ຫຼາຍຄົນອາດເຄີຍຖາມວ່າເປັນຫຍັງເວລາຮຽນ ຈຶ່ງຕ້ອງມາຮຽນ Microsoft Office ແລ້ວໂປແກຣມພວກນີ້ມັນສຳຄັນແນວໃດ? ເຮົາມາເບິ່ງກັນວ່າ 5 ເຫດຜົນທີ່ຕ້ອງເກັ່ນ Microsoft Office ວ່າມີຫຍັງແດ່?

1.ມີໂອກາດໄດ້ວຽກສູງກວ່າ

ຜູ້ທີ່ສາມາດນຳໃຊ້ບັນດາໂປຣແກຣມ Word, Excel, PowerPoint, Outlook ໄດ້ຢ່າງຊ່ຽວຊານ ກໍຈະມີໂອກາດໄດ້ວຽກທີ່ສູງກວ່າຄົນທີ່ບໍ່ເປັນໂປຣແກຣມເລົ່ານີ້. ແຖມຍັງສາມາດຂໍຮຽກຮ້ອງເງິນເດືອນໄດ້ອີກ ຖ້າຫາກວ່າມີການຢັ້ງຢືນວ່າຈົບໂປຣແກຣມເຫຼົ່ານີ້ມາແລ້ວ.

2.ເຮັດວຽກໄດ້ໄວຂຶ້ນ

ຫຼາຍໆວຽກໃນປະຈຸບັນ ກໍສາມາດນຳໃຊ້ຄອມພິວເຕີເຂົ້າມາແທນທີ່ ໂດຍສະເພາະແມ່ນວຽກເອກະສານຕ່າງໆ ເຊັ່ນການພິມໃບສະເໜີກໍສາມາດໃຊ້ໂປຣແກຣມ Word ໄດ້, ການພິມໃບສະເໜີໄປຫາຫຼາຍໆຫ້ອງການພ້ອມກັນ ກໍສາມາໃຊ້ Mail Merge ລະຫວ່າງ Word + Excel ໄດ້ ເຮັດໃຫ້ເຮົາມີເວລາໄປສຶກສາສິ່ງອື່ນ ແລະ ພັດທະນາຕົນເອງໄດ້ດີກວ່າເພື່ອນຮ່ວມງານ

3.ວິເຄາະຂໍ້ມູນໄວ້ໃນພິບຕາ

ບັນດາພະນັກງານຫ້ອງການທົ່ວໄປກໍອາດຈະບໍ່ໄດ້ໃຊ້ ແຕ່ຖ້າເຈົ້າເປັນເລຂາ, ເປັນພະນັກງານຂາຍ, ເປັນຜູ້ຈັດການ ທີ່ຈະຕ້ອງຍ່ອຍຂໍ້ມູນເພື່ອນຳສະເໜີໃນທີ່ປະຊຸມ ຫຼື ເພື່ອນຳໄປສະຫຼຸບຂໍ້ມູນການຂາຍ ເຈົ້າສົມຄວນຈະຕ້ອງຮູ້ຈັກກັບເຄື່ອງມື່ທີ່ຊື່ວ່າ Pivot Table ທີ່ສາມາດສະຫຼຸບຂໍ້ມູນຍອດຂາຍ ຫຼື ຂໍ້ມູນອື່ນໆຂອງພະນັກງານເຊັ່ນ ປະສິດຕິພາບການເຮັດວຽກ, ການມາວຽກ ເປັນຕົ້ນ

4.ສະເໜີງານ ຫຼື ຂາຍງານໄດ້ເດັ່ນກວ່າຄົນອື່ນ

ພະນັກງານຂາຍທຸກຄົນ, ຜູ້ນຳສະເໜີໂຄງການ ຫຼື ຜູ້ປະກອບການ ທີ່ຈະຕ້ອງໄປສະເໜີງານກໍສາມາດສ້າງບົດນຳສະເໜີທີ່ມີຄວາມຫຼາກຫຼາຍ ແລະ ດຶງດູດຜູ້ຊົມໄດ້ດີກວ່າການຂຽນເປັນບົດລາຍງານຍາວ 100 ໜ້າ ດ້ວຍໂປຣແກຣມ PowerPoint ທີ່ຈະເປັນໂຕຊ່ວຍໃນການສ້າງ Presentation ໃຫ້ສວຍງາມກວ່າເກົ່າ

5.ຈັດການທຸກຢ່າງໜ້າດຽວ

ຫຼາຍຄົນອາດຈະຕ້ອງນັດປະຊຸມ, ນັດພົບລູກຄ້າ, ວັນເກີດພະນັກງານ, ມື້ເປີດໂຕຜະລິດຕະພັນ, ຕອບເມວລູກຄ້າ, ຕອບເມວພະນັກງານ ແລະ ສົ່ງລາຍງານຫົວໜ້າ. ທັງໝົດທີ່ກ່າວມານັ້ນສາມາດຈົບຄົບໃນໂປຣແກຣມດຽວຄື Outlook ທີ່ຈະເປັນເລຂາຕິດໂຕທ່ານໄປຕະຫຼອດໄລຍະການເຮັດວຽກຂອງທ່ານ.

ນັ້ນກໍຄື 5 ເຫດຜົນທີ່ເຮົາຕ້ອງເກັ່ Microsoft Office ເພື່ອຈະເຮັດໃຫ້ວຽກຂອງເຮົາສຳເລັດລຸລ່ວງດ້ວຍດີ ພ້ອມກັບໄດ້ຮັບຄຳຊົມຈາກຫົວໜ້າ ແລະ ເພື່ອຮ່ວມງານ ລວມເຖິງມີເວລາໃຫ້ໂຕເອງຫຼາຍຂຶ້ນ.

ຮູ້ແບບນີ້ແລ້ວເຮົາກໍມາຮຽນໄດ້ທີ່ ວິທະຍາໄລ ລາວ-ທ໊ອບ ຫຼັກສູດຄອມພິວເຕີໄລຍະສັ້ນ

ວັນເສົາ-ອາທິດ

ເວລາ 9-12 ໂມງ

ມີຫຼາກຫຼາຍໂປຣແກຣມໃຫ້ເລືອກຮຽນ

ໂທ: 021 353 900, 021 353 901

12 ເຫດຜົນທີ່ສົມຄວນຕ້ອງເຂົ້າຮ່ວມກິດຈະກຳຕ່າງໆຂອງສະຖາບັນ

Leave a Reply

Your email address will not be published. Required fields are marked *