ວັນທີ 19-22 ເດືອນ ກັນຍາ ປີ 2015
ໄດ້ມີພິທີຜ່ານບົດຈົບຊັ້ນຂອງນັກສຶກສາປີສຸດທ້າຍ
ສາຂາ ພາສາອັງກິດ, ໄອທີ, ຄອມພິວເຕີທຸລະກິດ ແລະ ການເງິນ-ການບັນຊີ

 

ພິທີຜ່ານບົດຈົບຊັ້ນຂອງບັນດານັກສຶກສາທັງສາຍພາສາອັງກິດ(ປະລິນຍາຕີ) ແລະ ສາຍຊັ້ນສູງ ເຊິ່ງລວມມີ ໄອທີ(ຊຸດທຳອິດ), ການເງິນ-ການບັນຊີ(ຊຸດທຳອິດ) ແລະ ຄອມພິວເຕີທຸລະກິດ(ຊຸດທີສາມ) ບັນຍາກາດການຜ່ານບົດຈົບຊັ້ນເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄຶກຄື້ນ ເປັນພິເສດ ເນື່ອງຈາກວ່າໃນປີນີ້ ການຜ່ານບົດຈົບຊັ້ນມີນັກສຶກສາລວມກັນທັງໝົດ 100 ກວ່າຄົນ.

 

ວັນທີ 19-20 ເປັນການຜ່ານບົດຈົບຊັ້ນຂອງນັກສຶກສາສາຍພາສາອັງກິດ

ວັນທີ 22 ເປັນການຜ່ານບົດຈົບຊັ້ນຂອງນັກສຶກສາສາຍ ໄອທີ, ຄອມພິວເຕີທຸລະກິດ ແລະ ການເງິນ-ການບັນຊີ

ເພື່ອເປັນການສ້າງຂວັນ, ກຳລັງໃຈ ແລະ ໃຫ້ງານມີຄວາມໝາຍຍິ່ງຂຶ້ນ, ທ່ານ ກວັນຢຸງວຸກ ໄດ້ຂຶ້ນໃຫ້ຄຳໂອວາດແກ່ນັກສຶກສາ ທ່ານໄດ້ກ່າວວ່າ ນັກສຶກສາ ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ຄວາມຝັນ ຈົ່ງໃຊ້ສາມສິ່ງເລົ່ານີ້ພັດທະນາຕົນ ແລະ ພັດທະນາສັງຄົມກໍຄືປະເທດຊາດ ໃຫ້ຈະເລີນ ກ້າວໜ້າຍິ່ງໆຂຶ້ນ ແຕ່ສິ່ງສຳຄັນທີ່ສຸດແມ່ນຢ່າລືມ ວ່າໃຜເປັນຜູ້ສ້າງເຮົາ ໃຜເປັນຜູ້ທີ່ເຮັດໃຫ້ເຮົາມາຢູ່ເຖິງຈຸດນີ້ໄດ້ ຂໍໃຫ້ນັກສຶກສາທຸກຄົນຈົ່ງຕັ້ງໃຈເຮັດໃຫ້ດີທີ່ສຸດ ເພາະເປັນການຕໍ່ສູ້ຄັ້ງສຸດທ້າຍຂອງນັກສຶກສາໃນສະຖາບັນແຫ່ງນີ້

ບັນຍາກາດພິທີຜ່ານບົດຈົບຊັ້ນ

Thesis-Defense-2015-Lao-Top-College

Thesis-Defense-2015-Lao-Top-College

Thesis-Defense-2015-Lao-Top-College

Thesis-Defense-2015-Lao-Top-College

Thesis-Defense-2015-Lao-Top-College

Thesis-Defense-2015-Lao-Top-College

Thesis-Defense-2015-Lao-Top-College

Thesis-Defense-2015-Lao-Top-College

Thesis-Defense-2015-Lao-Top-College

Thesis-Defense-2015-Lao-Top-College

Thesis-Defense-2015-Lao-Top-College

Thesis-Defense-2015-Lao-Top-College

Thesis-Defense-2015-Lao-Top-College

Thesis-Defense-2015-Lao-Top-College

Thesis-Defense-2015-Lao-Top-College

Leave a Reply

Your email address will not be published. Required fields are marked *