ໃນວັນເສົາ ທີ 16 ມີນາ 2024 ທີ່ເດີ່ນກິລາ Victory ໄດ້ມີພິທີເປີດການແຂ່ງຂັນບານເຕະຊິງຂັນປະທານວິທະຍາໄລ ລາວ-ທ໊ອບ ຫຼື Lao-Top Football Tournament 2024 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ພັນທະວິໄລ ນວນຮຸ່ນ ຜູ້ອຳນວຍການ ວິທະຍາໄລ ລາວ-ທ໊ອບ ແລະ ມີຄູອາຈານ ພະນັກງານ ນັກກິລາ ຕະຫຼອດຈົນຮອດນັກສຶກສາເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.
ທ່ານ ພັນທະວິໄລ ນວນຮຸ່ນ ຜູ້ອຳນວຍການ ວິທະຍາໄລ ລາວ-ທ໊ອບ ໄດ້ກ່າວຈຸດປະສົງຂອງງານວ່າ “ເພື່ອເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ ທາງວິທະຍາໄລ ລາວ-ທ໊ອບ ກໍໄດ້ຈັດການແຂ່ງຂັນບານເຕະຍິງຂຶ້ນໃນວັນເສົາທີ 2 ມີນາ 2024 ທີ່ຜ່ານມາ ແລະ ກໍເປັນວັນສ້າງຕັ້ງສະຫະພັນກຳມະບານ ຕະຫຼອດເຖິງວັນສ້າງຕັ້ງສະຫະພັນຊາວໜຸ່ມປະຊາຊົນປະຕິວັດລາວ ພວກເຮົາຈຶ່ງໄດ້ຈັດການແຂ່ງຂັນກິລາທັງຍິງ ແລະ ຊາຍຂຶ້ນ.”

“ການແຂ່ງຂັນຄັ້ງນີ້ ເນັ້ນໃສ່ການສ້າງຄວາມສາມັກຄີລະຫວ່າງນັກຮຽນ ນັກສຶກສາ ຄູອາຈານ ທີ່ເຂົ້າແຂ່ງຂັນ,” ທ່ານຜູ້ອຳນວຍການໄດ້ກ່າວເພີ່ມ.
ໃນງານກໍໄດ້ມີການກ່າວປະຕິຍານຕົນຂອງນັກກິລາ ໂດຍແມ່ນ ທ້າວ ສອນຕິໄຊ ນົນວົງສາ ແລະ ທ່ານ ຄຳຫວຽງ ຈັນທະກູນ ກໍໄດ້ຂຶ້ນກ່າວປະຕິຍານຕົນໃນຖານະຜູ້ແທນຄະນະກຳມະການຕັດສິນ.

ໃນການແຂ່ງຂັນຄັ້ງນີ້ປະກອບມີ 6 ທີມເຂົ້າຮ່ວມການແຂ່ງຂັນ ເຊິ່ງທັງໝົດນັ້ນແມ່ນນັກຮຽນ ນັກສຶກສາ ແຕ່ລະສາຂາ ເຊັ່ນ ບໍລິຫານທຸລະກິດ, ການເງິນ-ການບັນຊີ, ຄອມພິວເຕີທຸລະກິດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ພາສາອັງກິດ, ຄອມພິວເຕີໄລຍະສັ້ນເສົາ-ອາທິດ. ແຕ່ລະທີມມີຄື:
1. Ninja Warriors F.C – ນຳທີມໂດຍ ທ່ານ ອາກ ພົມວິໄຊ
2. Skunks F.C – ນຳທີມໂດຍ ທ່ານ ອ່ຽນ ເຄລເລີ
3. Gather Together – ນຳທີມໂດຍ ທ່ານ ໄຊສຸລິສັກ ແດນຈຳປາ
4. Dark Monsters – ນຳທີມໂດຍ ທ່ານ ວິໄລສັກ ຂັນຕິວົງ
5. P.T Panther – ນຳທີມໂດຍ ທ່ານ ຄຳຫວຽງ ຈັນທະກູນ
6. Royal Tigers F.C – ນຳທີມໂດຍ ທ່ານ ສົມປະສົງ ວົງຖາວອນ
ເຊິ່ງຮູບແບບການແຂ່ງຂັນແມ່ນເປັນການແບ່ງກຸ່ມ ໂດຍໃນມື້ດັ່ງກ່າວແມ່ນໄດ້ຄັດເລືອກເອົາຜູ້ເຂົ້າຮອບແບ່ງກຸ່ມເປັນທີ່ຮຽບຮ້ອຍຄື
ກຸ່ມ A: Ninja Warriors FC ແລະ P.T Panthers
ກຸ່ມ B: Gather Together ແລະ Dark Monsters
ເຊິ່ງຮອບຮອງແມ່ນຈະຈັດຂຶ້ນໃນ ວັນເສົາ ທີ 23 ມີນາ 2024 ເວລາ 16:00 ໂມງ ທີ່ເດີ່ນກິລາ Victory ໂດຍຈະເປັນການພົບກັນລະຫວ່າງ
Ninja Warriors FC ພົບ Dark Monsters
Gather Together ພົບ P.T Panthers