Lao-Top Football Tournament LTFT 2023
Lao-Top Football Tournament LTFT 2023

ຜົນຈັບສະຫຼາກຮອບ 6 ທີມ “LTFT 2023” ຫຼື “Lao-Top Football Tournament 2023” ຊິງຂັນປະທານ ວິທະຍາໄລ ລາວ-ທ໊ອບ ແຊ້ມເກົ່າ Performance United (ຊື່ເກົ່າ Bullet United) ພົບກັບນ້ອງໃໝ່ The Shining FC.

ການແຂ່ງຂັນບານເຕະຊິງຂັນປະທານ ວິທະຍາໄລ ລາວ-ທ໊ອບ ປະຈຳລະດູການ 2023 “LTFC 2023” ໄດ້ເລີ່ມຂຶ້ນຢ່າງເປັນທາງການ ໂດຍໄດ້ມີການຈັບສະຫຼາກປະກົບຄູ່ໃນວັນທີ 3 ມີນາ 2023 ທີ່ ວິທະຍາໄລ ລາວ-ທ໊ອບ. ເຊິ່ງໃນອີກສອງອາທິດຂ້າງໜ້າກໍຈະມີສອງຄູ່ທີ່ເລີ່ມການແຂ່ງຂັນ ນະເດີ່ນກິລາບານເຕະຫຍ້າທຽມ ເຟີຣາຣີ.

ນັດທຳອິດຂອງທົວນາເມັ້ນນີ້ ຈະຈັດຂຶ້ນໃນວັນສຸກ ທີ 24 ກຸມພາ 2023, ເປັນການພົບກັນລະຫວ່າງ The Shining FC (ອຈ ເບລ) ພົບກັບ Performance United (ອຈ ໄຊສຸລິສັກ). ໃນຄໍ່າຄືນດຽວກັນນັ້ນຍັງມີອີກຄູ່ຄື Infinity Soccer (ອຈ ວິໄລສັກ) ປະທະກັບ Totueng FC (ອຈ ຄຳຫວຽງ). ທັງສອງຄູ່ແມ່ນເລີ່ມເຕະຕອນ ເວລາ 20:00ໂມງ.

ສ່ວນໃນຄືນວັນສຸກ ທີ 3 ມີນາ 2023 ແຟນບານ ລາວ-ທ໊ອບ ຍັງສາມາດຕິດຕາມອີກຄູ່ໄດ້ ໂດຍຈະເປັນການພົບກັນລະຫວ່າງ Warrior Raptos F.C (ອຈ ອາກ) ປະຈັນໜ້າກັບ KingFisher F.Class FC (ອຈ ອຽນ). ເຊິ່ງຈະເລີ່ມເຕະຕອນເວລາ 20:00ໂມງ ເຊັ່ນກັນ.

ນີ້ເປັນໂອກາດອັນດີ ທີ່ນັກສຶກສາ ວິທະຍາໄລ ລາວ-ທ໊ອບ ຈະໄດ້ຮ່ວມໂຕກັນ ສະແດງຄວາມເປັນນໍ້າໜຶ່ງໃຈດຽວ ຊ່ວຍກັນສະໜັບສະໜູນທີມທີ່ຮັກ ໃນການແຂ່ງຂັນ LTFC 2023. ເຊິ່ງປີນີ້ຈະເປັນການແຂ່ງຂັນທີ່ບໍ່ອາດລືມເລືອນ ແລະ ມີປະສົບການແປກໃໝ່ລໍຄອຍນັກສຶກສາຢູ່. ຢ່າພາດໂອກາດດີໆແບບນີ້ ມາຮ່ວມກັນສະແດງຈິດວິນຍານທີ່ແທ້ຈິງຂອງ ລາວ-ທ໊ອບ!

[learn_press_profile]