ໃນວັນເສົາ ທີ 16 ມີນາ 2024 ທີ່ເດີ່ນກິລາ Victory ໄດ້ມີພິທີເປີດການແຂ່ງຂັນບານເຕະຊິງຂັນປະທານວິທະຍາໄລ ລາວ-ທ໊ອບ ຫຼື Lao-Top Football Tournament 2024 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ພັນທະວິໄລ ນວນຮຸ່ນ ຜູ້ອຳນວຍການ ວິທະຍາໄລ ລາວ-ທ໊ອບ ແລະ ມີຄູອາຈານ ພະນັກງານ ນັກກິລາ ຕະຫຼອດຈົນຮອດນັກສຶກສາເຂົ້າຮ່ວມຢ່າງຄັບຄາໜາແໜ້ນ. ທ່ານ ພັນທະວິໄລ ນວນຮຸ່ນ ຜູ້ອຳນວຍການ ວິທະຍາໄລ ລາວ-ທ໊ອບ ໄດ້ກ່າວຈຸດປະສົງຂອງງານວ່າ “ເພື່ອເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ ທາງວິທະຍາໄລ ລາວ-ທ໊ອບ ກໍໄດ້ຈັດການແຂ່ງຂັນບານເຕະຍິງຂຶ້ນໃນວັນເສົາທີ 2 ມີນາ 2024 ທີ່ຜ່ານມາ…

read more