ການເປັນຜູ້ປະກອບການຂອງທຸລະກິດໃດໜຶ່ງນັ້ນ ບໍ່ແມ່ນເລື່ອງງ່າຍ ຕ້ອງຄອຍຕິດຕາມ ແລະ ຕໍ່ສູ້ກັບຄູ່ແຂ່ງຢູ່ຕະຫຼອດເວລາ ສະນັ້ນເຮົາຈຶ່ງຕ້ອງພະຍາຍາມພັດທະນາຕົນເອງຢູ່ຕະຫຼອດເວລາ ເພື່ອບໍ່ໃຫ້ເຮົາສູນເສຍລູກຄ້າ ຫຼື ສູນເສຍລາຍໄດ້.

ເພື່ອເປັນການພັດທະນາຕົນເອງ ແລະ ເຮັດໃຫ້ທຸລະກິດຂອງເຮົາພົ້ນເດັ່ນອອກມາ ຄະນະບໍລິຫານທຸລະກິດ ວິທະຍາໄລ ລາວ-ທ໊ອບ ຈຶ່ງໄດ້ສະຫຼຸບ 5 ສິ່ງທີ່ຈະເຮັດໃຫ້ທຸລະກິດຂອງເຮົາພົ້ນເດັ່ນຂຶ້ນ.

  1. ເຂົ້າໃຈຄວາມຕ້ອງການຂອງຕະຫຼາດ
  2. ໝັ່ນຕິດຕໍ່ກັບລູກຄ້າ
  3. ເອົາລູກຄ້າເປັນໃຈກາງ
  4. ໃສ່ໃຈໃນພາບຫຼັກ
  5. ເປັນເອກະລັກ

ເຂົ້າໃຈຄວາມຕ້ອງການຂອງຕະຫຼາດ

ຕ້ອງໝັ່ນວິເຄາະຕະຫຼາດ ແລະ ລູກຄ້າຢ່າງສະໝໍ່າສະເໝີ ເພື່ອທຳຄວາມເຂົ້າໃຈເຖິງພຶດຕິກຳຂອງລູກຄ້າ. ຊອກຫາຫົນທາງເພື່ອທີ່ຈະເກັບພຶດຕິກຳຂອງລູກຄ້າໃຫ້ຫຼາຍທີ່ສຸດ ໂດຍສະເພາະແມ່ນລູກຄ້າໃນໂລກ ດິຈິຕອລ.

ຫາກເຮົາເຂົ້າໃຈໄດ້ເຖິງຄວາມສົນໃຈຂອງລູກຄ້າ ເຮົາກໍສາມາດປັບປ່ຽນຜະລິດຕະພັນ ແລະ ບໍລິການຂອງເຮົາ ໃຫ້ກົງກັບຄວາມຕ້ອງການຂອງເຂົາ ລວມໄປເຖິງການປັບຍຸດທະສາດຕ່າງໆໃຫ້ເໝາະສົມກັບຍຸກສະໄໝໄດ້.

ໝັ່ນຕິດຕໍ່ກັບລູກຄ້າ

ໃນທຸກມື້ນີ້ມີເຄື່ອງມືຫຼາກຫຼາຍອຳນວຍຄວາມສະດວກໃນການຕິດຕໍ່ສື່ສານ ເຮົາສາມາດໃຊ້ເຄື່ອງເຫຼົ່ານັ້ນມາສື່ສານກັບລູກຄ້າ ຄອຍຕິດຕໍ່ກັບເຂົາ ຫຼັງຈາກເຂົາໄດ້ຊື້ຜະລິດຕິພັນຂອງເຮົາໄປແລ້ວ ເພື່ອຮັບຂໍ້ມູນ Feedback ຕ່າງໆ ແລ້ວນຳມາພັດທະນາຜະລິດຕະພັນຂອງເຮົາໃຫ້ດີຍິ່ງຂຶ້ນ.

ມັນຍັງຊ່ວຍສ້າງ Loyoty ຂອງລູກຄ້າທີ່ມີຕໍ່ Brand ຂອງເຮົາ ແລະ ເຮັດໃຫ້ເຂົາຮູ້ສຶກເຖິງຜະລິດຕະພັນຂອງເຮົາ ເວລາເຂົາຕ້ອງການຊື້ສິນຄ້າໃດໜຶ່ງ ເຂົາຈະຄິດຫາເຮົາເປັນຄົນທຳອິດ ສະນັ້ນການສື່ສານກັບລູກຄ້າກໍເປັນການສ້າງ Branding ເຊັ່ນກັນ.

ເອົາລູກຄ້າເປັນໃຈກາງ

Customer Centric ຫຼື ການເອົາລູກຄ້າເປັນໃຈກາງແມ່ນການຮັບຟັງລູກຄ້າ ໃສ່ໃຈໃນຄວາມຕ້ອງການຂອງລູກຄ້າ ແລະ ພຶດຕິກຳຂອງເຂົາ ຈາກນັ້ນກໍມາປັບປຸງສິນຄ້າໃຫ້ເໝາະສົມກັບລູກຄ້າແຕ່ລະກຸ່ມ.

ການທີ່ຈະເປັນອົງກອນທີ່ເອົາລູກຄ້າເປັນໃຈກາງ ແມ່ນຈະຕ້ອງອາໄສຄວາມອົດທົນ ແລະ ເຮັດໃຫ້ລູກຄ້າຮູ້ວ່າເຮົາຍົກສູງບົດບາດຂອງພວກເຂົາ. ເປົ້າໝາຍທີ່ແທ້ຈິງຄືເຮັດໃຫ້ລູກຄ້າຮູ້ສຶກສະບາຍໃຈ ແລະ ມີຄ່າເວລາຢູ່ນຳເຮົາ. ເຂົາຈະເລົ່າທຸກບັນຫາໃຫ້ເຮົາຟັງ ເຊິ່ງເຮົາສາມາດຫາທາງອອກໃຫ້ກັບເຂົາໄດ້ ແລະ ເຂົາກໍຈະພ້ອມທີ່ຈະຈ່າຍໃຫ້ກັບບໍລິການຂອງເຮົາ

ໃສ່ໃຈໃນພາບຫຼັກ

ເຮົາມີພາບຫຼັກແນວໃດໃນສາຍຕາຂອງລູກຄ້າ? ທ່ານລອງຖາມໂຕເອງເບິ່ງ ລູກຄ້າທຸກຄົນມັກສິນຄ້າທີ່ໃສ່ໃຈໃນລາຍລະອຽດ ຕັ້ງແຕ່ການນຳສະເໜີສິນຄ້າ ຈົນໄປເຖິງການປິດການຂາຍ ແລະ ການບໍລິການຫຼັງການຂາຍ. ການເປັນເຈົ້າຂອງກິດຈະການ ນີ້ຄືຄວາມທ້າທາຍອັນໜຶ່ງ ເພາະການສ້າງພາບຫຼັກໃນຍຸກໃໝ່ນີ້ແມ່ນມີຄວາມສຳຄັນຫຼາຍ ແລະ ຜະລິດຕະພັນແຕ່ລະຢ່າງຈະຕ້ອງມີລາຍລະອຽດເໝາະກັບລູກຄ້າແຕ່ລະກຸ່ມ.

ການອອກແບບຜະລິດຕະພັນ ແລະ ບໍລິການຈຶ່ງເປັນປັດໄຈແຫ່ງຄວາມສຳເລັດຂອງທຸລະກິດ. ຖ້າຫາກຢາກຂາຍສິນຄ້າໄດ້ດີຂຶ້ນ ພາບຫຼັກຂອງສິນຄ້າກໍຕ້ອງດູດີ ລວມໄປເຖິງຜູ້ຂາຍ ແລະ ການບໍລິການ. ພະຍາຍາມສ້າງປະສົບການທີ່ດີໃຫ້ກັບລູກຄ້າ ແລະ ໃຫ້ເຂົາເຂົ້າໃຈບໍລິການຂອງເຮົາດ້ວຍວິທີທີ່ງ່າຍທີ່ສຸດ.

ເປັນເອກະລັກ

ຢາກພົ້ນເດັ່ນ ກໍຕ້ອງແຕກຕ່າງ. ທ່ານອາດຈະຂາຍສິນຄ້າດຽວກັນ ແຕ່ບໍລິການຂອງທ່ານດີດີກວ່າ ຫຼື ພາບຫຼັກດີກວ່າ ອັນນັ້ນກໍແມ່ນຄວາມແຕກຕ່າງ ເຊິ່ງຈະເຮັດໃຫ້ລູກຄ້າຫຼຽວມາເບິ່ງເຮົາກ່ອນ.

ວິທີທີ່ງ່າຍທີ່ສຸດແມ່ນທ່ານຕ້ອງສາມາດຫາຈຸດເດັ່ນຂອງທ່ານ ຫຼື ສິນຄ້າຂອງທ່ານໃຫ້ພົບ ແລ້ວຊຸດຈຸດເດັ່ນໂຕນັ້ນຂຶ້ນມາ. ໃນຂະນະດຽວກັນກໍຕ້ອງຮູ້ຈັກຈຸດອ່ອນຂອງຜະລິດຕະພັນ ແລະ ຫາວິທີທາງແກ້ໄຂຈຸດອ່ອນເຫຼົ່ານັ້ນ.

ການສ້າງບັນຈຸພັນຫໍ່ຫຸ້ມ, ສິນຄ້າ, ບໍລິການກ່ອນການຂາຍ ແລະ ຫຼັງການຂາຍ ລວມໄປເຖິງການໃສ່ໃຈໃນລູກຄ້າແຕ່ລະຄົນ ແມ່ນສາມາສ້າງຄວາມແຕກຕ່າງໄດ້ທັງໝົດ. ທ່ານລອງຫາຄວາມແຕກຕ່າງທີ່ເປັນເອກະລັກຂອງທ່ານ ເຮັດໃຫ້ທ່ານພົ້ນເດັ່ນຈາກຂູ່ແຂ່ງວ່າມີຫຍັງແດ່?

ສະຫຼຸບ

ການເປັນຜູ້ປະການບໍແມ່ນເລື່ອງງ່າຍ ແຕ່ກໍບໍ່ຍາກຈົນເກີນໄປ ໃຫ້ເລືອກໃນສິ່ງທີ່ເຮົາຮັກ ແລ້ວເຮົາຈະຢູ່ກັບມັນໄດ້ຕະຫຼອດເວລາ.
ເຖິງແນວໃດກໍຕາມ ຈຸດປະສົງຂອງການສ້າງທຸລະກິດຄືແກ້ໄຂບັນຫາໃດໜຶ່ງຂອງສັງຄົມ ດ້ວຍບໍລິການທີ່ເຮົາມີ ສະນັ້ນເຮົາຄວນສ້າງປະສົບການທີ່ດີໃຫ້ກັບສັງຄົມ ແລະ ມີຄວາມສຳພັນທີ່ດີໄວ້ ເພື່ອໃຫ້ສັງຄົມກັບມາໃຊ້ບໍລິການເຮົາອີກ. ເພາະການຫາລູກຄ້າໃໝ່ມີຕົ້ນທຶນສູງ ແລະ ຍາກກວ່າການຮັກສາລູກຄ້າໃໝ່

ຂໍຂອບໃຈທີ່ມາ https://thinkmaverick.com/entrepreneurship-101-5-things-that-make-your-business-stand-out/

ຫຼັກສູດບໍລິຫານທຸລະກິດ https://laotop.net/curriculum/business-computer/

Leave a Reply

Your email address will not be published. Required fields are marked *