ກຽມຈັດຊຸດເຝິກອົບຮົມການສ້າງຫຸ່ນຍົນ ເພື່ອເຂົ້າແຂ່ງຂັນຫຸ່ນຍົນປະຈຳປີ 2016 ເພື່ອເປັນການກຽມຄວາມພ້ອມໃຫ້ກັບນັກສຶກສາ ທາງວິທະຍາໄລ ລາວ-ທ໊ອບຂໍປະກາດຮັບສະມັກສະມາຊິກທີມແຂ່ງຂັນຫຸ່ນຍົນ ເຊິ່ງຈະໄດ້ແບ່ງອອກເປັນ 2 ທີມຄື ທີມຫຸ່ນອັດຕະໂນມັດ ທີມຫຸ່ນຄວບຄຸມດ້ວຍມື ທັງສອງທີມຈະໄດ້ຮັບການເຝິກອົບຮົມດ້ານການສ້າງ ແລະ ຂຽນໂປຣແກຣມຫຸ່ນຍົນ ເພື່ອເຂົ້າຮ່ວມແຂ່ງຂັນຫຸ່ນຍົນປະຈຳປີ 2016 ເຊິ່ງຈະຈັດຂຶ້ນໃນຊ່ວງເດືອນພະຈິກ ໂດຍ ຄະນະວິສະວະກຳສາດ ເປັນເຈົ້າພາບ ແລະ ຍັງເປັນການສະເຫຼີມສະຫຼອງ ມະຫາວິທະຍາໄລ ແຫ່ງຊາດຄົບຮອບ 20 ປີ   ລາຍລະອຽດຕ່າງໆແມ່ນສອບຖາມກັບ ອາຈານ ສົມປະສົງ ວົງຖາວອນ

read more