ໃນວັນທີ 23 ກັນຍາ 2011 ທີ່ຜ່ານໄດ້ມີພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາຜູ່ທີ່ສຳເລັດການສຶກສາ ຫຼັກສູດຊັ້ນສູງພາສາອັງກິດ.

ທ່ານ ກວັນ ຢົງວຸກ (Mr. Kwun Young Wook) ຜູ້ອຳນວຍການ ວິທະຍາໄລ ໄດ້ຂຶ້ນກ່າວປະຫວັດຄວາມເປັນມາຂອງວິທະຍາໄລພ້ອມກັບກ່າວຂໍຂອບໃຈແຂກຜູ້ມີກຽດ ອາຈານ ນັກສຶກສາ ທີ່ເຂົ້າຮ່ວມງານ ແລະ ເພິ່ນໄດ້ກ່າວຕື່ມອີກວ່າ “ພິທີນີ້ສະແດງເຖິງການສຳເລັດຂອງການສຶກສາ ແຕ່ວ່າເປັນພຽງການເລີ່ມຕົ້ນຊີວິດໃໝ່ກັບຄວາມຮູ້ທີ່ໄດ້ມາ ຂ້າພະເຈົ້າຂໍປະຕິຍານຕົນວ່າຈະບຸກບືນຫ້າວຫັນຕໍ່ການພັດທະນາວິທະຍາໄລ ຫຼັງນີ້ ແລະ ປະເທດລາວໃຫ້ຈຸເລີີນຮຸ່ງເຮືອງເທື່ອລະກ້າວ.“

 

ໃນງານໄດ້ຖືເປັນກຽດຮຽນເຊີນທ່ານ ຄຳພອນ ໄຊຊົມພູ ຮອງຫົວໜ້າກົມຄຸ້ມຄອງການສຶກສາພາກເອກະຊົນ ເປັນຜູ່ມອບໃບປະກາສະນີຍະບັດ.

ແລະທ່ານຍັງໄດ້ໃຫ້ຄຳໂອວາດແກ່ນັກສຶກສາວ່າ “ການຮຽນຮູ້ພາສາອັງກິດນັ້ນເປັນສິ່ງທີ່ສຳຄັນແລະຈຳເປັນໃນຊີວິິດປະຈຳວັນ ໂດຍສະເພາະຍຸກໂລກາພິວັດນີ້ ພາສາອັງກິດຍິ່ງເປັນສິ່ງທີ່ຈະຕ້ອງໄດ້ຮຽນຮູ້ ແລະ ຂໍຊົມເຊີຍກັບບັນດານັກສຶກສາ ຄູອາຈານ ແລະ ຄະນະນຳຂອງວິທະຍາໄລ ລາວ-ທ໊ອບ ທີ່ບຸກບືນຕັ້ງໜ້າມາຈົົນຮອດມື້ສຳເລັດການສຶກສາ”

ໃນພິທີຍັງມີໂຕແທນຈາກນັກສຶກສາຂຶ້ນມອບຂອງທີ່ລະນຶກແກ່ທ່ານອຳນວຍການ ແລະ ກ່າວຮັບຄຳໂອວາດຈາກ ທ່ານ ຄຳພອນ ໄຊຊົມພູ.

ໃນທ້າຍງານໄດ້ມີລາຍການພິເສດຄືການສະແດງຮ້ອງເພງຮວມໝູ່ຂອງບັນດານັກສຶກສາທີ່ສຳເລັດການສຶກສາ ເຊິ່ງເພງນັ້ນແມ່ນ Graduation Tears (ຕົ້ນສະບັບຂັບຮ້ອງໂດຍ Chelsia Chan ເບິ່ງໄດ້ຕາມນີ້ http://youtu.be/9_4iSeijMzc )

ແລະພິທີກໍຈົບດ້ວຍການຖ່າຍຮູບຮວມໝູ່ ລະຫວ່າງອາຈານແລະນັກສຶກສາ

ຂໍໃຫ້ນັກສຶກສາທຸກໆທ່ານທີ່ສຳເລັດການສຶກສານັ້ນຈົ່ງມຸ່ງໜ້າແລະກ້າວໜ້າໃນໜ້າທີ່ການງານ

Leave a Reply

Your email address will not be published. Required fields are marked *