ກອງປະຊຸມເຜີຍແຜ່ກົດລະບຽບສະຫະພັນແມ່ຍິງຮາກຖານ

ທີ່ ວິທະຍາໄລ ລາວ-ທ໊ອບ, ວັນທີ 16 ກຸມພາ 2018

ໃນຕອນເຊົ້າ ວັນທີ 16 ກຸມພາ 2018, ທີ່ຫ້ອງ Lecture ຂອງວິທະຍາໄລ ລາວ-ທ໊ອບ, ສະພະພັນແມ່ຍິງ ຮາກຖານຂອງ ວິທະຍາໄລ ລາວ-ທ໊ອບ ໄດ້ໄຂກອງປະຊຸມເຜີຍແຜ່ກົດລະບຽບ ແລະ ກົດໝາຍຂອງສະຫະພັນແມ່ຍິງ. ກອງປະຊຸມເຜີຍແຜ່ຄັ້ງນີ້ຖືເປັນຄັ້ງ ທຳອິດຂອງວິທະຍາໄລ ເຊິ່ງມີຄວາມໝາຍຄວາມສຳຄັນຍິ່ງຂອງວຽກງານສະຫະພັນແມ່ຍິງໃນການຍົກສູງພາລະບົດບາດ ຂອງແມ່ຍິງ ໃນວິທະຍາໄລ ລາວ-ທ໊ອບ ກໍຄືແມ່ຍິງໃນທົ່ວປະເທດລາວ.

ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ແມ່ນ ທ່ານ ນາງ ສີດາ ມັດຕິກາ ຮອງອຳນວຍການຝ່າຍບໍລິຫານ ແລະ ຍັງເປັນເລຂາບໍລິຫານງານ ສະຫະພັນແມ່ຍິງຮາກຖານຂອງວິທະຍາໄລ ລາວ-ທ໊ອບ ພ້ອມດ້ວຍຄະນະບໍລິຫານງານສະຫະພັນຍິງ ຕະຫຼອດຈົນເຖິງ ບັນດາສະມາຊິກເກົ່າ ແລະ ໃໝ່ຂອງວິທະຍາໄລ.

ສະຫະພັນແມ່ຍິງຮາກຖານຂອງວິທະຍາໄລ ລາວ-ທ໊ອບ ສ້າງຕັ້ງຂຶ້ນເມື່ອງວັນທີ 20 ກຸມພາ 2017 ໂດຍມີໜ້າທີ່ດັ່ງນີ້:

  • ເຜີຍແຜ່ແນວທາງນະໂຍບາຍ, ລະບຽບ ແລະ ກົດໝາຍຕ່າງໆ
  • ເຝິກຝົນຫຼໍ່ຫຼອມສະມາຊິກໃຫ້ເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີມີຄວາມຜາສຸກ
  • ສົ່ງເສີມ ແລະ ຍົກລະດັບທິດສະດີການເມືອງ, ວິຊາສະເພາະ, ພາສາຕ່າງປະເພດ, ຈັດເຝິກອົບຮົມວິຊາຊີບ ແລະ ພັດທະນາວິຊາຊີບດ້ານໃຫ້ສະມາຊິກ
  • ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ

ສຸດທ້າຍນີ້ ຖ້າຫາກວ່ານັກສຶກສາທ່ານໃດ ມີຈຸດປະສົງທີ່ຈະເຂົ້າຮ່ວມສະຫະພັນແມ່ຍິງຮາກຖານ ວິທະຍາໄລ ລາວ-ທ໊ອບ ແມ່ນສາມາດ ແຈ້ງເຈດຈຳນົງໄດ້ທີ່ຫ້ອງການບໍລິຫານ ໃນເວລາລັດຖະການ

Leave a Reply

Your email address will not be published. Required fields are marked *