ປະຫວັດຄວາມເປັນມາ
ວິທະຍາໄລລາວ-ທ໊ອບ ແມ່ນວິທະຍາໄລແຫ່ງໜຶ່ງທີ່ກໍ່ຕັ້ງຂຶ້ນເມື່ອວັນທີ 15/08/2007. ເພື່ອເຮັດໃຫ້ການສຶກສາຢູ່ລາວໄດ້ຂະຫຍາຍຕົວ ແລະ ທັນສະໄໝຍິ່ງຂຶ້ນໃນອານາຄົດ ໂຮງຮຽນພວກເຮົາຈຶ່ງໄດ້ໃຊ້ລະບົບການສຶກສາທີ່ທັນສະໄໝ ເຊິ່ງເປັນທີ່ຍອມຮັບໃນປະເທດເກົາຫຼີເຂົ້າມາສິດສອນ, ອາຈານໝົດທຸກຄົນບໍ່ວ່າຈະເປັນຄົນລາວ ຫຼື ຄົນຕ່າງປະເທດກໍ່ລ້ວນແຕ່ມີປະສົບການໃນການສອນມາເປັນເວລາ ນານເນື່ອງຈາກວ່າການສຶກສາແມ່ນເປັນພື້ນຖານທີ່ສຳຄັນອັນໜຶ່ງໃນວຽກງານການພັດທະນາຊັບພະຍາກອນມະນຸດໃນ ສ.ປ.ປ.ລາວ ໃຫ້ການເປັນນັກວິຊາການທີ່ມີຄວາມ ຮູ້ ຄວາມສາມາດ ແລະ ວິຊາຊີບ, ມີຈາລິຍະທຳ ແລະ ຄຸນະທຳ ມີຄວາມກະຕັນຍູ ຂະຫຍັນໝັ່ນພຽນ ຊື່ສັດ ອົດທົນ ເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ ແລະ ເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຈຸດປະສົງ

  • ສ້າງນັກສຶກສາໃຫ້ມີຄວາມຮູ້ພື້ນຖານດ້ານພາສາອັງກິດ, ພາສາຈີນ, ແລະ ຄອມພິວເຕີ້ ຈົນສາມາດໃຊ້ງານກັບຊີວິດຕົວຈິງ, ປະກອບອາຊີບ, ຕິດຕໍ່ພົວພັນກັບ ອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ.
  • ສ້າງຄວາມຮູ້ພື້ນຖານທົ່ວໄປດ້ານວິທະຍາສາດທຳມະຊາດ ແລະ ສັງຄົມເພື່ອເຂົ້າສຶກສາຕໍ່ວິຊາສະເພາະໄດ້.

ປະກາດສະນີຍະບັດ
ປະຈຸບັນ ວິທະຍາໄລ ລາວ-ທ໊ອບໄດ້ເປີດຫຼັກສູດປະລິນຍາຕີ ສີລະປະສາດ ພາສາອັງກິດ (Bachelor of Art, English)
ແລະ ຫຼັກສູດ ຄອມພິວເຕີທຸລະກິດ ເຊິ່ງເປັນຫັຼກສູດທີ່ໄດ້ຮັບຄວາມນິຍົມສູງ

ການທຽບລະດັບນັກສຶກສາ

  • ນັກສຶກສາທີ່ຈະຮຽນພາສາອັງກິດຕ້ອງມີອາຍຸ 15 ປີຂຶ້ນໄປ ຫຼື ຈົບມັດທະຍົມຕົ້ນ.
  • ເດັກນ້ອຍທີ່ຈະມາຮຽນພາສາອັງກິດຫຼັກສູດເດັກນ້ອຍຕ້ອງມີອາຍຸ 6 ປີຂຶ້ນໄປ.
  • ນັກສຶກສາແຕ່ລະທ່ານທີ່ຈະເຂົ້າມຮຽນຕ້ອງເສັງທຽບລະດັບກ່ອນຈຶ່ງສາມາດຈັດຫ້ອງຮຽນໄດ້.
  • ສະເພາະຄອມພິວເຕີ້, ພາສາຈີນ ແລະ ພາສາເກົາຫຼີແມ່ນບໍ່ມີການເສັງທຽບລະດັບ ແຕ່ຕ້ອງມີອາຍຸ 13 ປີຂຶ້ນໄປ.

 

 

Leave a Reply

Your email address will not be published. Required fields are marked *