ໃນຕອນເຊົ້າຂອງວັນສຸກ ທີ 22 ມັງກອນ 2021 ທາງລັດວິສາຫະກິດໄຟຟ້າລາວ ແລະ ສູນກາງຊາວໜຸ່ມ ໄດ້ມີການມາເຄື່ອນໄຫວເຜີຍແຜ່ ຂໍ້ມູນການໃຊ້ພະລັງງານໄຟຟ້າໃຫ້ກັບນັກສຶກສາທີ ວິທະຍາໄລ ລາວ-ທ໊ອບ

ໃຫ້ກຽດເຂົາຮ່ວມໂດຍທ່ານ ລຳໄພ ຂຸນດາວົງ ອຳນວຍການ ວິທະຍາໄລ ລາວ-ທ໊ອບ ແລະ ທ່ານ ທິບພະຈັນ ຊາມູນຕີ ຮອງຫົວຫນ້າ ພະແນກຂໍ້ມູນຂ່າວສານ-ປະຊາສຳພັນ

ໃນງານນີ້ ທ່ານ ທິບພະຈັນ ຊາມູນຕີ ໄດ້ເຜີຍແຜ່ປະຫວັດການເຄືອນໄຫວຂອງໄຟຟ້າລາວ ຕັ້ງແຕ່ເລີ່ມຕົ້ນຈົນເຖິງປະຈຸບັນ, ການນຳໃຊ້ໄຟຟ້າຢ່າງຖືກຕ້ອງ, ການປະຢັດພະລັງງານໄຟຟ້າ ແລະ ວິທີການໃຊ້ໄຟຟ້າເພື່ອບໍ່ໃຫ້ເປັນອັນຕະລາຍ.

ກອງປະຊຸມເຜີຍແຜ່ຂໍ້ມູນການໃຊ້ພະລັງງານໄຟຟ້າ ໄດ້ຮັບຄວາມສົນໃຈຈາກບັນດາອາຈານ ແລະ ນ້ອງໆນັກສຶກສຶກເປັນຈຳນວນຫຼາຍ ເຊິິ່ງມີນັກນັກສຶກທີ່ເຂົ້າຮ່ວມທັງໝົດ 91 ຄົນ ທັງຈາກສາຂາ ພາສາອັງກິດ, ໄອທີ, ຄອມພິວເຕີທຸລະກິດ, ການເງິນການບັນຊີ ແລະ ສາຂາບໍລິຫານຖຸລະກິດ ພາກເຊົາ


ໃນການເຂົ້າຮ່ວມງານ ເຜີຍແຜ່ຂໍ້ມູນການໃຊ້ພະລັງງານໄຟຟ້າ ບັນດານັກສຶກສາໄດ້ຮັບເຖິງປະຫວັດການເຄື່ອນໄຫວຂອງໄຟຟ້າລາວ, ການໃຊ້ໄຟຟ້າຢ່າງມີສະຕິ ແລະ ວິທີການປະຫຍັດພະງານໄຟຟ້າ
ຂໍຂອບໃຈທາງລັດວິສາຫະກິດໄຟຟ້າລາວ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ໄດ້ຈັດກິດຈະກຳດີໆແບບນີ້ຂຶ້ນ ເພື່ອໃຫ້ຄູອາຈານ ແລະ ນັກສຶກສາໄດ້ເຂົາໃຈເຖິງການໃຊ້ພະລັງງານຢ່າງຄຸ້ມຄ່າ ຈະໄດ້ຊ່ວຍຊາດປະຢັດພະລັງງານ.