ການເຂົ້າ-ອອກວິທະຍາໄລ

  • ເວລາມາໂຮງຮຽນ ບໍ່ວ່າຈະເປັນນັກສຶກສາພາກເຊົ້າ ແລະ ພາກບ່າຍ ແມ່ນນຳລົດຈັກຈອດດ້ານຫຼັງຂອງໂຮງຮຽນ. ສ່ວນພາກຄ່ຳແມ່ນໃຫ້ຈອດລົດໃຫຍ່ດ້ານຫຼັງ, ລົດຈັກຈອດດ້ານໜ້າກໍ່ໄດ້, ຖ້າຫາກດ້ານໜ້າເຕັມກໍ່ຈອດຢູ່ດ້ານຫຼັງ.
  • ກ່ອນຈະຂຶ້ນຫ້ອງຕ້ອງທຳການແຈ້ງບາໂຄດຢູ່ເຄົາເຕີ້ທຸກໆຄັ້ງ. ຖ້າບໍ່ແຈ້ງກໍ່ຖືວ່າຂາດຮຽນ.
  • ຖ້ານັກຮຽນຂາດກາຍ 1 ອາທິດຂຶ້ນໄປຕ້ອງຂຽນໃບລາພັກ, ບໍ່ດັ່ງນັ້ນຈະບໍ່ມີສິດເສັງ.
  • ຂາດຮຽນໜຶ່ງເດືອນແມ່ນບໍ່ມີສິດສອບເສັງ.
  • ຫ້າມນັກສຶກສາພາໝູ່ເພື່ອນທີ່ບໍ່ແມ່ນນັກສຶກສາຂອງວິທະຍາໄລ ລາວ-ທ໊ອບ ເຂົ້າມາໂຮງຮຽນ ຫຼື ເຂົ້າຫ້ອງຮຽນຫາກບໍ່ຈຳເປັນ.

ການນຸ່ງຖື

  • ນັກສຶກສາຕ້ອງນຸ່ງເສື້ອຂາວ, ໂສ້ງສີດຳ ຫຼື ສີຟ້າ, ສິ້ນສີດຳ ຫຼື ສີຟ້າ. ມັດກາລະວັດ, ຫ້ອຍບັດປະຈຳຕົວ ແລະ ຕິດກາຂອງໂຮງຮຽນ. ຫ້າມໃສ່ເກີບຄີບ ຫຼື ໂສ້ງ ຢີນມາໂຮງຮຽນ.
  • ສຳລັບພະນັກງານ ສາມາດໃສ່ຊຸດຂອງອົງກອນທີ່ຕົນສັງກັດຢູ່ໄດ້, ແຕ່ຕ້ອງມັດກາລະວັດ, ຫ້ອຍບັດປະຈຳຕົວ ແລະ ຕິດກາຂອງໂຮງຮຽນ.

ເຄື່ອງຕົກເຮ່ຍ

  • ຖ້າຫາກນັກສຶກສາຜູ້ໃດຫາເຫັນເຄື່ອງຕົກເຮ່ຍຢູ່ພາຍໃນບໍລິເວນ ຂອງວິທະຍາໄລ ແມ່ນໃຫ້ເອົາໄປລົງທີ່ເຄົາເຕີ້.
  • ບໍ່ໃຫ້ນັກສຶກສາເອົາຂອງຄົນອື່ນມາເປັນຂອງຕົນເອງ.

ການນຳໃຊ້ຫ້ອງສະໝຸດ ແລະ ອິນເຕີເນັດ

  • ນັກຮຽນທຸກຄົນສາມາດນຳໃຊ້ອິນເຕີເນັດຢູ່ຊັ້ນລຸ່ມ.
  • ຫ້າມໃຊ້ສຽງດັງໃນຫ້ອງສະໝຸດ.
  • ຫ້າມນຳເອົາປຶ້ມກັບບ້ານ ຫຼື ອອກຈາກຫ້ອງສະໝຸດເດັດຂາດ. ຖ້າຫາກພົບເຫັນຈະຖືກປັບໃໝ 100ເທົ່າຂອງລາຄ່າໂຕຈິງ.
  • ເວລາອ່ານແລ້ວໃຫ້ເກັບໄວ້ບ່ອນເກົ່າ.
  • ຫ້ອງສະໝຸດເປີດ 9:00AM ເຖິງ 8:00PM

Leave a Reply

Your email address will not be published. Required fields are marked *