ກຽມຈັດຊຸດເຝິກອົບຮົມການສ້າງຫຸ່ນຍົນ ເພື່ອເຂົ້າແຂ່ງຂັນຫຸ່ນຍົນປະຈຳປີ 2016

ເພື່ອເປັນການກຽມຄວາມພ້ອມໃຫ້ກັບນັກສຶກສາ ທາງວິທະຍາໄລ ລາວ-ທ໊ອບຂໍປະກາດຮັບສະມັກສະມາຊິກທີມແຂ່ງຂັນຫຸ່ນຍົນ ເຊິ່ງຈະໄດ້ແບ່ງອອກເປັນ 2 ທີມຄື

ທີມຫຸ່ນອັດຕະໂນມັດ

ທີມຫຸ່ນຄວບຄຸມດ້ວຍມື

ທັງສອງທີມຈະໄດ້ຮັບການເຝິກອົບຮົມດ້ານການສ້າງ ແລະ ຂຽນໂປຣແກຣມຫຸ່ນຍົນ ເພື່ອເຂົ້າຮ່ວມແຂ່ງຂັນຫຸ່ນຍົນປະຈຳປີ 2016 ເຊິ່ງຈະຈັດຂຶ້ນໃນຊ່ວງເດືອນພະຈິກ ໂດຍ ຄະນະວິສະວະກຳສາດ ເປັນເຈົ້າພາບ ແລະ ຍັງເປັນການສະເຫຼີມສະຫຼອງ ມະຫາວິທະຍາໄລ ແຫ່ງຊາດຄົບຮອບ 20 ປີ

 

ລາຍລະອຽດຕ່າງໆແມ່ນສອບຖາມກັບ ອາຈານ ສົມປະສົງ ວົງຖາວອນ

ແຂ່ງຂັນຫຸ່ນຍົນ-ວິທະຍາໄລ ລາວ-ທ໊ອບ

Leave a Reply

Your email address will not be published. Required fields are marked *