ວິທະຍາໄລ ລາວ-ທ໊ອບ ສົມທົບທຶນສະໜັບສະໜູນໂຄງການ ແລ່ນເພື່ອນ້ອງ 

ໃນເຊົ້າວັນທີ 25 ມິຖຸນາ 2019 ທີ່ວິທະຍາໄລ ລາວ-ທ໊ອບ, ໄດ້ມີການມອບທຶນສະໜັບສະໜູນໂຄງການແລ່ນເພື່ອນ້ອງ ໂດຍແມ່ນທ່ານ ລຳໄພ ຂຸນດາວົງ ຕາງໜ້າທ່ານປະທານ ກວັນຢຸງວຸກ ມອບເງິນທຶນສົມທົບໂຄງການ ແລ່ນເພື່ອນ້ອງ ຈຳນວນ 1.000.000 ກີບ. ຮັບໂດຍ ນາງ ລົດແກ້ວ ອິນທະກຸມມານ ອະດີດນັກສຶກສາ ສາຂາພາສາອັງກິດ ປີ 2018

ໂຄງການແລ່ນຄັ້ງນີ້ ແມ່ນໂຄງການເພື່ອການກຸສົນ ລະດົມທຶນເພື່ອປຸກສ້າງອາຄານຮຽນ, ຫ້ອງສະໝຸດ, ຫ້ອງນໍ້າ ແລະ ລະບົບນໍ້າສະອາດ ໃຫ້ແກ່ບັນດາໂຮງຮຽນທີ່ທຸກຍາກຂາດເຂີນອ້ອມແອ້ມນະຄອນຫຼວງວຽງຈັນ ເຊິ່ງຈັດຂຶ້ນໂດຍ ນາງ ລົດແກ້ວ ອິນທະກຸມມານ ຮ່ວມມືກັບພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ແລະ ເພຈ ຢາກແຕ້ມ & ຢາກເວົ້າ.

 ວິທະຍາໄລ ລາວ-ທ໊ອບ ຈະໄດ້ສົ່ງນັກສຶກສາເຂົ້າຮ່ວມເປັນອາສາສະມັກຈຳນວນ 30 ນ້ອງເພື່ອເຂົ້າຊ່ວຍງານດັ່ງກ່າວ. ນ້ອງໆທ່ານໃດທີ່ສົນໃຈປະກອບສ່ວນແຮງງານເຂົ້າໃນງານການກຸສົນຄັ້ງນີ້ແມ່ນຕິດຕໍ່ໄດ້ທີ່ ອາຈານ ສົມປະສົງ ວົງຖາວອນ ໄດ້ໂດຍກົງ.

Leave a Reply

Your email address will not be published. Required fields are marked *