ການເປັນນັກສຶກສານັ້ນມີຫຼາຍສິ່ງຫຼາຍຢ່າງທີ່ຈະຕ້ອງເຮັດ. ທັງບົດຮຽນ, ວຽກ, ວຽກບ້ານ, ຄອບຄົວ, ຄວາມສຳພັນ ແລະ ອື່ນໆອີກຫຼາກຫຼາຍທີ່ເຮົາຕ້ອງຈັດວາງສົມດຸນກັນໃຫ້ໄດ້.

ດັ່ງນັ້ນ ໃນບົດຄວາມນີ້ຈະແນະນຳເຖິງການເຂົ້າຮ່ວມບັນດາກິດຈະກຳຕ່າງໆທີ່ທາງສະຖາບັນໄດ້ຈັດຂຶ້ນ ເພາະມັນຈະສົ່ງຜົນເຖິງອາຊີບການງານຂອງນັກສຶກສາໃນດ້ານບວກ.

ເຮົາມາເບິ່ງເຖິງ 12 ເຫດຜົນທີ່ເຮົາຈະໄດ້ຮັບຜົນປະໂຫຍດເມື່ອເຮົາເຂົ້າຮ່ວມບັນດາກິດຈະກຳຕ່າງໆຂອງທາງສະຖາບັນ.

1. ໄດ້ຮຽນຮູ້ຕົນເອງຫຼາຍຂຶ້ນ

ການເຂົ້າຮ່ວມອົງການຈັດຕັ້ງ ຫຼື ກິດຈະກຳຕ່າງໆນັ້ນ ຈະເປັນໂອກາດທີ່ດີທີ່ເຮັດໃຫ້ເຮົາໄດ້ສຶກສາຕົນເອງ, ເຫັນເຖິງຄວາມສາມາດ ແລະ ຂີດຈຳກັດຂອງຕົນເອງ ເພາະບັນດາເວທີຕ່າງໆເປັນດັ່ງສະໜາມທົດສອບຄວາມສາມາດຂອງເຮົາ. ເຮົາຈະສາມາດຮູ້ໄດ້ວ່າເຮົາຄວນປັບປຸງ ແລະ ເພີ່ມເຕີມທັງສະດ້ານໃດຂອງເຮົາ ເພື່ອຊີວິດທີດີໃນອະນາຄົດ.

2. ພັດທະນາທັກສະດ້ານສັງຄົມ

Soft skills ຫຼື ຄວາມສາມາດດ້ານສັງຄົມ ເປັນສິ່ງຈຳເປັນທີ່ຈະເຮັດໃຫ້ເຮົາສາມາດຕິດຕໍ່ສື່ສານກັບຄົນອື່ນ, ບົ່ງບອກເຖິງວິໄສທັດ, ມາລະຍາດທາງສັງຄົມ ແລະ ຈະລິຍະທຳຂອງເຮົາ. ການທີ່ເຮົາເຂົ້າຮ່ວມອົງການຈັດຕັ້ງ ແລະ ກິດຈະກຳນັ້ນຈະພາເຮົາໄປພົບຜູ້ຄົນຫຼາກຫຼາຍຮູບແບບ ຫຼາຍວັດທະນະທຳ ເປັນຜົນດີທີ່ເຮັດໃຫ້ເຮົາໄດ້ຮຽນຮູ້ ແລະ ພັດທະນາທັກສະການສື່ສານ. ນອກນັ້ນຍັງເສີມສະຕິປັນຍາດ້ານອາລົມຂອງເຮົາອີກ.

3. ຮຽນຮູ້ວິທີເຮັດວຽກເປັນທີມ

ການເຮັດວຽກຮ່ວມໝູ່ ຫຼື Team work ເປັນເລື່ອງຍາກເພາະຕ້ອງຮັບມືກັບຄົນຕ່າງພໍ່ຕ່າງແມ່ກັນ. ແຕ່ການເຮັດວຽກຮ່ວມໝູ່ກໍເປັນສິ່ງທີ່ຈຳເປັນ ແລະ ຕ້ອງໄດ້ຮຽນຮູ້ ເພາະເຮົາຕ້ອງຮັບຟັງຄຳຄິດເຫັນທີ່ແຕກຕ່າງ ຮູ້ຈັກຮັບມືກັບອາລົມຂອງຄົນອື່ນ ແລະ ຕົນເອງ. ລວມເຖິງການທີ່ເຮົາຕ້ອງຄອຍໃຫ້ຄຳແນະນຳຄົນອື່ນພ້ອມ.

4. ໂອກາດທີ່ຈະໄດ້ພົບຄົນຫຼາກຫຼາຍ

ແຮງຮູ້ຄົນຫຼາຍ ແຮງເປັນການດີ ເພາະການທີ່ໄດ້ພົບກັບຄົນຫຼາກຫຼາຍອາຊີບ ຫຼາກຫຼາຍເຊື້ອຊາດ ກໍເປັນການແລກປ່ຽນບົດຮຽນກັນ. ເວລາເຮົາໄດ້ເຂົ້າເຝິກອົບຮົມກໍໄດ້ໄປພົບກັບເຈົ້າຂອງກິດຈະການ ອາດຈະເປັນການສ້າງໂອກາດທີ່ເຮັດໃຫ້ເຮົາໄດ້ວຽກງ່າຍຂຶ້ນ. ສະນັ້ນ, ເຮົາຄວນເຂົ້າຮ່ວມໂຄງການອາສາສະມັກທີ່ຈັດຂຶ້ນໂດຍອົງການຕ່າງໆ ເຊິ່ງຈະເປັນໂອກາດທີ່ເຮົາໄດ້ພົບກັບຜູ້ໃຫຍ່ຜູ້ໂຕ ມີອາກາດສູງທີ່ຈະໄດ້ວຽກ ເພາະເຂົາເຫັນຜົນງານຂອງເຮົາມາກ່ອນແລ້ວ.

5. ໄດ້ປະສົບການ ແຕ່ບໍ່ມີຄວາມສ່ຽງ

ການເຂົ້າຮ່ວມກຸ່ມ ຫຼື ກິດຈະກຳ ຫຼື ອາສາສະມັກຕ່າງໆນັ້ນ ເປັນການເພີ່ມປະສົບການໃນຊີວິດ ເຮັດໃຫ້ໃບຊີວະປະຫວັດຂອງເຮົາດູດີ ມີໂອກາດໄດ້ວຽກສູງ ແລະ ມັນກໍຍັງບໍ່ມີຄວາມສ່ຽງເພື່ອເຮົາເຮັດຜິດພາດ ເພາະວ່າສະຖາບັນຈະຄອຍປົກປ້ອງຢູ່ທັງໃນເລື່ອງຂອງການວາງແຜນ, ງົບປະມານ ແລະ ຍັງມີຄົນຄອຍຊ່ວຍເຫຼືອຢູ່ຕະຫຼອດເວລາ. ຕ່າງຈາກຕອນຮຽນຈົບ ທີ່ທຸກຢ່າງຕ້ອງສ່ຽງດ້ວຍຕົນເອງທັງໝົດ.

6. ເປັນໂອກາດທີ່ຈະໄດ້ໝູນໃຊ້ຄວາມຮູ້ທີ່ຮຽນມາໃນຫ້ອງຮຽນ.

ໃນກໍລະນີນັກສຶກສາສາຍທຸລກິດ ກໍຈະມີໂອກາດໄດ້ວາງແຜນງານ ແຜນງົບດ້ວຍຕົນເອງ, ກໍລະນີນັກສຶກສາສາຍຄອມພິວເຕີ ກໍຈະມີໂອກາດໄດ້ພັດທະນາເວັບໄຊ້ເປັນຂອງຕົນເອງ, ກໍລະນີນັກສຶກສາພາສາອັງກິດ ກໍຈະໄດ້ສົນທະນາໂຕຕໍ່ໂຕກັບຕ່າງປະເທດ ຫຼື ໄດ້ຮຽນໃຊ້ພາສາອັງກິດຢ່າງຖືກຕ້ອງ. ແນ່ນອນວ່າ ສິ່ງທີ່ກ່າວມາຂ້າງເທິງນັ້ນລ້ວນແຕ່ສົ່ງຜົນດີຕໍ່ນັກສຶກສາໂດຍກົງ.

7. ໄດ້ຮຽນວິທີເຂົ້າເຖິງຜູ້ຄົນທີ່ຫຼາກຫຼາຍແບບ

ໂອກາດມາແລ້ວ! ໂອກາດທີ່ຈະໄດ້ພົບຜູ້ຄົນ ໄດ້ຮຽນຮູ້ສິ່ງໃໝ່ໆ ສະຖານະການຄ້າຍໆກັບການເຮັດວຽກໂຕຈິງ ເຫັນເຖິງປະຕິກິລິຍາ ແລະ ການສະແດງອອກຂອງແຕ່ລະຄົນໃນແຕ່ລະສະຖານະການ ເຊິ່ງຊ່ວຍໃຫ້ເຈົ້າໄດ້ເຂົ້າໃຈເຖິງຜູ້ຄົນຫຼາຍຂຶ້ນ. ຮຽນຮູ້ ແລະ ສຶກສາສາວັດທະນະທຳອົງກອນທີ່ແຕກຕ່າງກັນໃນແຕ່ລະກຸ່ມກິດຈະກຳ.

ທີມງານສີລະປະຟອນສະແດງໃນບົດເພງ ສາວເຂັນຝ້າຍ

8. ເພີ່ມຄວາມເປັນຜູ້ນຳໃນໂຕເຈົ້າ

ເຈົ້າອາດຈະໄດ້ເປັນຜູ້ນຳອົງກອນ ຫຼື ເປັນເຈົ້າຂອງກິດຈະການໃດໜຶ່ງ ເຊິ່ງຕ້ອງມີທັກສະຄວາມເປັນຜູ້ນຳຢູ່ໃນໂຕ ຈຶ່ງຈະນຳພາອົງກອນໄປຂ້າງໜ້າໃນວັນທີ່ພົບກັບວິກິດ. ແຕ່ກ່ອນຈະຮອດມື້ນັ້ນ ເຮົາຕ້ອງມາສ້າງທັກສະຄວາມເປັນຜູ້ນຳຂອງເຮົາ ໂດຍການເປັນຫົວໜ້າກຸ່ມ ຫົວໜ້າໜ່ວຍກິດຈະກຳໃດໜຶ່ງ ຈັດຕັ້ງນຳພາໝູ່ເພື່ອເຮັດກິດຈະກຳ ເພີ່ມຄວາມໝັ້ນໃຈຂອງເຮົາໄປເທື່ອລະໜ້ອຍ ເວລາເຮົາຕ້ອງຕັດສິນໃຈຫຍັງຈຶ່ງມີໂອກາດຜິດພາດໜ້ອຍ.

9. ໄດ້ພັກຈາກການຮຽນ

ການສຸມໃສ່ການຮຽນຫຼາຍຈົນເກີນໄປ ກໍບໍ່ເຮັດໃຫ້ເຮົາມີສະມາທິໃນການຮຽນ. ສະນັ້ນ, ບັນດາກິດຈະກຳຕ່າງໆທີ່ສະຖາບັນຈັດຂຶ້ນ ແມ່ນໃຫ້ນັກສຶກສາໄດ້ພັກຕົນເອງຈາກການຮຽນ ຫຼີກສາຍຕາອອກຈາກຕຳລາ ແລະ ຂໍຄອມພິວເຕີ ແລ້ວຫັນມາສົນທະນາກັບຜູ້ຄົນ ສັງຄົມ ແລະ ຍັງເປັນການຜ່ອນຄາຍສະໝອງເຮົາອີກດ້ວຍ.

10. ໃບຊີວະປະຫວັດເຮົາຈະຫຼາກຫຼາຍຂຶ້ນ

ການທີ່ໄດ້ຮ່ວມກິດຈະກຳ, ອົງການຈັດຕັ້ງ ຫຼື ເຂົ້າຮ່ວມອາສາສະມັກ ແມ່ນເປັນສິ່ງສຳຄັນທີ່ຈະເຮັດໃຫ້ໃບຊີວະປະຫວັດຂອງເຮົາມີຄວາມຫຼາກຫຼາຍ ແລະ ດູດີກວ່າຄົນອື່ນ. ບັນດາອົງກອນຈະເຫັນເຖິງຜົນງານ, ຄວາມສາມາດ ແລະ ເຫັນເຖິງຄວາມຕັ້ງໃຈຂອງເຈົ້າໃນການຮັບຜິດຊອບຫຼາກຫຼາຍໜ້າທີ່.

11. ສ້າງສັນສິ່ງດີໆກັບຄືນສູ່ສັງຄົມ

ນັກສຶກສາຫຼາຍໆຄົນໄດ້ຈັດຕັ້ງງານລະດົມທຶນ ແລະ ມອບເງິນເຫຼົ່ານັ້ນຊ່ວຍເຫຼືອຜູ້ທຸກຍາກ ຫຼື ຊ່ວຍເຫຼືອນ້ອງໆນັກຮຽນທີ່ຢູ່ຫ່າງໄກຂາດເຂີນອຸປະກອນການຮຽນ. ຖ້າຫາກເຈົ້າຍັງບໍ່ສາມາດເຮັດງານໃຫຍ່ແບບນັ້ນໄດ້ ເຈົ້າກໍເຂົ້າຮ່ວມເປັນອາສາສະມັກໃນງານໃດໜຶ່ງທີ່ເປັນການຊ່ວຍເຫຼືອສັງຄົມ ເຊັ່ນທີ່ ລາວ-ທ໊ອບໄດ້ຮ່ວມງານມາແມ່ນ ງານແລ່ນເພື່ອນ້ອງ, ງານແລ່ນຄູ່, ງານກິລາລະດົມທຶນ ແລະ ອື່ນໆອີກຫຼາກຫຼາຍ.

12. ມີຄວາມສຸກ

ແນ່ນອນວ່າການໄດ້ຮ່ວມຊີວິດກັບຄົນອື່ນໆ ເປັນປະສົບການທີ່ຫາຢູ່ໃສບໍ່ໄດ້, ໄດ້ພົບໝູ່ໃໝ່, ສັງຄົມໃໝ່, ກິດຈະກຳໃໝ່ ແລະ ອາດຈະເຮັດໃຫ້ເຮົາເປັນຄົນໃໝ່ທີ່ດີຂຶ້ນກວ່າເກົ່າ. ເຊິ່ງສິ່ງເລົ່ານີ້ ເຈົ້າບໍ່ສາມາດຫາໄດ້ໃນຫ້ອງຮຽນ.

ຮ່ວມກັນເຂົ້າຮ່ວມກິດຈະກຳຕ່າງໆຂອງ ລາວ-ທ໊ອບ ບໍ່ໄດ້ພຽງແຕ່ເປັນການຮ່ວມກິດຈະກຳຢ່າງດຽວ ແຕ່ເຈົ້າຈະກາຍເປັນສ່ວນໜຶ່ງຂອງວິທະຍາໄລ ແລະ ຊື່ຂອງເຈົ້າຈະຖືກບັນທຶກລົງໃນຖານຂໍ້ມູນຂອງວິທະຍາໄລວ່າເຈົ້າເປັນບຸກຄົນສຳຄັນຂອງ ວິທະຍາໄລ ລາວ-ທ໊ອບ.

ສຸດທ້າຍນີ້ແມ່ນຢາກໃຫ້ທຸກຄົນຮູ້ວ່າ ກິດຈະກຳ ຈະຊ່ວຍໃຫ້ເຮົາກາຍເປັນຄົນທີ່ດີ ແລະ ເກັ່ງຂຶ້ນ.

Leave a Reply

Your email address will not be published. Required fields are marked *