຮູບກະດານແທນການຈົດບັນທຶກ ເພາະມັນບໍ່ໄດ້ສ້າງຂະບວນການຈົດຈຳ. ການຈື່ຈຳທີ່ດີແມ່ນເກີດຈາກການທີ່ເຮົາໄດ້ຟັງ, ໄດ້ຈົດ, ໄດ້ຢໍ້າຄືນສິ່ງນັ້ນ ຢ່າງໜ້ອຍກໍຕ້ອງ 3 ຫາ 4 ຄັ້ງ ຈຶ່ງເຮັດໃຫ້ເຮົາຈຶ່ຈຳໄດ້.

7. ຕັ້ງໃຈຮຽນ

ຄຳເວົ້າສັ້ນໆ ແຕ່ຄວາມໝາຍເລິກເຊິ່ງຄືໃຫ້ເຮົາຕັ້ງໃຈຮໍ່າຮຽນ ໃນຫ້ອງກໍຕັ້ງໃຈຟັງອາຈານ ມີການຄິດວິເຄາະໄປນຳເວລາອາຈານອະທິບາຍ ເມືອເຮືອນກໍມີການທົບທວນບົດຮຽນ ແລະ ມີການກະກຽມບົດຮຽນສຳລັບມື້ຕໍ່ໄປ.

8. ຈັດສັດບ່ອນຮຽນ

ມີໂຕະຮຽນສ່ວນໂຕຈະເປັນການປະຢັດເວລາທີ່ສຸດ ທຸກສິ່ງທຸກຢ່າງທີ່ຕ້ອງການໃນການສຶກສາຮໍ່າຮຽນແມ່ນຈະໄວ້ຢູ່ບ່ອນນັ້ນບ່ອນດຽວ ແຕ່ຕ້ອງຈັດສັນໃຫ້ເປັນລະບຽບຮຽບຮ້ອຍນຳ

9. ມີໝູ່ທີ່ມັກຮຽນ

ຫາໝູ່ທີ່ມັກຮຽນຄືກັນ ເປັນເດັກຮຽນແບບດຽວກັນ ເວລາມີຫຍັງບໍ່ເຂົ້າໃຈຈະໄດ້ຖາມກັນໄດ້ ຫຼື ອາດຈະຊ່ວຍແບ່ງປັນອຸປະກອນການຮຽນ ຫຼື ບົດຮຽນນຳກັນໄດ້

10. ຂໍຄວາມຊ່ວຍເຫຼືອ

ເມື່ອອັນໃດທີ່ເຮົາບໍ່ຮູ້ ຫຼື ເຮົາບໍ່ໄດ້ອັນໃດ ສິ່ງທີ່ນັກຮຽນເກັ່ງມັກເຮັດຄື ຖາມ. ເຂົາບໍ່ອາຍທີ່ຈະຖາມ ແລະ ມັກຈະຖາມຕົງປະເດັນອີກດ້ວຍ. ສະນັ້ນ ເມື່ອບໍ່ຮູ້ ກໍໃຫ້ຖາມ ຢ່າປ່ອຍປະລະເລີຍມັນ.

ຖ້າຫາກຢາກປະສົບຜົນສຳເລັດດ້ານການອ່ານກໍສາມາດເຂົ້າໄປອ່ານໄດ້ທີ່ເວັບໄຊ້ບົດຄວາມຂອງ ວິທະຍາໄລ ລາວ-ທ໊ອບ ໃນໝວດຂອງ blog ທີ່ລິ້ງນີ້ https://laotop.net/category/blog/ ຫຼື ຕິດຕາມຂໍ້ມູນຂ່າວສານດີໆຂອງວິທະຍາໄລໄດ້ທີຊ່ອງທາງລຸ່ມນີ້

Facebook: https://www.facebook.com/LaoTopCollege

Tiktok: https://tiktok.com/@laotopcollege

YouTube: https://youtube.com/@laotopcollege

Instragram: https://instragram/laotopcollege

Twitter: https://twitter.com/laotopcollege